• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ໄປທ່ຽວ ປູ່ມາດ

ຫ່າງຈາກນະຄອນ ວິງ (ເຫງ້ອານ) ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 130 ກິໂລແມັດ, ສວນແຫ່ງຊາດ ປູ່ມາດ ບໍ່ພຽງແຕ່ ມີຊື່ ສຽງດ້ວຍທີວທັດທຳມະຊາດ ທີ່ສວຍງາມ, ກວ້າງ ໃຫຍ່ໄພ ສານ ເທົ່ານັ້ນ, ຫາກຍັງມີຄວາມລຶກລັບກ່ຽວກັບຊົນເຜົ່າ ນັ່ງນອນ ດານ ລາຍ ຊຶ່ງສ້າງໄດ້ດຶງດູດໃຫ້ນັກທ່ອງທ່ຽວມາທີ່ນີ້ອີກດ້ວຍ. 
ທວນກະແສແມ່ນຳ້ ຢັງ
ແຕ່ທ່າເຮືອ ຢູ່ເຂື່ອນ ຟ່າລາຍ ຂອງ ຕາແສງ ໂມນເຊີນ, ເມືອງ ກອນກວງ (ເຫງ້ອານ) ພວກຂ້າພະເຈົ້າໄປທວນກະແສແມ່ ນໍ້າ ຢັງ, ເລີ່ມຕົ້ນການເດີນທາງ ເພື່ອຊອກຮູ້ກ່ຽວກັບວິຖີຊີວິດການເປັນຢູ່ຂອງຊົນເຜົ່າດານລາຍ ແລະ ໄຂຄວາມລຶກລັບ ກ່ຽວກັບຊົນເຜົ່າ ນັ່ງນອນ ຢູ່ພູຫຼວງ ປູ່ມາດ.
 
ຊາວ ດານລາຍ ຢູ່ບ້ານ ບຸງ ອາໄສໃນຮ່ອມພູແຫ່ງໜຶ່ງຢູ່ ຕົ້ນ ແມ່ ນໍ້າຢັງ, ຕິດກັບຊາຍແດນ ຫວຽດ-ລາວ. ຊາວ ດານລານ ມີທຳ ນຽມ ນັ່ງນອນ. ເຂົາເຈົ້າດັງໄຟຢູ່ເຮືອນຄົວ ເພື່ອຄວາມອົບອຸ່ນ, ນັ່ງອີງຫົວ ໃສ່ໄມ້ຄ້ອນເທົ້າແລ້ວນອນ. ພໍ່ເຖົ້າ ລາວັນຟ່ອງ, ອາຍຸ 74 ປີ, ເປັນຜູ້ທີ່ມີອາຍຸສູງກວ່າໝູ່ຢູ່ບ້ານ ບຸງ ອະທິບາຍວ່າ ຮີດ ຄອງ ນ່ັງນອນ ຂອງຊາວ ດານລາຍ ໄດ້ເກີດຂຶ້ນຈາກການຫຼົບໜີ ສັດຕູ, ການປະເຊີນໜ້າກັບສັດຮ້າຍ ແລະ ຈາກການຂາດເຂີນ ທຸກ ຢ່າງຂອງການດຳລົງຊີວິດຢູ່ໃນປ່າ.
 
ຊາວ ດານລາຍ ຢູ່ບ້ານ ບຸງ ຍັງຮັກສາຮີດຄອງປະເພນີທີ່ເກົ່າແກ່ຈຳນວນໜຶ່ງຄື: ການບູຊາບັນພະບຸລຸດໃນວັນບຸນ, ປີໃໝ່, ຕົ້ນ ເດືອນ ແລະ ວັນເພັງ, ປະເພນີຄ້ຽວໝາກ, ການແຕ່ງງານ. ໃນ ບ້ານມີໝໍເຢົາ, ເຂົາເຈົ້າຈະເປັນຄົນທຳພິທີບູຊາໃຫ້ແກ່ບັນດາ ຄອບຄົວມີຄວາມຕ້ອງການ. 

