• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

TPP - ກາລະໂອກາດ ແລະ ສິ່ງທ້າທາຍ

ຫຼັງຈາກກອງປະຊຸມລັດຖະມົນຕີການຄ້າບັນດາປະເທດເຂົ້າຮ່ວມ ການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຍຸດທະສາດຂ້າມປາຊີຟິກ (TPP) ສຳເລັດການເຈລະຈາສັນຍາທີ່ Atlanta (ອາເມລິກາ), ຕອບຄຳຖາມສຳພາດຈາກນັກຂ່າວຂອງຂ່າວສານຫວຽດນາມ, ທ່ານ ຫວູຮຸຍ ຮວ່າງ, ລັດຖະມົນຕີວ່າການກະຊວງອຸດສາຫະກຳການຄ້າ ໄດ້ຢືນຢັນ ວ່າ, ສັນຍາ TPP ຈະໄດ້ຮັບຜົນປະໂຫຍດຫຼາຍຢ່າງ ແຕ່ແລ້ວກໍ່ອາດຈະມີສິ່ງທ້າທາຍຈຳນວນໜຶ່ງເກີດຂຶ້ນຕໍ່ຫວຽດນາມ. 
ທາງດ້ານເສດຖະກິດ, ຕາມການຄິດໄລ່ຂອງບັນດານັກຊ່ຽວຊານເສດຖະກິດເອກະເທດ, TPP ຈະຊ່ວຍໃຫ້ GDP ຂອງຫວຽດນາມເພີ່ມຂຶ້ນ 23,5 ຕື້ USD ໃນປີ 2020 ແລະ ຈະເພີ່ມ 33,5 ຕື້ USD ໃນປີ 2025. ການສົ່ງອອກຈະເພີ່ມຂຶ້ນຕື່ມເປັນ 68 ຕື້ USD ໃນປີ 2025. ສິ່ງທີ່ເປັນ ໜ້າສົນໃຈແມ່ນບັນດາຕະຫຼາດໃຫຍ່ໆເຊັ່ນ ອາເມລິກາ, ຍີ່ປຸ່ນ, ການາດາ ຫຼຸດອັດຕາພາສີນຳເຂົ້າລົງເປັນ 0% ຈະຊ່ວຍສ້າງການກະຕຸກຊຸກຍູ້ອັນໃຫຍ່ຫລວງຕໍ່ການສົ່ງອອກຂອງຫວຽດນາມ. ບັນດາຂະແໜງການສົ່ງອອກທີ່ສຳຄັນໆຄື ຕຳ່ແຜ່ນຕັດຫຍິບ, ເກີບໜັງ ແລະ ສິນໃນນ້ຳ… ມີຄວາມອາດສາມາດ ທີ່ຈະມີບາດກ້າວຂະຫຍາຍຕົວຢ່າງກ້າວກະໂດດ ຂັ້ນດ້ານວົງເງິນສົ່ງອອກເຂົ້າຕະຫຼາດດັ່ງກ່າວ.

ນອກຈາກນັ້ນ, ເມື່ອເຂົ້າຮ່ວມ TPP ຫວຽດນາມຈະມີ ກາລະໂອກາດ ອັນໃໝ່ ຈາກລະບົບກົນໄກການສະໜອງໃໝ່ ທີ່ປະກົດຂຶ້ນຫຼັງຈາກ TPP ມີຜົນສັກສິດ. ບັນດາປະເທດ TPP ກວມເອົາ 40% GDP ແລະ ກວມ 30% ຂອງການຄ້າທົ່ວໂລກ, ລວມມີທັງບັນດາຕະຫຼາດໃຫຍ່ໆເຊັ່ນ ອາເມລິກາ ແລະ ຍີ່ປຸ່ນ, ແນ່ນອນວ່າ ຈະເປີດກາລະໂອກາດຫຼາຍຢ່າງ ເມື່ອລະບົບກົນໄກ ການສະໜອງໃໝ່ປະກົດຂຶ້ນ. ຍິ່ງໄປກວ່ານັ້ນ, ການໃຫ້ຄຳໝັ້ນສັນຍາໃນສັນຍາ TPP ກ່ຽວກັບການບໍລິການ ແລະ ການລົງທຶນຄາດວ່າຈະມີຜົນປະໂຫຍດຢ່າງຕັ້ງໜ້າໃນການປັບປຸງສະພາບແວດລ້ອມການລົງທຶນ, ປະກອບສ່ວນດຶງດູດແຫຼ່ງທຶນຈາກຕ່າງປະເທດ.


