• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ນັກຄົ້ນຄວ້າ ບຸ່ຍຈີ໋ແທງ ກັບວາດຟ້ອນ ຂອງຊາວເຜົ່າເມື່ອງ

ເມື່ອປີ 1993, ໃນການສຳມະນາກ່ຽວກັບວັດທະນະທຳ ບັນດາຊົນເຜົ່າ ຢູ່ເຂດພູດອຍ, ບົດປະກອບຄວາມເຫັນ ວ່າດ້ວຍສິລະປະຟ້ອນຂອງຊາວ ຊົນເຜົ່າເມື່ອງທີ່ມີຫົວຂໍ້ວ່າ “ຫວນຄືນສູ່ ພື້ນຖານສິລະປະໜຶ່ງທີ່ຖືກຫຼົງລືມ” ຂອງນັກສິລະປິນດີເດັ່ນ ບຸ່ຍຈີ໋ແທງ ໄດ້ສ້າງຄວາມສົນໃຈ ເປັນພິເສດ ຕໍ່ນັກຄົ້ນຄວ້າວັດທະນະທຳ ພື້ນເມືອງເຂດຕາເວັນຕົກສຽງເໜືອ ຫວຽດນາມຫຼາຍຄົນ.

 

 
ກ່ອນໜ້ານີ້, ໄດ້ມີນັກຄົ້ນຄວ້າຫຼາຍຄົນ ເຄີຍຢັ້ງຢືນວ່າ ຊາວເຜົ່າ ເມື່ອງ ບໍ່ມີສິລະປະຟ້ອນລຳ, ແຕ່ຜ່ານບົດປະກອບຄຳເຫັນ ດັ່ງກ່າວ ຊຶ່ງເປັນໝາກຜົນ ແຫ່ງການຄົ້ນຄວ້າ ແລະ ທ້ອນໂຮມສະສົມຈາກພາກປະຕິບັດຕົວຈິງມາເປັນເວລາຫຼາຍປີ, ທ່ານແທງ ໄດ້ຢືນຢັນວ່າ ຊາວເຜົ່າເມື່ອງ ກໍມີຫຼາຍ ວາດຟ້ອນມີສີສັນສຸດທີ່ພິເສດສະເພາະຂອງເຂົາເຈົ້າເອງ.
ທ່ານແທງ ໃຫ້ຮູ້ວ່າ, ເຖິງວ່າ ຊາວເຜົ່າເມື່ອງບໍ່ມີຕົວໜັງສືກໍຕາມແຕ່ວັດທະນະທຳການເຜີຍແຜ່ປາກຕໍ່ປາກໄດ້ປະໄວ້ເຊິ່ງມໍລະດົກ ຜົນງານການ ປະດິດແຕ່ງວັນນະຄະດີຫຼາຍບົດທີ່ມີຄຸນຄ່າ ເປັນຕົ້ນຄືກອນລຳເລື່ອງປະຫວັດສາດ "ແດ໊ເດິດ, ແດ໊ເນືອກ"(ເກີດນ້ຳ, ເກີດດິນ), ບັນດາບົກະວີ, ນາວະນິຍາຍທີ່ສືບທອດມາແຕ່ບູຮານນະການ ພ້ອມກັບລະບົບສຽງດົນຕີ ແລະ ເຄື່ອງເສບຂອງຊາວຊົນເມື່ອງສຸດທີ່ມີຄວາມອຸດົມສົມບູນ ແລະ ຫຼາກຫຼາຍ ສີສັນ. ຈາກການຄົ້ນຄວ້າ, ລົງຕົວຈິງ, ບວກກັບຮ່ອງຮອຍວັດຖຸຕ່າງໆ ຈຶ່ງສາມາດເຫັນໄດ້ວ່າ ຊາວເຜົ່າເມື່ອງມີຫຼາຍວາດຟ້ອນ ທີ່ຮັບໃຊ້ ການ ເຄື່ອນໄຫວທີ່ແຕກຕ່າງກັນຄື: ວາດຟ້ອນໃນວັນບຸນແຫ່ງລະດູເກັບກ່ຽວ, ວັນເທດສະການ, ພິທີສົ່ງສະການ ແລະ ອື່ນໆ...
 

ນັກສິລະປິນດີເດັ່ນ ບຸ່ຍຈີ໋ແທງ ເປັນຜູ້ທີ່ມີຄຸນຄວາມດີໃນການຮັກສາ ແລະ ພັດທະນາສິລະປະຟ້ອນລຳ ຂອງຊາວເຜົ່າເມື່ອງ.