ປະຈຸບັນ, ສວນແຫ່ງຊາດ ປູ່ມາດ ໄດ້ເປີດໃຫ້ບໍລິການທ່ອງ ທ່ຽວ ເພື່ອຊອກຮູ້ ແມ່ນຳ້ ຢັງ ແຕ່ຕາແສງ ໂມນເຊີນ ໄປຮອດ ບ້ານ ກໍ່ຟາດ ແລະ ບ້ານ ບຸງ ຂອງຊົນເຜົ່າ ດານລາຍ. ນັ່ງເຮືອ ເປັນເວລາ 2 ຊົ່ວໂມງ, ນັກທ່ອງທ່ຽວ ຈະໄດ້ສຳພັດຄວາມ ສວຍ ງາມຂອງ ທຳມະຊາດປູ່ມາດ.


ບ້ານ ບຸງ ຕັ້ງຢູ່ຕົ້ນແມ່ນຳ້ ຢັງ, ຂຶ້ນກັບອຸທິຍານແຫ່ງຊາດ ປູ່ມາດ ແລະ ຕາແສງ ໂມນເຊີນ, ເມືອງ ກອນກວງ (ເຫງ້ ອານ). 


ແມ່ນຳ້ ຢັງ ເປັນເສັ້ນທາງນຳ້ສາຍດຽວ ທີ່ເຊື່ອມຕໍ່ຊາວ ດານ ລາຍ ຢູ່ບ້ານ ບຸງ, ບ້ານ ກໍ່ຟາດ ກັບຊົນເຜົ່າ ໄທ, ເຜົ່າ ເມື່ອງ ທີ່ ອາໄສຢູ່ເມືອງ ກອນກວງ.


ບ້ານ ບຸ່ງ ມີ 109 ຄອບຄົວ, ມີພົນລະເມືອງ 400 ກວ່າຄົນ. ຊົນເຜົ່າ ດານລາຍ ມັກນັ່ງນອນ. 


ເດັກນ້ອຍຊົນເຜົ່າ ໄທ ຢູ່ບ້ານ ສ່ຽງ (ຕາແສງ ໂມນເຊີນ) ມີ ຄວາມສະໜິດຕິດພັນກັບແມ່ນໍ້າຢັງ ແລະ ເຂື່ອນ ຟ່າລາຍ. 


ແມ່ນຳ້ ຢັງ ມີຄວາມຍາວກວ່າ 100 ກິໂລແມັດ ໄຫຼຕາມ ຮອ່ມ ພູຜາປ່າໄມ້ ປູ່ມາດ. ແນມລົງມາແຕ່ສູງ, ແມ່ນຳ້ຢັງ ຄືແພໄໝ ຜືນໜຶ່ງອ້ອມຮອບພູເຂົາລຳເນົາໄພ.

ເພື່ອອະນຸລັກ ແລະ ເສີມຂະຫຍາຍຈຸດພິເສດດ້ານວັດທະນະທຳຂອງຊົນເຜົ່າດານລາຍ, ອຸທິຍານແຫ່ງຊາດ ປູ່ມາດ ແລະ ອຳ ນາດ ປົກຄອງທ້ອງຖິ່ນ ພວມຜັນຂະຫຍາຍໂຄງການກໍ່ສ້າງເຂດ ທ່ອງທ່ຽວທຳມະຊາດ, ຊອກຮູ້ຄວາມສວຍງາມຂອງແມ່ນໍ້າຢັງ, ປ່າ ປູ່ມາດ ແລະ ຊີວິດການເປັນຢູ່ຂອງຊົນເຜົ່າດານລາຍ. ແຕ່ ຕາແສງ ໂມນເຊີນ, ນັກທ່ອງທ່ຽວສາມາດຂີ່ເຮືອເພື່ອຄົ້ນຫາແມ່ ນໍ້າຢັງ, ອາບນໍ້າຫ້ວຍ, ຂຶ້ນທ່າເຮືອ ກໍ່ຟາດ ເພື່ອຊອກຮູ້ກ່ຽວ ກັບ ຊີວິດການເປັນຢູ່ຂອງຊົນເຜົ່າດານລາຍ ແລ້ວກັບເມືອ ພາຍ ໃນ ວັນ.
 
