• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ໂລກ ໃນ ຊຸດອ໋າວຢ່າຍ ຫວຽດ

ອ໋າວຢ່າຍ ເປັນມໍລະດົກທາງວັດທະນະທຳ ຊຶ່ງຕິດພັນ ກັບ ຄວາມ ງາມ ຂອງ ແມ່ຍິງ ຫວຽດ. ດ້ວຍຄວາມປາດຖະໜາ ເຊີດຊູ ຄຸນຄ່າ ຂອງ ຊຸດອ໋າວຢ່າຍ ຫວຽດ ໄດ້ເປັນເພື່ອນຮ່ວມທາງກັບ ແມ່ຍິງ ຫວຽດນາມ ຜ່ານຫຼາຍສະຕະວັດ, ນັກອອກແບບ 15 ຄົນ ໄດ້ນຳ ສະເໜີ 15 ຊຸດສະສົມ ຊຶ່ງໄດ້ນຳເອົາຄວາມຄິດສ້າງສັນ ຈາກ 15 ປະເທດໃນໂລກ ສະແດງ ຢູ່ວັນມ໋ຽວ ກວັກຕື໊ຢ໋າມ (ຮ່າໂນ້ຍ). 
ນັກອອກແບບ ມິງແຮ້ງ, ຜູ້ກຳກັບລາຍການສະແດງ ໃຫ້ຮູ້ວ່າ ສຳ ລັບ ນັກອອກແບບໜຸ່ມ, ນີ້ແມ່ນຫົວຂໍ້ ຍາກທີ່ສຸດ ຍ້ອນຮຽກຮ້ອງ ການອອກແບບ ບັນດາຊຸດອາພອນ ຕ້ອງມີໄຫວພິບ, ມີຊີວິດຊີວາ ແລະ ແທດເໝາະກັບສະພາບການ ຕົວຈິງຍິ່ງຂຶ້ນ. “ໂລກ ໃນຊຸດ ອ໋າວຢ່າຍ ຫວຽດ” ເປັນຫຼັກໝາຍສຸດທີ່ສຳຄັນ ໃນການເດີນທາງ ມໍລະດົກ ຫວຽດນາມ ຍ້ອນມັນບໍ່ພຽງແຕ່ ມີລັກສະນະຊາດ ໃນ ດ້ານຮູບແບບເທ່ົານັນ, ແຕ່ຍັງຢູ່ ວັດຖຸ ທີ່ໃຊ້ເປັນພິເສດ, ເປັນມິດ ກັບສິ່ງແວດລ້ອມຈາກແພໄໝ Vietnam Silk House ແລະ ແພ ຈາກຕົ້ນ ປ່ານຂຽວ AP.

ເທິງເວທີສະແດງ ທີ່ໄດ້ຮັບການອອກແບບ ດ້ວຍບັນດາກະຖາງ ຕົ້ນປ່ານທີ່ຂຽວງາມ, ບັນດາກະດົ້ງຝັກຫຼອກ ທີ່ຂາວລ້ວນ ແລະ ໂຄມໄຟສີ ປະກາຍແສງລະຍິບລະຍັບ, ບັນດານາງແບບ ມືອາຊີບ ແລະ ສະໝັກຫຼິ້ນ ໄດ້ໂຊສະແດງ ບັນດາຊຸດສະສົມ ອ໋າວຢ່າຍ ທີ່ ສວຍຄວາມງາມ, ມີສະເໜ່. ການນຳໃຊ້ແສງໂຄມໄຟ, ແສງທຽນ, ແພໄໝ, ຄວັນ ພ້ອມກັບ ຝົນຕົກໃນລະດູບານໃໝ່ ໄດ້ສ້າງຄວາມ ຮູ້ສຶກຫຼາຍຢ່າງໃຫ້ທ່ານຜູ້ຊົມໃນຄືນສະແດງ.