ລັດຖະມົນຕີວ່າການການຄ້າບັນດາປະເທດເຂົ້າຮ່ວມກອງປະຊຸມເຈ ລະຈາ TPP ທີ່ Atlanta (ອາເມລິກາ). ພາບ: Reuters/VNA


ຫົວໜ້າຄະນະເຈລະຈາຫວຽດນາມກ່ຽວກັບສັນຍາ ຄູ່ຮ່ວມມືເສດຖະກິດ ຍຸດທະສາດຂ້າມປາຊີຟິກ (TPP), ທ່ານ ເຈີ່ນກວັກແຄ້ງ, ລັດຖະມົນຕີຊ່ວຍວ່າການ
ກະຊວງການ ອຸດສາຫະກຳການຄ້າເປັນປະທານກອງປະ ຊຸມຂ່າວປະກາດສິ້ນສຸດການເຈລະຈາ TPP. ພາບ: ເຈີ່ນຫວຽດ/VNA

(ທ່ານ ຫວູຮຸຍ ຮວ່າງ, ລັດຖະມົນຕີວ່າການກະຊວງອຸດສາຫະກຳການຄ້າ)

"ຕາມການຄິດໄລ່ຂອງບັນດານັກຊ່ຽວຊານເສດຖະກິດເອກະເທດ, TPP ຈະຊ່ວຍໃຫ້ GDP ຂອງຫວຽດນາມເພີ່ມຂຶ້ນ 23,5 ຕື້ USD ໃນປີ 2020 ແລະ ຈະເພີ່ມ 33,5 ຕື້ USD ໃນປີ 2025. ການສົ່ງອອກ ຈະເພີ່ມຂຶ້ນຕື່ມເປັນ 68 ຕື້ USD ໃນປີ 2025".
ດ້ານລະບົບບົດບັນຢັດ, ກໍເຊັ່ນດຽວກັນກັບການເຂົ້າຮ່ວມອົງການ ການ ຄ້າໂລກ (WTO), ເຂົ້າຮ່ວມ TPP ຈະເປັນກາລະໂອກາດເພື່ອ ໃຫ້ ຫວຽດນາມສືບຕໍ່ເຮັດໃຫ້ສົມບຸນບົດບັນຍັດ, ໃນນັ້ນ, ມີບົດບັນຍັດກ່ຽວກັບເສດຖະກິດການຕະຫຼາດ ຊຶ່ງເປັນໜຶ່ງໃນ 3 ບາດກ້າວບຸກທະລຸຍຸດ ທະສາດທີ່ພັກຫວຽດນາມໄດ້ກຳນົດໄວ້; ຊ່ວຍໜູນໃຫ້ແກ່ຂະບວນການ ປ່ຽນໃໝ່ຮູບແບບການເຕີບໂຕ ແລະ ປັບປຸງກົນໄກເສດຖະກິດຄືນໃໝ່. ພ້ອມກັນນັ້ນຊ່ວຍໃຫ້ຫວຽດນາມມີກາລະໂອກາດປັບປຸງຄືນສະພາບ ແວດລ້ອມແຫ່ງການດຳເນີນທຸລະກິດຕາມທິດທີ່ສະດວກ, ໂປ່ງໃສ ແລະ ງ່າຍດາຍກວ່າ, ຈາກນັ້ນຈະຊຸກຍູ້ການລົງທຶນທັງພາຍໃນ ແລະ ຕ່າງປະເທດ. ໂດຍສະເພາະແມ່ນການເຮັດສຳເລັດ ແລະ ເພີ່ມທະວີ ວຽກງານປົກປ້ອງ ລິຂະສິດທາງປັນຍາຈະເປີດກາລະໂອກາດດຶງດູດ ການລົງທຶນເຂົ້າໃນຂົງເຂດທີ່ຊັດສ່ວນດ້ານປັນຍາຊົນທີ່ມີຄວາມຮູ້ສູງ, ຍົກຕົວຢ່າງຄື: ການຜະລິດຢາປົວພະຍາດ, ໃນນັ້ນ, ຈະມີຢາຊີວະສາດ (ພິເສດແມ່ນປະເພດຢາວັກຊີນ ແລະ ຜະລິດຕະພັນ ອື່ນໆຈຳນວນຫນຶ່ງທີ່ຫວຽດນາມມີການພັດທະນາຢ່າງແຂງແຮງໃນຊຸມປີຜ່ານມາແລ້ວ). ແລະ ອີກດ້ານຫນຶ່ງ, ສັນຍາ  TPP  ມີມາດຕະຖານສູງທີ່ສຸດ ກ່ຽວກັບການຄຸ້ມຄອງບໍລິຫານທີ່ໂປ່ງໃສ ແລະ ການປະພຶດ ຢ່າງພາວະວິໄສຂອງກົງຈັກແຫ່ງລັດຈະຊ່ວຍໃຫ້ຫວຽດນາມສືບຕໍ່ເຮັດໃຫ້ສຳເລັດສົມບູນລັດແຫ່ງອຳນາດກົດໝາຍສັງຄົມນິຍົມ; ຊຸກຍູ້ເຮັດໃຫ້ສຳເລັດກົງຈັກແຫ່ງລັດໄປຕາມທິດກະທັດລັດ, ປອດໃສ, ເຂັ້ມແຂງ; ຍູ້ແຮງ ການປະຕິຮູບການບໍລິຫານ; ເພີ່ມທະວີຄວາມຮັບຜິດຊອບ, ລະບຽບວິໄນ, ຂໍ້ບັງຄັບ ແລະ ປ້ອງກັນ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ຟຸມເຟືອຍ ແລະ ອາດຍາສິດ.

