• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ຍີ່ປຸ່ນ ຄອງຊະນະເລີດ, ຫວຽດນາມ ຜິດນັດກັບເຕະບານໂລກ.

ການແຂ່ງຂັນເຕະບານຊີງຂັນບານເຕະຍິງ ອາຊີ 2014 ສຳເລັດຢ່າງຈົບງາມ ພາຍຫຼັງການແຂ່ງຂັນ ຢ່າງຟົດຟື້ນແຕ່ວັນທີ 14-25 ພຶດສະພາ 2014 ທີ່ນະຄອນ ໂຮ່ຈີມິນ. ທີມບານເຕະຍິງ ຍີ່ປຸ່ນ ຄອງຊະນະເລີດ, ທີມບານ ເຕະຍິງ ຫວຽດນາມ ຜິດນັດກັບເຕະບານໂລກ 2015.

 

ຂັນບານເຕະຍິງ ອາຊີ 2014 ເຕົ້າໂຮມ 8 ທີມບານເຕະຍິງ ດີເດັ່ນທີ່ສຸດໃນທະວີບອາຊີ, ໄດ້ແບ່ງເປັນ 2 ສາຍ, ທີມອັນດັບໜຶ່ງ ແລະ ສອງຢູ່ແຕ່ລະສາຍຈະໄດ້ເຂົ້າຮອບຮອງຊະນະເລີດ ແລະ ໄດ້ຮັບສິດໄປແຂ່ງຂັນ ໃນຮອບຊີງຊະນະເລີດບານໂລກ 2015. ສິດຍັງເຫຼືອແມ່ນຂອງທີມໃດທີ່ຊະນະໃນການແຂ່ງຂັນຮອບ play-off ລະຫວ່າງທີມອັນດັບ 3 ຢູ່ແຕ່ລະສາຍ. ທີມບານເຕະຍິງ ຫວຽດນາມ ດ້ວຍຖານະເປັນເຈົ້າພາບ ມີໂອກາດປະຫວັດສາດໄດ້ເຂົ້າຮ່ວມເຕະບານໂລກ ເມື່ອນອນໃນສາຍ A ກັບ ຍີ່ປຸ່ນ, ອົດສຕາລີ, ຢອກດານ ແລະ ສິ່ງສຳຄັນແມ່ນຄູ່ຕໍ່ສູ້ໃນຮອບ play-off ພຽງແຕ່ແມ່ນ ໄທ ຫຼື ມຽນມາ, ສອງທີມໃນຂົງເຂດ ອາຊີຕາເວັນອອກສຽງໃຕ້ ທີ່ພວກເຮົາເຄີຍເອົາຊະນະມາເປັນຫຼາຍເທື່ອ. ແຕ່ຄວາມຈິງບໍ່ເໝືອນດັ່ງຄວາມ ມຸ່ງຫວັງ ຂອງນັກເຊຍບານເຕະຫວຽດນາມ.

ນັດທຳອິດ, ທີມບານເຕະຍິງ ຫວຽດນາມ ເອົາຊະນະ ທີມບານເຕະຍິງ ຢອກດານ 3-1 ແລະ ມີໂອກາດໄດ້ເຂົ້າຮ່ວມບານເຕະໂລກ 2015 ທີ່ໄດ້ຮັບການຈັດຂຶ້ນຢູ່ ການາດາ. ສອງນັດຕໍ່ມາ, ເຖິງວ່າ ມານະພະຍາຍາມແຂ່ງຂັນສຸດຄວາມສາມາດຂອງຕົນແລ້ວ, ແຕ່ທີມບານເຕະຍິງ ຫວຽດນາມ ກໍ່ປະລາໄຊ ອົດສຕາລີ 0-2 ແລະ ຍີ່ປຸ່ນ 0-4.

ຕົກເປັນອັນດັບທີ 3 ໃນສາຍ A, ທີມບານເຕະຍິງ ຫວຽດນາມ ເຂົ້າຮ່ວມໃນການແຂ່ງຂັນຮອບ play-off ກັບທີມບານເຕະຍິງ ໄທ ໃນຄວາມມຸ່ງຫວັງຄອງຄອຍຂອງນັກເຊຍ ຫວຽດນາມ ໃນທົ່ວປະເທດ. ຖ້າເອົາ ຊະນະນັດນີ້, ເທື່ອທຳອິດ ຫວຽດນາມ ຈະມີທີມບານເຕະໜຶ່ງ ມີໂອກາດແຂ່ງຂັນຢູ່ບານເຕະໂລກ. ສິ້ນສຸດ ການແຂ່ງຂັນ, ທີມບານເຕະຍິງ ໄທ ເອົາຊະນະ ທີມບານເຕະ ຫວຽດນາມ 2-1 ແລະ ກາຍເປັນ ທີມບານ ເຕະ ທຳອິດຂອງ ອາຊີຕາເວັນອອກສຽງໃຕ້ ມີໜ້າເຂົ້າຮ່ວມ ບານເຕະໂລກ. ບານເຕະໂລກຍັງ ເປັນຄວາມ ຝັນຂອງບານເຕະຫວຽດນາມ ແລະ ນັກເຊຍ ຫວຽດນາມ.  ສະໜາມກິລາ ຖົ໋ງເຍີດ ເຕັມໄປດ້ວຍ ສີແດງ ເພື່ອສົ່ງກຳລັງໃຈໃຫ້ທີມບານເຕະຍິງ, ແຕ່ສຸດທ້າຍ, ນັກເຕະບານຍິງ ຫວຽດນາມ ຕ້ອງຖ້າອີກ 4 ປີ ເພື່ອ ສຳເລັດຄວາມຝັນດັ່ງກ່າວ.
 