ເປີດສາກການອອກແບບ ແມ່ນຊຸດສະສົມທີ່ເຂັ້ມຂຸ້ນໄປດ້ວຍ ລັກ ສະນະ ຫວຽດນາມ ຂອງ ນັກອອກແບບ ເຫວ້ທີ. ດ້ວຍວັດຖຸ ທີ່ນຳ ໃຊ້ແມ່ນແພໄໝ ເປັນຕົ້ນຕໍ, ນັກອອກແບບ ເຫວ້ທີ ໄດ້ ນຳມາຮູບ ພາບ ແຜນທີ່ຮູບຕົວ S ແລະ ເລື່ອງລາວ ປະຫວັດສາດ ທີ່ສະຫງ່າ ອົງອາດ ຂອງຄົນ ຫວຽດນາມ ກັບຈຸດເດັ່ນ ໃນສາກການສະແດງ ຂອງ ບັນດານາງແບບ ພ້ອມກັບຮວງເຂົ້າ ແລະ ດອກບົວ ຊຶ່ງເປັນ ດອກໄມ້ ປະຈໍາຊາດ ຫວຽດນາມ.


ລາຍການ “ໂລກ ໃນ ອ໋າວຢ່າຍ ຫວຽດ” ເປັນໜຶ່ງໃນ ການເຄື່ອນ ໄຫວ ນອນຢູ່ໃນຂອບເຂດ ຂອງ ເຫດການ “ອ໋າວຢ່າຍ ຂອງ ພວກ ເຮົາ” ຊຶ່ງໄດ້ຈັດຂຶ້ນ
ຢູ່ເຂດຮ່ອງຮອຍ ປະຫວັດສາດວັນມ໋ຽວ - ກວັກ ຕືຢ໋າມ, ຮ່າໂນ້ຍ. 



ລາຍການສະແດງ ອ໋າວຢ່າຍ ກວ່າ 600 ຊຸດ ຂອງ ນັກອອກແບບ 15 ຄົນ ໄດ້ສ້າງຄວາມປະທັບໃຈ ໃຫ້ ແກ່ຜູ້ຊົມ. 


ບໍ່ພຽງແຕ່ ມີການຮ່ວມ ຂອງ ບັນດານາງແບບ ແລະ ນັກສິລະປິນ ຫວຽດນາມເທົ່ານັ້ນ, ແຕ່ຍັງມີການເຂົ້າຮ່ວມ ຂອງ ບັນດາເອກອັກຄະລັດຖະທູດ, ພັນລະຍາ ເອກອັກຄະລັດຖະທູດ ອີກດ້ວຍ. 


ຊຸດສະສົມ ຂອງ ນັກອອກແບບ ຈິ້ງບິກຖຸຍ ໄດ້ນຳເອົາ ຄວາມຄິດ ສ້າງສັນຈາກປະເທດ ເກຣັກ. 


ນັກສິລະປິນ ປະຊາຊົນ ລານເຮືອງ ໃນຊຸດ ອ໋າວຢ່າຍ ທີ່ໄດ້ນຳ ເອົາ ຄວາມຄິດສ້າງສັນຈາກ ປະເທດ ໄທ ຂອງ ນັກອອກແບບ ເຈິ່ນແທງເໝີ໊ນ. 


ນັກສິລະປິນ ປະຊາຊົນ ມິງຮ່ວາ ໃນຊຸດ ອ໋າວຢ່າຍ ຂອງ ນັກອອກ ແບບ ຮ່າຢຸຍ. 


ບັນດານັກອອກແບບ ໄດ້ຂຸດຄົ້ນ ແຕ່ລະລາຍລະອຽດ ໂດຍຜ່ານ ວັດທະນະທຳ, ສິລະປະ ຂອງ ບັນດາຊາດ ເພື່ອນຳບັນດາ ລວດ ລາຍເຂົ້າຊຸດ ອ໋າວຢ່າຍ ຫວຽດນາມ. 

ຄືນສະແດງບໍ່ພຽງແຕ່ ສ້າງຄວາມປະທັບໃຈ ຕໍ່ທ່ານຜູ້ຊົມ ແລະ ເພື່ອນມິດສາກົນ ທີ່ເຂົ້າຮ່ວມເທົ່ານັ້ນ, ແຕ່ຍັງເປັນຂີດໝາຍ ຂອງ ແຟຊັ່ນ ຫວຽດ ບົນເສັ້ນທາງຢືນຢັນຕົນເອງ
ໃນຖານະ ເປັນ ມູນ ມໍລະດົກທາງວັດທະນະທຳ ອີກດ້ວຍ. 