ທາງດ້ານສັງຄົມ, ເຂົ້າຮ່ວມ TPP ຈະສ້າງໂອກາດຊ່ວຍຍົກສູງຄວາມ ໄວຂອງການຈະເລີນເຕີບໂຕ. ຜົນຕາມມາແມ່ນ ຈະສ້າງວຽກເຮັດງານ ທຳຫລາຍຂຶ້ນ, ຍົກສຸງລາຍຮັບ ແລະ ປະກອບສ່ວນລົບລ້າງຄວາມອຶດ ຫີວ ແລະ ຄວາມທຸກຈົນ. ການຈະເລີນເຕີບໂຕທາງດ້ານເສດຖະກິດ ຈະຊ່ວຍໃຫ້ຫວຽດນາມມີກຳລັງແຮງງານເພີ່ມຂຶ້ນ ແລະ ຈະເປັນການປັບ ປຸງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ແລະ ເບິ່ງແຍງດູແລສຸຂະ ພາບວົງຄະນາຍາດ. ເນື່ອງຈາກນຳສ່ົງຈາກອາເມລິກາ ແລະ ບັນດາປະ ເທດ TPP ທີ່ຍັງບໍ່ທັນມີ FTA ສຳລັບຫວຽດນາມ ສ່ວນຫຼາຍແມ່ນຍັງບໍ່ທັນມີການແກ່ງແຍ້ງໂດຍກົງ, ສະນັ້ນ ຖ້າຫວຽດນາມມີຂະບວນວິວັດ ຂອງການຫຼຸດພາສີທີ່ເໝາະສົມ, ສົມທົບກັບການບູລະນະສົມບູນລະບົບ ຄວາມສະຫງົບປອດໄພຂອງສັງຄົມ, ຫວຽດນາມ ສາມາດແກ້ໄຂໄດ້ບັນ ຫາທີ່ເກີດຂຶ້ນເມື່ອເຂົ້າຮ່ວມ TPP. ໂດຍສະເພາະ, ເນື່ອງຈາກວ່າສັນ ຍາ TPP ປະກອບດ້ວຍທັງໃຫ້ຄຳໝັ້ນສັນຍາກ່ຽວກັບການປົກປັກຮັກ ສາສິ່ງແວດລ້ອມ ດ້ວຍເຫດນັ້ນຂະບວນວິວັດຂອງການເປີດປະຕູ, ການຫັນ ເປັນເສລີການຄ້າ ແລະ ດຶງດູດການລົງທຶນຈະໄດ້ຖືກປະຕິບັດໄປຕາມ ແບບເປັນມິດກັບສິ່ງແວດລ້ອມກວ່າ, ຊ່ວຍໃຫ້ຫວຽດນາມພັດທະນາມີຄວາມໝັ້ນຄົງກວ່າ. ແຕ່ເຖິງຢ່າງໃດກໍ່ດີ, ການເຂົ້າຮ່ວມ TPP ຫວຽດນາມອາດປະເຊີນຫນ້າກັບສິ່ງທ້າທາຍຈຳນວນໃດໜຶ່ງຢ່າງແນ່ນອນ.