ນັກທ່ອງທ່ຽວ ຍັງສາມາດໄປທ່ຽວຊົມພູຜາປ່າໄມ້ ປູ່ມາດ ດ້ວຍ ລົດຈັກ. ນີ້ແມ່ນເສັ້ນທາງໃໝ່ ທີ່ຫາກໍ່ເປີດນຳໃຊ້ພາຍຫຼັງຂົວອູ່ ຂ້າມ ແມ່ນໍ້າຢັງ ສ້າງສຳເລັດການ. ແຕ່ຂົວຢູ່ຟ່າລາຍ, ນັກທ່ອງທ່ຽວຈະຕາມເສັ້ນທາງໄປຫາບ້ານ ກໍ່ຟາດ, ບ້ານ ບຸງ. ຕາມເສັ້ນ ທາງດັ່ງກ່າວ, ນັກທ່ອງທ່ຽວ ຈະໄດ້ຊົມທິວທັດທຳມະຊາດ ຂອງ ພູຜາປ່າດົງທີ່ສວຍງາມ ແລະ ກວ້າງໃຫຍ່ໄພສານ, ພາບແມ່ນຳ້ ຢັງ ຄືແພໄໝຜືນໜຶ່ງກ່າຍຂ້າມພູຫຼາຍ ໜ່ວຍ, ໄດ້ກິນເຂົ້າສວາຍ ຢູ່ເທິງພູ ປູ່ມາດ.

“ບໍ່ ຊັບສົມບັດ” ພາກຕາເວັນຕົກ ຂອງ ເຫງ້ອານ
ອຸທິຍານແຫ່ງຊາດ ປູ່ມາດ ບໍ່ພຽງແຕ່ມີຊື່ສຽງຈາກຄວາມອຸດົມ ສົມ ບູນຂອງໄມ້ນາໆ ຊະນິດ, ສັດປ່າ ຫຼາຍປະເພດ ທີ່ມີຄ່າຫາ ຍາກເທົ່າ ນັ້ນ, ຫາກຍັງເປັນສະຖານທີ່ທ່ອງທ່ຽວທຳມະຊາດ ທີ່ ຈັບໃຈນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດອີກ ດ້ວຍ. ສຳນັກງານອຸທິຍານແຫ່ງຊາດ ປູ່ມາດ ຕັ້ງຢູ່ຕາແສງ ຈີເຄ, ຫ່າງ ຈາກເທດສະບານ ກອນກວງ ປະມານ 2 ກິໂລແມັດ. ທີ່ນີ້ ມີສະ ຖານທີ່ທ່ອງທ່ຽວ 2 ແຫ່ງແມ່ນຫໍພິພິທະພັນສັດປ່າ, ໄມ້ນາໆ ຊະ ນິດ ປູ່ມາດ ແລະ ສູນກູ້ຊີບສັດປ່າ.
 
ຈາກສຳນັກງານໃຫຍ່ ຂອງ ອຸທິຍານແຫ່ງຊາດ ປູ່ມາດ,​ ນັກທ່ອງ ທ່ຽວ ໄປຕາມທິດຕາເວັນຕົກປະມານ 18 ກິໂລແມັດ ຈະຮອດ ນຳ້ຕົກຕາດ ແຄແກ່ມ ຊຶ່ງມີຄວາມສູງ 150 ແມັດ, ມີນຳ້ຕົກ ຕະ ຫຼອດປີ. ມາທີ່ນີ້, ນັກທ່ອງທ່ຽວບໍ່ພຽງແຕ່ ໄດ້ຊົມທິວທັດທຳ ມະ ຊາດຂອງພູຜາປ່າດົງທີ່ສວຍສົດງົດງາມ ເທົ່ານັ້ນ, ຫາກຍັງໄດ້ລົງ ຫຼິ້ນນຳ້ ຢູ່ນຳ້ຕົກຕາດ ແຄແກ່ມ ແລະ ມີຝຸງປານ້ອຍ ນວດຕີນ ໃຫ້ ອີກດ້ວຍ. 
 