ບໍ່ພຽງແຕ່ເທົ່ານັ້ນ, ບັນດາຊຸດສະສົມ ອ໋າວຢ່າຍ ໄດ້ມີຊີວິດຊີວາ ຍິ່ງຂຶ້ນ ກັບ ບັນດາສາກການສະແດງຟ້ອນ ມາຈາກ ປະເທດໄທ ໂດຍຜ່ານຊຸດສະສົມ ຊຶ່ງສະແດງໃຫ້ເຫັນເຖິງຄວາມສະຫງ່າງາມ ຂອງ ນັກອອກແບບ ເຈິ່ນແທງເໝີ໊ນ. ຊຸດສະສົມ ອ໋າວຢ່າຍ ຂອງ ນັກອອກແບບ ເຈິ່ນແທງເໝີ໊ນ ນຳໃຊ້ແພຈາກຕົ້ນ ປ່ານ, ຕໍ່າດ້ວຍ ມື ກັບເຕັກນິກ ຕັດສ້າງຮູບຊົງທີ່ທັນສະໄໝ, ພ້ອມກັບ ການຕິດ  ໝາກປັດ ເປັນຮູບທາດ, ຮູບວັດ ແລະ ສັດສັກສິດ ທີ່ເປັນສັນຍາ ລັກ ຂອງ ປະເທດໄທ. ຊຸດສະສົມດັ່ງກ່າວ ໄດ້ທຳການ ສະແດງ ທ່າມກາງສຽງດົນຕີທີ່ຄຶກຄື້ນ  ແລະ ບັນດາວາດຟ້ອນ ທີ່ມີລັກສະ ນະພິເສດ ຂອງນາງແບບ ພ້ອມກັບ ການເຂົ້າຮ່ວມ ຂອງ ນັກສິລະ ປິນປະຊາຊົນ ລານເຮືອງ ໄດ້ສ້າງເປັນພະລັງແຮງ ດຶງດູດໃຈທ່ານ ຜູ້ຊົມ.

ນຳສະເໜີຕໍ່ທ່ານຜູ້ຊົມ ກ່ຽວກັບ ຮູບພາບຂອງປະເທດ ໂຮນລັງ, ນັກອອກແບບ ເຟືອງແທງ ໄດ້ອອກແບບ ຮູບພາບດອກຕູລິບ ທີ່ ເປັນສັນຍາລັກຂອງປະເທດນີ້ ຢູ່ເທິງ ອ໋າວຢ່າຍ 15 ຊຸດ ຂອງຕົນ. ນັກອອກແບບ ເຟືອງແທງ ໄດ້ນຳ ຮູບຊົງ ສີສັນທັງໝົດ ຂອງ ດອກ ຕູລິບ ເຂົ້າຊຸດອ໋າວຢ່າຍ ດ້ວຍແພໄໝ organza. ດ້ວຍວິທີການ ແຕ້ມລາຍດອກ 3D, ບັນດາຊັ້ນດອກ ຕູລິບ ຖືກເຮັດຈາກແພໄໝ ຫຼາຍຊັ້ນ ເພາະສະນັ້ນ ຜູ້ຊົມ ຈະເຫັນ ໄດ້ກີບດອກໄມ້ແຕ່ລະ ຊັ້ນ ໂນນຂຶ້ນ ພ້ອມກັບການອອກແບບ ສ່ວນແຂນເສື້ອກວ້າງເລັກ     ໜ້ອຍ ແລະ ສ່ວນປີກເສື້ອແພໄໝ Organza ທີ່ອ່ອນນຸ້ມ ຊຶ່ງສ້າງ ຄວາມຈັບຕາຈັບໃຈທ່ານຜູ້ຊົມ ເມື່ອນາງແບບ ໂຊສະແດງ ເທິງ ເວທີ. 

ເມື່ອກ່າວເຖິງ ອ໋າວຢ່າຍ, ຄົນທັງຫຼາຍມັກຄິດເຖິງບັນດາ ຕົວແບບ ທີ່ອ່ອນໂຍນ ມີສະເໜ່, ແຕ່ສໍາລັບ ນັກອອກແບບ ກົງຮວນ ກໍນຳ ສະເໜີ ຕໍ່ທ່ານຜູ້ຊົມ ຮູບພາບອ່ື່ນ ຂອງ ອ໋າວຢ່າຍ ຫວຽດ ໂດຍ ຜ່ານ ຊຸດສະສົມ “ຄວາມຝັນ ກ່ຽວກັບ ປະເທດ ສ ອາເມລິກາ”.