ບັນດາກິດຈະການຄົ້ນຄວ້າທີ່ມີຄຸນຄ່າ ຂອງນັກສິລະປິນດີເດັ່ນ ບຸ່ຍຈີ໋ແທງ ກ່ຽວກັບສິລະປະຟ້ອນລຳຂອງຊາວເຜົ່າເມື່ອງ
ເວົ້າສະເພາະ ແລະ ເວົ້າລວມແມ່ນວັດທະນະທຳອັນເປັນມູນເຊື້ອຂອງຊາວເຜົ່າເມື່ອງ.

ນັກສິລະປິນດີເດັ່ນ ບຸ່ຍຈີ໋ແທງ ກັບພັນລະຍາ.
 
ແຕ່ປາງກີ້ປາງກ່ອນ, ຢູ່ບັນດາເຂດຂອງຊາວຊົນເຜົ່າເມື່ອງ ຍັງຄົງຕົວລະບອບລາງດ້າວ (ຊົນຊັ້ນປົກຄອງຂັ້ນສູງສຸດໃນເຂດ) ແລະ ສິລະປະການ ຟ້ອນລຳແມ່ນເພື່ອຣັບໃຊ້ໃຫ້ແກ່ຊົນຊັ້ນນີ້ ເປັນຕົ້ນຕໍເທ່ົານັ້ນ. ໃນຄອບຄົວລາງດ້າວແຕ່ລະຄອບຄົວຈະມີໜ່ວຍຟ້ອນຕ່າງຫາກ ແລະ ສິລະປະ ການຟ້ອນດ່ັງກ່າວບໍ່ໄດ້ເຜີຍແຜ່ໃນໝູ່ຊົນທັງຫຼາຍ. ເມື່ອປະຕິວັດເດືອນສິງຫາ ປະສົບຜົນສຳເລັດ, ລະບອບລາງດ້າວກໍ່ຖືກໂຄ່ນລົ້ມ ແລະ
ຈາກນັ້ນ, ບັນດາວາດຟ້ອນລຳຂອງຊາວເຜົ່າເມື່ອງ ກໍ່ຖືກສູນຫາຍໄປນຳ.
ເຖິງວ່າບໍ່ໄດ້ກຳເກີດຢູ່ເຂດຕາເວັນຕົກສຽງເໜືອກໍຕາມ, ແຕ່ຍ້ອນສະເໜຂອງສິລະປະການຟ້ອນລຳ ຂອງບັນດາຊົນເຜົ່າຢູ່ເຂດ ຕາເວັນຕົກສຽງ ເໜືອ ໄດ້ຊືມເລິກເຂົ້າໄປໃນເລືອດເນື້ອ ຂອງທ່ານແທງ ນັບແຕ່ຊ່ວງເວລາຍັງເປັນທະຫານໜຸ່ມຄົນໜຶ່ງ ທີ່ເຄີຍເຂົ້າຮ່ວມການເຄື່ອນໄຫວ ຢູ່ໃນເຂດນີ້ ດ້ວຍ ຄວາມເມົາມົວ,ໝົກມຸ່ນ. ເມື່ອປີ 1959, ລາວຖືກສົ່ງໄປຮຽນ ຢູ່ໂຮງຮຽນຟ້ອນຊັ້ນກາງທີ່ນະຄອນຫລວງຮ່າໂນ້ຍ ຂະແໜງ ວິຊາກຳກັບການ
ສະແດງຟ້ອນ. ເມື່ອຮຽນຈົບແລ້ວ, ລາວ ກັບມາເຂດຕາເວັນຕົກສຽງເໜືອ, ແລະ ປະກອບສ່ວນເຂົ້າໃນການຄົ້ນຄວ້າ, ອົບຮົມ, ບຳລຸງສ້າງ ແລະ ຈັດຕັ້ງຊຸດຮຽນຫຼາຍຊຸດ ໃຫ້ແກ່ປະຊາຊົນບັນດາເຜົ່າ ເຊັ່ນ: ຊາວເຜົ່າຜູ້ໄທ, ຊາວເຜົ່າຢາວ, ຊາວເຜົ່າເມື່ອງ ແລະ ອື່ນໆ…