ເຂດປ່າ ຊັງແຫຼ (Lagerstroemia tomentosa) ປູຮານ ມີເນື້ອ ທີ່ກວ່າ 70 ເຮັກຕາ, ຂຶ້ນກັບອຸທິຍານແຫ່ງຊາດ ປູ່ມາດ. ເວລາ ເພື່ອຄົ້ນຫາ ຄວາມສວຍງາມປ່າຊັງແຫຼ ເໝາະສົມ ທ່ີສຸດແມ່ນ ລະດູຮ້ອນ ແລະ ລະດູໃບໄມ້ຫຼົ່ນ.


ນັກທ່ອງທ່ຽວຍິງ 2 ຄົນມາຈາກ ປະເທດຝຣັ່ງ ໄດ້ຮູ້ອຸທິຍານ ແຫ່ງຊາດ ປູ່ມາດ ຜ່ານທາງອິນເຕີເນັດ ແລະ ເຂົາເຈົ້າຂຶ້ນແຜນ ມາ ຫວຽດນາມ ເພື່ອສຳຫຼວດຄວາມງາມ ຂອງ ປ່າ ທີ່ນີ້. 


ນໍ້າຕົກຕາດ ແຄແກ່ມ ແມ່ນສະຖານທ່ອງທ່ຽວທີ່ຂາດບໍ່ໄດ້ ສຳ ລັບນັກທ່ອງທ່ຽວເມື່ອມາຢາມ ປູ່ມາດ. ຕາມການຄາດຄະເນ ຂອງ ຄະນະກຳມະການປະຊາຊົນ ເມືອງ ກອນກວງ, ໃນ ປີ 2016 ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ມາທີ່ນີ້ ກວ່າ 45.000 ເທື່ອຄົນ.


ສີລາຈາລຶກ ມາຍາຍ ໄດ້ຄວັດໂດຍ ເທິງພູຫີນ ແທ່ງນາມ, ຕາ ແສງ ຈີເຄ, ເມືອງ ກອນກວງ (ເຫງ້ອານ), ສະຫຼອງໄຊຊະນະ ທະ ຫານ ອາຍລາວ ຂອງ ເຈົ້າຊີວິດ ເຈິ່ນມິງຕົງ (1300-1357). ສີ ລາຈາລຶກແຜ່ນນີ້ ທ່ານ ຫງວຽນຈຸງຫງ້ານ (1289-1370) ເປັນຜູ້ ແກະສະຫຼັກ ໃນລະດູໜາວ ປີ 1335. ຜ່ານ 7 ສະຕະວັດ, ບັນ ດາ ຕົວໜັງສືທີ່ແກະສະຫຼັກເທິງພູຫີນ ຍັງຍືນຍົງຄົງຕົວ ກັບວັນເວ ລາ.


ນັກທ່ອງທ່ຽວພວມຖ່າຍຮູບບັນດາຫີນຍ້ອຍທີ່ມີຮູບຊົງ ແປກປະ ຫຼາດຢູ່ຄຽງຂ້າງແຜ່ນສີລາຈາລຶກ ມາຍາຍ.


ເຂດປ່າສະຫງວນ ປູ່ມາດ ມີລະບົບນິເວດ ແລະ ສັດປ່າ ທີ່ອຸດົມ ສົມບູນ ດ້ວຍເກືອບ 2.500 ຊະນິດ, ມີ 160 ຕະກຸນ.


ນັກທ່ອງທ່ຽວ ມາຢາມບ້ານ ສ່ຽງ (ຕາແສງ ໂມນເຊີນ, ເມືອງ ກອນກວງ) ເພື່ອຊອກຮູ້ກ່ຽວກັບອາຊີບຕໍ່າແພໄໝພື້ນເມືອງ
ຂອງ ປະຊາຊົນ ຊົນເຜົ່າ ໄທ.



