ງານແຂ່ງຂັນກາຍຍະສິນໄວໜຸ່ມ 3 ປະເທດຫວຽດນາມ-ລາວ-ກຳປູເຈຍ ຫາກໍໄດ້ຈັດຂຶ້ນທີ່ໂຮງຮຽນສິລະປະກາຍຍະສິນ ຫວຽດນາມຊັ້ນກາງໃນຫວ່າງມໍ່ໆນີ້. ນີ້ແມ່ນການເຄື່ອນໄຫວ ໂດຍແມ່ນກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ສະຫະພັນກາຍຍະສິນ ຫວຽດນາມ ສົມທົບກັນຈັດຕັ້ງ ເພື່ອຈຸດ ປະສົງເພີ່ມທະວີຄວາມໄມຕີຈິດມິດຕະພາບ ແລະ ການຮ່ວມມື ລະຫວ່າງ 3 ປະເທດ.
ງານແຂ່ງຂັນດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງນັກສິລະປິນໜຸ່ມຫລາຍກວ່າ 200 ຄົນ (ໄວອາຍຸຕຳ່ກວ່າ 27 ປີ) ມາຈາກ 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ. ເປັນເວລາ 4 ວັນ, ມີ 34 ລາຍການ ສະແດງກາຍຍະສິນທີ່ມີຄຸນນະພາບສູງ, ບໍ່ຄ່ອຍໄດ້ເຫັນ ແລະ ໄດ້ ສ້າງຄວາມປະທັບໃຈຕໍ່ທ່ານຜູ້ຊົມເປັນຢ່າງຍິ່ງ.
ປະເທດເຈົ້າພາບຫວຽດນາມມີ 4 ຄະນະເຂົ້າຮ່ວມຄື: ຄະນະໂຮງຮຽນສິລະປະກາຍຍະສິນຫວຽດນາມຊັ້ນກາງ, ສະຫະພັນກາຍຍະສິນຫວຽດນາມ, ໂຮງລະຄອນສິລະປະກາຍຍະສິນຮ່າໂນ້ຍຊັ້ນກາງ, ຄະນະກາຍຍະສິນປະຊາຊົນລອງອານ. ຊຶ່ງເປັນສະຖານທີ່ ກໍ່ສ້າງ ແລະ ສະແດງກາຍຍະສິນແຖວໜ້າຂອງຫວຽດນາມ. ລາຍການກາຍຍະສິນທຸກໆລາຍການຂອງຄະນະຫວຽດນາມ ລ້ວນແຕ່ໄດ້ຮັບ ການຈັດສາກຢ່າງລະອຽດພິຖີພິຖັນ ແລະ ເຄີຍໄດ້ຮັບຫຼາຍລາງວັນ ທີ່ງານມະໂຫລານກາຍຍະສິນສາກົນຄັ້ງຕ່າງໆມາແລ້ວ.
ພິທີເປີດງານແຂ່ງຂັນຄວາມສາມາດ ດ້ານກາຍຍະສິນ ຂອງໄວ ໜຸ່ມສາມປະເທດ
ຫວຽດນາມ-ລາວ-ກຳປູເຈຍ ປີ 2015. ພາບ: ແຄ໋ງລອງ
ບັນດານັກສິລະປິນໜຸ່ມຂອງ 3 ປະເທດ ສະແດງລາຍການ ຕີລັງກາ ໃນຄຳ່ຄືນເປີດງານແຂ່ງຂັນ. ພາບ: ແຄ໋ງລອງ
ການສະແດງລາຍການ “ນາງສາວໝູ່ບ້ານດອກໄມ້” ຂອງໂຮງ ຮຽນ ສິລະປະກາຍຍະສິນຫວຽດນາມຊັ້ນກາງ. ພາບ: ເຕິດເຊີນ
ລາຍການຂອງໂຮງຮຽນສິລະປະກາຍຍະສິນຫວຽດນາມຊັ້ນກາງ ແມ່ນລາຍການປະສົມປະສານຢ່າງເປັນເອກະລັກ
ລະຫວ່າງສິລະປະ ຂັບເຈົ່າວັນ ແລະ ຫຼິ້ນກົນ. ພາບ: ເຕິດເຊີນ
ລາຍການ “ສ້າງຮູບຊົງເທິງອຸປະກອນຄານດ່ຽວ” ຂອງໂຮງຮຽນ ສິລະປະກາຍຍະສິນ ຫວຽດນາມຊັ້ນກາງ. ພາບ: ເຕິດເຊີນ
ລາຍການ “ສ້າງຮູບຊົງເທິງເຊືອກໜັງ” ຂອງສະຫະພັນກາຍຍະ ສິນ ຫວຽດນາມ. ພາບ: ເຕິດເຊີນ