ສະໜາມກິລາ ຖົ໋ງເຍີດ ເຕັມໄປດ້ວຍສີແດງຂອງທຸງຊາດ ຈາກ ກອງເຊຍ ຫວຽດນາມ.

ບັນຍາກາດທີ່ຟົດຟື້ນໃນການແຂ່ງຂັນຮອບ play-off ລະຫວ່າງ ທີມບານເຕະຍິງ ຫວຽດນາມ ແລະ ທີມບານເຕະຍິງ ໄທ.

ການແຂ່ງຂັນລະຫວ່າງນັກເຕະບານຍິງ ຫວຽດນາມ ແລະ ໄທ.

ຄວາມດີໃຈຂອງທີມບານເຕະຍິງ ໄທ ຫຼັງຈາກທີ່ກາຍເປັນ
ທີມບານເຕະທຳອິດຂອງອາຊີຕາເວັນອອກສຽງໃຕ້ ມີໜ້າ ຢູ່ບານເຕະໂລກ 2015.

ນັກຂ່າວ ຫວຽດນາມ ແລະ ສາກົນຫຼາຍຄົນ ມາລົງຂ່າວກ່ຽວກັບ ການແຂ່ງຂັນຮອບ play-off ລະຫວ່າງ ທີມບານເຕະຍິງ ຫວຽດນາມ ແລະ ໄທ. 

ໃນຮອບຊີງຊະນະເລີດທີ່ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 25 ພຶດສະພາ, ທີມບານເຕະຍິງ ຍີ່ປຸ່ນ ເຕະ ກັບທີມບານເຕະຍິງ ອົດສຕາລີ ແລະ ເອົາຊະນະ 1-0. ການຄອງຊະນະເລີດ ໃນຂັນບານເຕະຍິງ ອາຊີ ເທື່ອທຳອິດໃນປະຫວັດສາດນີ້ ຈະສ້າງຄວາມໝັ້ນໃຈໃຫ້ນັກບານເຕະຍິງ ຍີ່ປຸ່ນ ໃນການແຂ່ງຂັນ ບານເຕະ ໂລກ ເມື່ອປີ 2015 ຢູ່ ການາດາ. ກ່ອນໜ້ານັ້ນ, ທີມບານເຕະຍິງ ຈີນ ໄດ້ຮັບອັນດັບທີ 3 ຫຼັງຈາກເອົາຊະນະ ທີມບານເຕະຍິງ ເກົາຫຼີ 2-1. ຄະນະຈັດຕັ້ງໄດ້ມອບລາງວັນ ນັກເຕະດີເດັ່ນໃຫ້ແກ່ນາງ Miyama ຂອງ ຍີ່ປຸ່ນ, ມອບລາງວັນ ນັກເຕະຍິງໄດ້ຫຼາຍປະຕູທີ່ສຸດໃຫ້ແກ່ນາງ Park Eun Sun ຂອງ ເກົາຫຼີ. 

ທີມບານເຕະຍິງ ຍີ່ປຸ່ນ ແລະ ອົດສຕາລີ ພົບກັນໃນ ຮອບຊີງຊະນະເລີດ ທີ່ໄດ້ຈັດຂຶ້ນໃນຕອນຄຳ່ວັນທີ 25 ພຶດສະພາ.

ການຫຼອກບານຂອງນັກເຕະບານ ເສື້ອເບີ 13 ຂອງທີມບານເຕະຍິງ ຍີ່ປຸ່ນ.

ນາງ Fukumoto, ຜູ້ເຝົ້າປະຕູຂອງ ຍີ່ປຸ່ນ ຊ່ວຍຮັກສາປະຕູຈາກການຍິງປະຕູຂອງບັນດານັກເຕະບານຍິງ ອົດສຕາລີ.

ກອງເຊຍ ຍີ່ປຸ່ນ ຫຼາຍຄົນມາສະໜາມກິລາ ຖົ໋ງເຍີດ ເພື່ອເຊຍໃຫ້ທີມບານເຕະຍິງ ຍີ່ປຸ່ນ.

ທີມບານເຕະຍິງ ຍີ່ປຸ່ນ ຄອງຊະນະເລີດໃນການແຂ່ງຂັນເຕະບານຊີງຂັນບານເຕະຍິງ ອາຊີ 2014.

ນັກເຕະບານຍິງ Park Eun Sun ຂອງ ເກົາຫຼີ ໄດ້ຮັບລາງວັນ ຜູ້້ຍິງໄດ້ຫຼາຍປະຕູທີ່ສຸດ.
ບົດ: ຫງວຽນຫວູແທ່ງດາດ - ພາບ: ເລມິນ

bichlien

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ແມ່ນຈຸດໝາຍປາຍທາງແຫ່ງໃໝ່ ໃນປະຫວັດສາດ ຂອງ ການແຂ່ງຂັນ ເຈັດສກີ ມືອາຊີບສາກົນ (UIM F1H2O World Championship), ແຂວງ ບິ່ງດິ້ງ ໄດ້ເສີມຂະຫຍາຍ ຢ່າງມີປະສິດທິຜົນ ທຸກແຫຼ່ງກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນ ເພື່ອແນໃສ່ ໂຄສະນາພາບພົດທີ່ສວຍງາມ ແລະ ຕັ້ງໜ້າອອກສູ່ສາຍຕາຊາວໂລກ.

Top