ເນື່ອງຈາກໃນຕະຫຼອດຊີວິດທີ່ໃກ້ຊິດຕິດພັນກັບເຂດຕາເວັນຕົກສຽງເໜືອ ອັນໄດ້ເຮັດໃຫ້ລາວຍິ່ງມີຄວາມສົນໃຈຕໍ່ບັນດາວາດຟ້ອນແບບ ດັ້ງເດີມ ຂອງຊາວເຜົ່າເມື່ອງ. ຕໍ່ໜ້າ ຂໍ້ຄວາມຕ່າງໆທີ່ຖືວ່າ ຊາວເຜົ່າເມື່ອງບໍ່ມີສິລະປະຟ້ອນລຳສະເພາະຂອງຕົນເອງ, ທ່ານແທງ ໄດ້ຕັດສິນໃຈ ລົງມືທຳການ ຄົ້ນຄວ້າ ແລະ ຊອກຫາວິທີ ຟື້ນຟູບັນດາວາດຟ້ອນຂອງຊາວເຜົ່າເມື່ອງ. ລາວໄດ້ລົງສູ່ພື້ນທີ່ຫຼາຍແຫ່ງທີ່ມີຊາວເຜົ່າເມື່ອງຢູ່ອາໄສ ຄືແຂວງ ຮ່ວາບິ່ງ, ແທງຮວາ, ເງ້ອານ ເພື່ອທຳການຊອກຮູ້. ຈາກການເດີນທາງໃນຄັ້ງຕ່າງໆ ແລະ ຜ່ານບົດບັນທຶກ, ບົດຄົ້ນຄວ້າວ່າດ້ວຍ ຮ່ອງຮອຍປະຫວັດສາດ, ການເຄື່ອນໄຫວດ້ານສາສະໜາຕ່າງໆນັ້ນ ໄດ້ພາໃຫ້ ລາວມີການສະຫຼຸບ ວ່າ ຊາວເຜົ່າເມື່ອງ ມີວາດຟ້ອນສະ ເພາະຂອງເຂົາເຈົ້າເອງ.
ທ່ານແທງຍັງໃຫ້ຮູ້ຕື່ມອີກວ່າ: “ໃນການລົງຕົວຈິງຢູ່ທ້ອງຖິ່ນ ເພື່ອຊອກຮູ້ກ່ຽວກັບງານບຸນ, ໃນໂອກາດຕ້ອນຮັບແຂກ ແລະ ໄດ້ກິນຢູ່ຮ່ວມກັບ
ປະຊາຊົນ, ຂ້າພະເຈົ້າຈຶ່ງຮັບຮູ້ວ່າ ຊາວຊົນເຜົ່າເມື່ອງເຄີຍມີພື້ນຖານສິລະປະຟ້ອນລຳທີ່ອຸດົມສົມບູນ ເປັນເອກະລັກພິເສດ ແລະ ປັດຈຸບັນ ຍັງຄົງຮັກສາວາດຟ້ອນ ທີ່ສືບມາແຕ່ບູຮານ ຂອງຕົນໄວ້ໄດ້. ສິລະປະການຟ້ອນລຳໃນເມື່ອກ່ອນ ຂອງຊາວເຜົ່າເມື່ອງຍາມ ໃດກໍມີຄວາມສະໜິດ ຕິດພັນ ແລະ ຖືບົດບາດອັນສຳຄັນ ໃນໂອກາດຈັດງານບຸນຕ່າງໆ ໂດຍສະເພາະຢ່າງຍິ່ງແມ່ນໃນພິທີສົ່ງສະການອີກດ້ວຍ”.
 