ລາຍການ “ສ້າງຮູບຊົງເທິງເຊືອກໜັງ” ຂອງສະຫະພັນກາຍຍະ ສິນ ຫວຽດນາມ. ພາບ: ເຕິດເຊີນ
ລາຍການ “ຄວາມໄຝ່ຝັນອັນແຮງກ້າ” ຂອງໂຮງຮຽນສິລະປະ ກາຍຍະສິນຫວຽດນາມຊັ້ນກາງ. ພາບ: ແຄ໋ງລອງ
ລາຍການ “ຍິງສາວ ແລະ ດອກກຸຫຼາບ” ຂອງຄະນະກາຍຍະສິນ ແຫ່ງຊາດລາວ. ພາບ: ເຕິດເຊີນ
ລາຍການ “ເດ໋ຖົ໋ງ” ຂອງຄະນະກາຍຍະສິນແຫ່ງຊາດລາວ. ພາບ: ເຕິດເຊີນ
ລາຍການ “ຊິງຊ້າ” ຂອງຄະນະກາຍຍະສິນແຫ່ງຊາດລາວ. ພາບ: ແຄ໋ງລອງ
ຄະນະກາຍຍະສິນແຫ່ງຊາດກຳປູເຈຍກັບລາຍການ “ການສ້າງ ຮູບຊົງດ້ວຍນັກສະແດງຊາຍສາມຄົນ”. ພາບ: ແຄ໋ງລອງ
ທ່ານຜູ້ຊົມຕື່ນເຕັ້ນ ແລະ ມ່ວນຊື່ນກ່ອນສາກການແຂ່ງຂັນຄວາມສາມາດຂອງນັກກາຍຍະສິນໜຸ່ມ 3 ປະເທດ. ພາບ: ເຕິດເຊີນ
|
ນຳສະເຫນີໃນງານແຂ່ງຂັນມີ 7 ລາຍການ, ບັນດານັກສິລະປິນ ໜຸ່ມຂອງປະເທດລາວໄດ້ສະແດງໃຫ້ເຫັນລະດັບຂອງວິຊາຊັ້ນສູງ. ໃນນັ້ນແມ່ນລາຍກການ “ນາງສາວ ແລະ ດອກກຸຫຼາບ” ໄດ້ຖືກຄະນະກຳມະການຕີລາຄາສູງກັບບັນດາສາກການສະແດງ ໂອນເອນສາຍທີ່ສູງ ແລະ ສ່ຽງໄພ. ສຳລັບຄະນະກຳປູເຈຍພັດດຶງດູດໃຈທ່ານຜູ້ຊົມດ້ວຍການນຳໃຊ້ດົນຕີພື້ນເມືອງ ຂອງປະເທດ ຕົນສ້າງເປັນທຳນອງປະກອບໃຫ້ແກ່ບັນດາລາຍການສະແດງ, ດັ່ງນັ້ນຈຶ່ງໄດ້ສ້າງທ່າທີລີລາ ແລະ ເປັນອັນສະເພາະບໍ່ຊ້ຳແບບໃຜ ຂອງສິລະປະກາຍຍະສິນກຳປູເຈຍ.
ຕີລາຄາສູງແບບລີລາການສະແດງຂອງຄະນະກາຍຍະສິນ ກຳປູເຈຍ, ທ່ານ ຮວ່າງມິງແຄ໋ງ, ຜູ້ອຳນວຍການໂຮງຮຽນສິລະປະ ກາຍຍະສິນ ຫວຽດນາມຊັ້ນກາງໃຫ້ຮູ້ວ່າ, ການນຳໃຊ້ດົນຕີພື້ນເມືອງ ເຂົ້າສິລະປະ ການສະແດງຂອງຄະນະກຳປູເຈຍເປັນອັນໃໝ່ໆ ທີ່ຂະແໜງການ ກາຍຍະສິນຫວຽດນາມສາມາດຮຽນຮູ້ ແລະ ໝູນໃຊ້ເຂົ້າໃນຕົວຈິງ ເນື່ອງຈາກວ່າຫວຽດນາມກໍມີພື້ນຖານດົນຕີ ພື້ນເມືອງທີ່ອຸດົມສົມບູນ ແລະ ຫຼາກຫຼາຍທີສຸດ.
ງານແຂ່ງຂັນໄດ້ສິ້ນສຸດລົງຢ່າງຈົບງາມ 5 ລາຍການຍາດໄດ້ ຫຼຽນຄຳ ຊຶ່ງປະກອບດ້ວຍ: ລາຍການ“ນາງສາວ ແລະ ດອກກຸຫຼາບ” ຂອງຄະນະກາຍຍະສິນແຫ່ງຊາດລາວ; “ຕີມວຍ” ຂອງຄະນະກາຍ ຍະສິນແຫ່ງຊາດກຳປູເຈຍ, “ນາງສາວໝູ່ບ້ານດອກໄມ້” ແລະ “ສ້າງ ຮູບຊົງຢູ່ເທິງອຸປະກອນຄານດ່ຽວ” ຂອງໂຮງຮຽນສິລະປະກາຍຍະ ສິນຫວຽດນາມຊັ້ນກາງ, “ຍຸວັນນາລີໃນຮູບແຕ້ມ” ຂອງສະຫະພັນ ກາຍຍະສິນຫວຽດນາມ.
ປະຕິບັດໂດຍ: ແຄ໋ງລອງ-ເຕິດເຊີນ