ມີອ໋າວຢ່າຍ ກວ່າ 600 ຊຸດ ໄດ້ຖືກນໍາມາສະເໜີ ໃນພື້ນທ່ີທາງ ວັດ ທະນະທຳ ວັນມ໋ຽວ - ກວັກຕື໊ຢ໋າມ ກັບນັກສະແດງທີ່ເຂົ້າຮ່ວມກວ່າ 400 ຄົນ, ພິເສດໄດ້ມີການເຂົ້າຮ່ວມ ຂອງ ພັນລະຍາ ບັນດາ ເອກ ອັກຄະລັດຖະທູດ ອີຕາລີ, ສ ອິນເດຍ, ສປປ ລາວ, ເບລາຣຸດ, ບັນ ດາສະມາຊິກ ທີ່ມາຈາກປະເທດ ໂມຊຳບິກ ພ້ອມບັນດານັກສິລະ ປິນ ທີ່ມີຊື່ສຽງເຊັ່ນ: ນັກສິລະປິນດີເດັ່ນ ແທງຕູ໋, ນັກສິລະປິນ ປະ ຊາຊົນ ທູຮ່າ, ນັກສິລະປິນ ປະຊາຊົນ ລານເຮືອງ, ນັກສິລະປິນ ປະຊາຊົນ ຮວ່າງກຸກ, ນັກສິລະປິນ ປະຊາຊົນ ມິງຮ່ວາ ແລະ ນັກ ສິລະປິນ ປະຊາຊົນ ຈ່າຢາງ.


ນັກສິລະປິນ ປະຊາຊົນ ຈ່າຢາງ ເຂົ້າຮ່ວມການໂຊສະແດງ. 

ເປີດສາກລາຍການສະແດງ ແມ່ນ ຊຸດອອກແບບມີລັກສະນະ ເຂັ້ມຂົ້ນໄປດ້ວຍລັກສະນະສະເພາະຂອງຄົນ ຫວຽດ ຂອງ ນັກ ອອກແບບ ເຫວ້ທີ. 


ບັນດາຊຸດອ໋າວຢ່າຍ ຂອງ ນັກອອກແບບ ເຫວ້ທີ ທີ່ເຂັ້ມຂົ້ນໄປ ດ້ວຍລັກສະນະ ວັດທະນະທຳ
ຂອງ ຄົນ ຫວຽດນາມ. 


ນັກອອກແບບ ຫງອກເຮິນ ກັບຊຸດສະສົມ ອ໋າວຢ່າຍ ມີລັກສະນະ ວັດທະນະທຳ ຂອງ ປະເທດ ອິນເດຍ. 


ຊຸດສະສົມ ຂອງ ນັກອອກແບບ ເຈິ່ນທ້ຽນແຄ໋ງ ໃນຮູບແບບ ຂອງ ສ ເກົາຫຼີ ໂດຍຜ່ານບັນດາຊຸດອາພອນ Hanbok ມູນເຊື້ອ. 


ຊຸດສະສົມຂອງນັກອອກແບບ ກາວຢຸຍ ໄດ້ນຳເອົາຄວາມຄິດ ສ້າງ ສັນຈາກ
ບັນດາສິ່ງມະຫັດສະຈັນ ຂອງ ສປ ຈີນ. 


ບັນດາຄຸນລັກສະນະທ່ີອ່ອນໂຍນ ແລະ ເລິກເຊິ່ງ ໃນຊຸດ ອ໋າວຢ່າຍ ຂອງ ນັກອອກແບບ ຮ່າຢຸຍ ຜ່ານບັນດາຮູບແຕ້ມກ່ຽວກັບປະເທດ ແລະ ຜູ້ຄົນ ຍີ່ປຸ່ນ. 

ຊຸດສະສົມຂອງ ນັກອອກແບບ ຮ່າຢຸຍ ໄດ້ນຳເອົາຄວາມຄິດ ສ້າງ ສັນ ຈາກ
ຊຸດອາພອນມູນເຊື້ອ ຂອງ ຍີ່ປຸ່ນ. 

ຊຸດສະສົມຂອງ ນັກອອກແບບ ກົງຮວນ ໄດ້ນຳເອົາຄວາມຄິດ ສ້າງ ສັນຈາກ ປະເທດ ສ ອາເມລິກາ. 


ຊຸດສະສົມຂອງ ນັກອອກແບບ ເຟືອງແທງ ໄດ້ນຳເອົາຄວາມຄິດ ສ້າງສັນຈາກ ປະເທດ ໂຮນລັງ.

ບົດ: ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ບິກລຽນ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top