ທ່ານ ແທງ ໃນການລົງຕົວຈິງ ເພື່ອເກັບກຳຂໍ້ມູນ ກ່ຽວກັບສິລະປະ ວັດທະນະທຳຈາກວົງຄະນາຍາດຊາວເຜົ່າເມື່ອງ. (ພາບ:ເອກສານ)

 
ທ່ານແທງ ເປັນຄົນມີຄຸນຄວາມດີໃນການຟື້ນຟູ ແລະ ແນະນຳການຟ້ອນວາດຟ້ອນພື້ນເມືອງຕ່າງໆ
ຂອງເຂົາເຈົ້າເອງ ໃຫ້ແກ່ຊາວເຜົ່າເມື່ອງ . (ພາບ: ເອກະສານ)
ຍິງສາວຊາວເຜົ່າເມື່ອງ ໃນວາດຟ້ອນກັບຄ້ອງ ຕາມແບບດັ້ງເດີມ.
(ພາບ:ເອກະສານ)
 
ຄ້ອງເປັນສີສັນວັດທະນະທຳພິເສດ ຂອງຊາວ ເຜົ່າເມື່ອງ.
(ພາບ: ເອກະສານ)
 
ຈາກຊ່ວງເວລາທີ່ທຳການຄົ້ນຄວ້າດ້ວຍຄວາມໝົກມຸ່ນນັ້ນ, ທ່ານ ບຸ່ຍ ຈີ໋ແທງ ໄດ້ຄົ້ນເຫັນ ແລະ ຟື້ນຟູຫຼາຍວາດຟ້ອນຂອງຊາວເຜົ່າເມື່ອງ ຄືນໃໝ່. ໃນນັ້ນ ມີຫຼາຍວາດຟ້ອນທີ່ ເປັນສີສັນພິເສດ ແລະ ມີຂອບຂະໜາດໃຫຍ່ໂຕ ເຊັ່ນ: ຟ້ອນວີ, ຟ້ອນທຸງ, ຟ້ອນຖະຫວາຍເຄື່ອງບູຊາ, ຟ້ອນປອມຕົວ … ລາວກໍໄດ້ ປະກາດໝາກຜົນ ຂອງການຄົ້ນຄວ້າກ່ຽວກັບສິລະປະຂອງຊາວເຜົ່າເມື່ອງຄື: “ດົນຕີໃນຄອບຄົວຂອງຊາວ ເຜົ່າເມື່ອງ”, “ວາດຟ້ອນຂອງເຈົ້າສາວ” ແລະ ອື່ນໆ…
ແຕ່ລະມື້, ໃນເຮືອນຫລັງນ້ອຍຂອງຕົນທີ່ນະຄອນຮ່ວາບິ່ງ, ທ່ານແທງຍັງຄົງມີຄວາມໝົກມຸ່ນກັບການຄົ້ນຄວ້າກ່ຽວກັບສິລະປະຟ້ອນເມື່ອງ
ແລະ ບັນດາ ຄຸນຄ່າວັດທະນະທຳ ຂອງຊາວເຜົ່າເມື່ອງ. ພັນລະຍາຂອງລາວເປັນນັກແຕ້ມຊາວຊົນເຜົ່າເມື່ອງ ທັງເປັນເພື່ອນຮ່ວມງານພິເສດ ໄດ້ຊ່ວຍເຫຼືອລາວໃນ ການຄົ້ນຄວ້າ. ທ່ານແທງມີຄວາມປາດຖະໜາວ່າ ສິລະປະຄ້ອງ ກໍຄືບັນດາວາດຟ້ອນ ຂອງຊາວເຜົ່າເມື່ອງ ຈະໄດ້ຮັບ ການເຜີຍແຜ່ຢ່າງກວ້າງຂວາງ ແລະ ຈະໄດ້ຮັບຄວາມນິຍົມຊົມຊອບ, ປົກປັກຮັກສາ ແລະ ເສີມຂະຫຍາຍຈາກຄົນລຸ້ນໜຸ່ມ.
 
ນັກສິລະປິນດີເດັ່ນ ບຸ່ຍຈີ໋ແທງ ເກີດປີ 1933 ຢູ່ເມືອງ ຢາຫວຽນ, ແຂວງນິງບິ່ງ. ລາວເຄີຍໄດ້ຮັບ ລາງວັນ ເປັນຜູ້ກຳກັບທີ່ດີເດັ່ນ ໃນຜົນການປະດິດແຕ່ງຈຳນວນໜຶ່ງຄື: “ຕົ້ນຝ້າຍ” (ປີ1993), “ສັນຕິພາບ ແລະ ໄຊຊະນະ” (ປີ1992). ໄດ້ຮັບລາງວັນລະດັບຊາດ ໃນ 3 ກິດຈະການຄົ້ນຄວ້າ ກ່ຽວກັບສິລະປະ ຟ້ອນຂອງຊາວເຜົ່າເມື່ອງ. ລາວກໍໄດ້ຮັບການປະດັບຫລຽນໄຊແຮງງານຊັ້ນສອງ ແລະ ມອບນາມມະຍົດເປັນ ນັກສິລະປິນ ດີເດັ່ນຈາກລັດ.

ບົດ:ຫືວຕ໋ວນ - ພາບ: ເຈີ່ນຮ໋ວນ

duytan

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top