ຕາມຂໍ້ສັງເກດຂອງບັນດານັກຊ່ຽວຊານ, TPP ຈະຊ່ວຍຫວຽດນາມ ຍູ້ແຮງການປະຕິຮູບບໍລິຫານ, ຊຸກຍູ້ການບູລະນະກົງຈັກລັດຕາມທິດກະທັດຮັດ, ໂປ່ງໃສ, ເຂັ້ມແຂງ.
ໃນພາບ: ທ່ານນາຍົກ ລັດຖະ ມົນຕີ ຫງວຽນເຕິນຢຸງ ເປັນປະທານກອງປະຊຸມ ທາງໄກໂດຍກົງ ກັບບັນດາ ແຂວງ,
ນະຄອນຕ່າງໆກ່ຽວກັບການປ່ຽນແປງໃໝ່ປະຕິຮູບການບໍ ລິຫານລັດ. ພາບ: ດຶກຕ໋າມ/VNA



ການເຂົ້າຮ່ວມ TPP ຈະໄດ້ຮັບຜົນປະໂຫຍດຢ່າງໃຫຍ່ຫຼວງໃຫ້ແກ່ ຂະແໜງຕຳ່ແຜ່ນຕັດຫຍິບຫວຽດນາມ. ພາບ: ກິມເຟືອງ/VNP


ຂະແໜງສິນໃນນ້ຳກໍໄດ້ຮັບການຕີລາຄາວ່າຈະມີການຂະຫຍາຍຕົວ ຢ່າງກ້າວກະໂດດຂັ້ນໃນດ້ານວົງເງິນການສົ່ງອອກ. ພາບ: ເອກະສານ VNP


 ຂະແໜງຜະລິດເກີບໜັງຫວຽດນາມຄາດຄະເນວ່າຈະມີບາດກ້າວພັດທະນາກະໂດດຂັ້ນ ເມື່ອເຂົ້າຮ່ວມຕະຫຼາດ TPP. ພາບ: ຈ້ອງຈິ໋ງ/VNP


TPP ຈະເປີດປະຕູໃຫ້ແກ່ຕະຫຼາດຜະລິດຕະພັນກະສິກຳຫວຽດນາມ ແຕ່ກໍຍັງຮຽກຮ້ອງໃຫ້ຫວຽດນາມຕ້ອງມີການປ່ຽນແປງໃໝ່ຢ່າງແຂງແຮງ
ໃນຈິນຕະນາການການຄຸ້ມຄອງ ແລະ ຜະລິດສິນຄ້າກະສິກຳ. ພາບ: ເອກະສານ VNP



ການເຮັດໃຫ້ສຳເລັດສົມບູນ ແລະ ເພີ່ມທະວີວຽກງານປົກປ້ອງ ລິຂະສິດ ທາງປັນຍາ ຈະເປີດກາລະໂອກາດດຶງດູດການລົງທຶນ
ເຂົ້າບັນດາຂົງເຂດທີ່ມີຊັດສ່ວນປັນຍາຊົນພູມປັນຍາສູງເຊັ່ນຜະລິດຢາປົວພະຍາດ,
ໂດຍສະເພາະແມ່ນ ຢາວັກຊີນ. ພາບ: ຮວ່າງຮ່າ/VNP



ຜະລິດຕະພັນຢາວັກຊີນຕ້ານພະຍາດໝາກແດງຂອງຫວຽດນາມ. ພາບ: ຫວຽດເກື່ອງ/VNP


ຖິງວ່າຫວຽດນາມມີທ່າແຮງຫຼາຍຢ່າງໃນຂົງເຂດກະສິກຳແຕ່ຄວາມສາມາດແຂ່ງຂັນຂອງບາງຂະແໜງການຍັງບໍ່ທັນໄດ້ດີເທົ່າທີ່ຄວນ, ຕົວຢ່າງເຊັ່ນ
ການລ້ຽງສັດ, ດັ່ງນັ້ນຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ເມື່ອ ສັນຍາ TPP ມີຜົນສັກສິດ. ພາບ: ທົງທ້ຽນ/VNP