ນັກທ່ອງທ່ຽວ Brian Bean ມາຈາກ ສ ອາເມລິກາ ໄປຊອກ ຊື້ຜະລິດຕະພັນແພໄໝພື້ນເມືອງຂອງຊາວເຜົ່າ ໄທ ຢູ່ບ້ານສ່ຽງ. 


ບັນດາຍິງສາວ ຊົນເຜົ່າ ໄທ ຢູ່ບ້ານ ຣ້ານ ພວມສະແດງ ບັນ ດາຈັງຫວະຟ້ອນມູນເຊື້ອ ເພື່ອຮັບໃຊ້ນັກທ່ອງທ່ຽວ.


ກຸ້ງໜຶ້ງ ເປັນອາຫານເຍື່ອງໜຶ່ງທີ່ມີຊື່ສຽງຂອງແມ່ນໍ້າຢັງ.


ແກງປາ ຈາກແມ່ນໍ້າຢັງ ເປັນອາຫານເຍື່ອງໜຶ່ງທີ່ແຊບທີສຸດຢູ່ ເທດສະບານກອນກວງ. 

ໃນການເດີນທາງໄປຊອກຮູ້ ປູ່ມາດ, ພິເສດ ນັກທ່ອງທ່ຽວຈະໄດ້ ຮັບຊົມວັດທະນະທຳ ແລະ ປະເພນີການກິນດື່ມ ຂອງ ຊົນເຜົ່າ ໄທ (ກວມກວ່າ 66% ຈຳນວນພົນລະເມືອງຂອງເມືອງ ກອນ ກວງ). ບັນດາຍິງສາວ ຊົນເຜົ່າ ໄທ ບໍ່ພຽງແຕ່ງາມ, ໜ້າຮັກ, ສະ ຫຼາດໃນການພົວພັນເທ່ົນນັ້ນ, ຫາກຍັງເປັນຜູ້ທີ່ແຕ່ງກິນເກ່ັງ ອີກ ດ້ວຍ. ນອກຈາກເຂົ້າຫຼາມ, ແກງປາ, ຕົ້ມຍຳກຸ້ງ, ນັກທ່ອງ ທ່ຽວ ຄວນຊອກກິນອາຫານພິເສດຫຼາຍເຍື່ອງຂອງ ຊົນເຜົ່າ ໄທ ຄື: ຢໍ່ ຂຽດ, ຢໍ່ກົບປ່າ ແລະ ອື່ນໆ.
 
ປັດຈຸບັນ, ທາງຂຶ້ນໄປຍັງ ປູ່ມາດ ສະດວກຫຼາຍແລ້ວ, ນັກທ່ອງ ທ່ຽວ ສາມາດພາຄອບຄົວ ໄປພັກຜ່ອນ ຢູ່ເຮືອນຂອງຊາວເຜົ່າ ດານລາຍ ທີ່ບ້ານ ເນືອ, ບ້ານ ຣ້ານ ໃນທ້າຍອາທິດ ເພື່ອສຳພັດ ກິ່ນອາຍ ຂອງ ພູຜາປ່າໄມ້. 
ບົດ ແລະ ພາບ: ເຈິ່ນຫຽວ

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ ແມ່ນໜຶ່ງໃນບັນດາ ເຂດ ຮັກສາລະບົບນິເວດ ໃຫຍ່ສຸດຢູ່ ຫວຽດນາມ ແລະ ໃນໂລກ. ສະຖານທີ່ນີ້ ປະກອບດ້ວຍຄຸນຄ່າ ທີ່ເປັນເອກະລັກ ຢ່າງຍິ່ງ ມີທັງ ປ່າໄມ້ ແລະ ລະບົບນິເວດທາງທະເລ. ມາ​ຍັງ​ປ່າ​ສະຫງວນ​ແຫ່ງ​ຊາດ ກາດບ່າ, ​ນັກ​ທ່ອງ​ທ່ຽວ​ ຈະ​ໄດ້​ສໍາຜັດ ປະສົບການ ແລະ ສຳ​ຫຼວດ​ລະບົບ​ນິ​ເວດ ຂອງສັດ ​ແລະ ພືດ​ ທີ່​ຫຼາກ​ຫຼາຍ.

Top