ສົ່ງເສີມຄວາມງາມ ຫວຽດນາມ ໃນສັບປະດາ ແຟຊັ່ນ ປາຣີ

ສົ່ງເສີມຄວາມງາມ ຫວຽດນາມ ໃນສັບປະດາ ແຟຊັ່ນ ປາຣີ

ນັກອອກແບບ ເຈິ່ນເຟືອງຮວາ ພ້ອມກັບບັນດາ ຊຸດອອກແບບ ຂອງຕົນ ໄດ້ຮັບສຽງຕົບມືຈາກບັນດາທ່ານຜູ້ຊົມໃນ ສັບປະດາ ແຟຊັ່ນ ປາຣີ (ຝຣັ່ງ) ແລະ ໃບສັ່ງຊື້ສິນຄ້າ ຈາກພາຍໃນ ແລະ ຕ່າງປະເທດ ຫຼາຍສະບັບ ໄດ້ຊ່ວຍເຮັດໃຫ້ນັກອອກແບບໜຸ່ມ ຄົນນີ້ ມີແຮງຈູງໃຈ ໃນການສ້າງຊຸດສະສົມອື່ນໆ ໃນອະນາຄົດ.

ຈົບປະລິນຍາໂທ ສາຂາເສດຖະສາດ ການລົງທຶນ ຈາກມະຫາ ວິທະຍາໄລ ເສດຖະກິດແຫ່ງຊາດ, ແຕ່ຍ້ອນຄວາມມັກໃນດ້ານ ແຟຊັ່ນ, ສະນັ້ນຕັ້ງແຕ່ທ້າຍ ປີທີ 3 ມະຫາວິທະຍາໄລ, ນາງ ເຈິ່ນເຟືອງຮວາ ໄດ້ເລີ່ມເປີດໂຮງງານ ອອກແບບຊຸດແຕ່ງງານ. ເຖິງ​ປີ 2018, ນາງ ຮວາ ເລີ່ມ​ກາຍ​ເປັນ​ນັກ​ອອກ​ແບບ​ມື​ອາ​ຊີບ. ໃນປີ 2022, ເທື່ອທຳອິດ ນາງ ຮວາ ໄດ້ຮັບກຽດ ເຂົ້າຮ່ວມ ໃນງານ New York Fashion Week, ຫຼັງຈາກນັ້ນສືບຕໍ່ ເຂົ້າຮ່ວມໃນງານ Paris Fashion Week 2023.

ນັກອອກແບບ ເຈິ່ນເຟືອງຮວາ ຕາງໜ້າໃຫ້ ຫວຽດນາມ ເຂົ້າຮ່ວມ Paris Fashion Week (ຝຣັ່ງ). ພາບ: ທົງຫາຍ/ VNP

ນັກ​ອອກ​ແບບ ເຈິ່ນ​ເຟືອງ​ຮວາ ໃຫ້ຮູ້ວ່າ: ຊຸດສະສົມ ຮັກໄດ້ຮັບແຮງບັນດານໃຈ ໃນຊ່ວງທີ່ຂ້າພະເຈົ້າຢູ່ ສ ອາເມລິກາ. ດ້ວຍຄວາມຖີ່ ຂອງການເຮັດວຽກ ທີ່ມີຄວາມເຂັ້ມຂຸ້ນສູງ, ການກິນອາຫານທີ່ບໍ່ຄຸ້ນເຄີຍ, ການຈະລາຈອນທີ່ສັບສົນ, ສະພາບແວດລ້ອມ ແລະ ແບບແຜນການດໍາລົງຊີວິດ ທີ່ແຕກຕ່າງກັນ. ຂ້າພະ ເຈົ້າຄິດຮອດບ້ານ, ໝູ່ເພື່ອນ ແລະ ອາຫານ ຫວຽດນາມ. ຍ້ອນ​ເຫດ​ນັ້ນ​ ຂ້າ​ພະ​ເຈົ້າ ​ມີ​ຄວາມ​ຄິດ​ຢາກ​ໃຫ້​ຊຸດ​ນີ້​ ສົ່ງ​ຄວາມ​ຮັກ​ແພງ​ເຖິງ​ບ້ານ​ເກີດ​ເມືອງ​ນອນ​ ຫວຽດ​ນາມ. 