 
ທາງດ້ານເສດຖະກິດ: ສິ່ງທ້າທາຍໃຫຍ່ທີສຸດແມ່ນຄວາມກົດດັນຈາກການແກ່ງແຍ້ງແຂ່ງຂັນ, ໂດຍສະເພາະແມ່ນໃນຂົງເຂດການລ້ຽງສັດ. ເຖິງແມ່ນວ່າຫວຽດນາມ ມີທ່າແຮງຫຼາຍຢ່າງໃນຂົງເຂດກະສິກຳແຕ່ທ່າແຮງຂອງການແກ່ງແຍ້ງແຂ່ງຂັນຂອງຫວຽດນາມໃນບາງຂະແໜງການ ຈຳນວນໜຶ່ງຍັງບໍ່ທັນໄດ້ດີເທົ່າທີ່ຄວນ, ເຊັ່ນຕົວຢ່າງຄື: ການລ້ຽງສັດ, ຄິດວ່າຈະເປັນຂະແຫນງທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງທີ່ສຸດ ເມື່ອ ສັນຍາ TPP ມີຜົນສັກສິດ.  ສຳລັບຂະແໜງເສດຖະກິດອື່ນໆ, ການແກ່ງແຍ້ງແຂ່ງຂັນກໍ່ອາດເກີດຂຶ້ນແຕ່ກໍ່ຢູ່ໃນລະດັບຕ່ຳເນື່ອງຈາກວ່າພື້ນຖານເສດຖະກິດ TPP ໃນປັດຈຸບັນມີກົນໄກລາຍການສິນຄ້າ ສົ່ງອອກມີລັກສະນະປະກອບເພີ່ມເຕີມຫຼາຍກວ່າໃນ ລັກສະນະຂອງການແກ່ງແຍ້ງແຂ່ງຂັນກັບກົນໄກສິນຄ້າສົ່ງອອກຂອງຫວຽດນາມ.

ທາງດ້ານການສ້າງກົດໝາຍ, ບົດບັນຍັດ, ມາດຕະຖານສູງຕ່າງໆ ກ່ຽວ ກັບຄຸ້ມຄອງບໍລິຫານໂປ່ງໃສ ແລະ ການປະພຶດພາວະວິໄສຂອງກົງຈັກ ແຫ່ງລັດຈະປະເຊີນກັບສິ່ງທ້າທາຍໃຫຍ່ຫຼວງ ໃຫ້ແກ່ກົງຈັກການຄຸ້ມຄອງ. ແຕ່ມັນກໍແມ່ນມາດຕະການທີ່ຫວຽດນາມ ກຳລັງກ້າວໄປສູ່ເພື່ອ ກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ເປັນຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ ດ້ວຍຖັນແຖວພະນັກງານລັດຖະກອນທີ່ມີຄຸນທາດ, ມີຄວາມສາມາດ, ມີລະບຽບວິໄນ, ມີກົດຂໍ້ບັງຄັບ. 

ທາງດ້ານສັງຄົມ, ການແກ່ງແຍ້ງແຂ່ງຂັນເພີ່ມຂຶ້ນເມື່ອເຂົ້າຮ່ວມ TPP ອາດເຮັດໃຫ້ບາງວິສາຫະກິດເປັນຕົ້ນແມ່ນບັນດາວິສາຫະກິດຍັງຕ້ອງອາໄສຈາກການເກື້ອກຸນຂອງລັດ, ບັນດາວິສາຫະກິດທີ່ມີເຕັກໂນໂລ ຊີການຜະລິດ ແລະ ດຳເນີນທຸລະກິດຍັງຫຼ້າຫຼັງຕົກຢູ່ໃນສະພາບຫຍຸ້ງ ຍາກ (ຫລືຈົນເຖິງຂັ້ນລົ້ມລະລາຍ), ຜົນຕາມມາກໍ່ແມ່ນໄພຫວ່າງງານໃນບາງພາກສ່ວນແຮງງານອາດຈະເກີດຂຶ້ນ. ແຕ່ເຖິງຢ່າງໃດກໍ່ດີ, ຍ້ອນວ່າສ່ວນຫລາຍພື້ນຖານເສດຖະກິດໃນ TPP ບໍ່ແກ່ງແຍ້ງ ແຂ່ງຂັນໂດຍກົງກັບຫວຽດນາມ, ສະນັ້ນຈຶ່ງຍົກເວັ້ນບາງຂະແໜງກະສິກຳ, ຄາດຄະເນວ່າຜົນກະທົບດັ່ງກ່າວແມ່ນມີລັກສະນະພາກສ່ວນ, ໃນຂອບເຂດຂະໜາດບໍ່ພໍເທົ່າໃດ ແລະ ກໍ່ເປັນພຽງໄລຍະສັ້ນເທົ່ານັ້ນ.
ປະຕິບັດໂດຍ: VNA/VNP

bichlien

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top