15 ຊຸດອອກແບບຂອງ ຊຸດສະສົມ “ຮັກ” ໃນ Paris Fashion Week 2023 ໄດ້ດຶງດູດຄວາມສົນໃຈ ຂອງ ຜູ້ມີຄວາມຮັກມັກກັບ ແຟຊັ່ນ ໂລກ.

ດ້ວຍ​ຄວາມ​​ປາດ​ຖະ​ໜາ​ ທ່ີຢາກ​ກ້າວ​ໄປ​ສູ່ ​ແຟ​ຊັ່ນ​ ແບບ​ຍືນ​ຍົງ ດ້ວຍ​ການ​ນຳ​ໃຊ້​ວັດ​ສະ​ດຸ​ທຳ​ມະ​ຊາດ ແລະ ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ, ນັກ​ອອກ​ແບບ ເຈິ່ນເຟືອງຮວາ ໄດ້​ນຳ​ໃຊ້​ ຜ້າ​ໄໝ, ຜ້າຊີຟອງ, organza, satin... ພ້ອມກັບເຕັກນິກ ທີ່ໄດ້ນໍາໃຊ້ ຢ່າງແຜ່ຫຼາຍໃນຊຸດສະສົມແມ່ນວິທີ drapping, ແກ້ໄຂ ບັນດາອຸປະກອນສຳຮອງ ແມ່ນ Swarovski, ໄຂ່ມຸກແທ້ ແລະ ລາຍແຕ້ມພິເສດ ທີ່ສ້າງຂຶ້ນ ຈາກດອກ ກ້ວຍໄມ້ສົດ.  


ນອກ​ຈາກ​ສອງ​ສີ​ ທີ່​ຄຸ້ນ​ເຄີຍ​ຂອງ​ຊຸດ​ແຕ່ງ​ງານ ຄື​ ສີ​ຂາວ​ ແລະ ​ສີ​ ເບ​ຈ, ນັກ​ອອກ​ແບບ ເຈິ່ນເຟືອງຮວາ ໄດ້​ໃຊ້​ ສີ​ດຳ​ໃນ​ການ​ອອກ​ ແບບ​ຂອງ​ຕົນ. ການອອກແບບ ຊຸດແຕ່ງງານ ເຮັດໃຫ້ຜູ້ສວມໃສ່ ເບິ່ງເປັນສ່ວນຕົວຫຼາຍຂຶ້ນ ດ້ວຍຮູບຊົງ crop top ແລະ ໂສ້ງຂາບານ, ປະສານເຂົ້າກັບຕີນກະໂປ່ງ ທ່ີແຜ່ກວ້າງ ຊຶ່ງເຮັດດ້ວຍຜ້າຊີຟອງ ທ່ີອ່ອນນຸ້ມ. 




ພິ​ເສດ, ການ​ນຳ​ໃຊ້​ວັດ​ສະ​ດຸ​ ຜ້າ​ໄໝ ໝີ໋ອາ ທີ່​ມີ​ຊື່​ສຽງ​ຂອງ​ເຂດ​ ເຕິນເຈົາ, ແຂວງ ອານ​ຢາງ ໃນ​ຊຸດ​ແຕ່ງ​ງານ​ແມ່ນ​ການ​ປະ​ສົມ​ປະ​ສານ​ໃໝ່​ໃນ​ຊຸດ​ສະສົມນີ້.

ນັກອອກແບບ ເຈິ່ນເຟືອງຮວາ ກ່າວວ່າ: ໃນອະນາຄົດ ອັນໃກ້ນີ້, ຂ້າພະເຈົ້າ ຈະນໍາສະເໜີ ຊຸດສະສົມ ແຟຊັ່ນ ໃນງານລາຕີ ໃນເດືອນ ກັນຍາ 2023 ແລະ ຈະນຳໄປ ວາງສະແດງ ໃນສັບປະດາ ແຟຊັ່ນ New York (ສ ອາເມລິກາ) ເພື່ອເຜີຍແຜ່ຄວາມງາມ ແລະ ຄວາມສະຫງົບ ຂອງປະເທດຊາດ”.

ບົດ: VNP/ເງິນຮ່າ - ພາບ: ທົງຫາຍ  ແລະ ເອກະສານໂດຍຜູ້ກ່ຽວສະໜອງໃຫ້ - ແປໂດຍ: ຢືຟຽນ


Top