ນຳຮູບພາບນາຂັ້ນໄດ ເຂົ້າໄປໃນ ແຟຊັ່ນ

ນຳຮູບພາບນາຂັ້ນໄດ ເຂົ້າໄປໃນ ແຟຊັ່ນ

ນັກອອກແບບທ່ານນາງ ຫງວຽນລານແອ໋ງ ເກີດທີ່ ແຂວງ ອຽນບ໋າຍ, ດັ່ງນັ້ນນາງ ຈຶ່ງຕັ້ງຊື່ໃຫ້ແກ່ຊຸດສະສົມໃໝ່ ຂອງ ຕົນວ່າ “Moncheri in Mucacha”, ຊຶ່ງເປັນຊື່ ທ່ີຟັງແລ້ວ ເປັນ ຕາເວັນຕົກ, ແຕ່ເມື່ອປ່ຽນເປັນພາສາ ຫວຽດ “Muca cha” ແມ່ນຄຳຫຍໍ້ ຂອງ “ໝູ່ກັງຈ໊າຍ”.

ໃນ​ລາຍການ​ສະ​ແດງ​, ນາງ​ງານ ບ໋າວຫງອກ, ນັກ​ອອກ​ແບບ ຫງວຽນ​ລານ​ແອງ ​ແລະ ນັກ​ສິລະ​ປະ​ປະຊາຊົນ ຕື້ລອງ ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຜູ້​ຊົມ.

ຜ່ານ​ແນວ​ຄວາມ​ຄິດ​ສິລະ​ປະ​ ຂອງ​ ຜູ້​ອອກ​ແບບ, ຊຸດ​ສະ​ສົມ Moncheri in Mucacha ​ໄດ້​ຖ່າຍທອດ​ໃຫ້​ຜູ້​ຊົມ ​ໄດ້​ຮັບ​ຮູ້​ເລື່ອງລາວ​ທີ່​ໜ້າ​ສົນ​ໃຈ​ ກ່ຽວ​ກັບ 4 ລະດູ​ການ​ຢູ່ສະ ຖານທີ່ທ່ອງທ່ຽວ ທົ່ງນາຂັ້ນໄດ ຂອງ ໝູ່ກັງຈ໊າຍ, ນັ້ນຄື: ລະ ດູເອົານໍ້າເຂົ້ານາ, ລະດູກ້າອ່ອນ, ລະດູເຂົ້າອອກຮວງ ​ແລະ ລະດູ​ເຂົ້າ​ສຸກ​ເຫຼືອງ. ແຕ່ລະ ລະດູ ມີຄວາມສວຍງາມ ທີ່ ເປັນເອກະລັກສະເພາະ, ສະແດງອອກເຖິງອາລົມຈິດ ຂອງ ມະນຸດເມື່ອມີຄວາມສຸກ, ເມື່ອໂສກເສົ້າ, ເມື່ອເຕັມທີ່ ແລະ ເມື່ອຫວ່າງເປົ່າ.

 

ໂດຍ​ໄດ້​ຮັບ​ແຮງ​ບັນດານ​ໃຈ ​ຈາກ​ທົ່ງ​ນາ​ຂັ້ນໄດ ໝູ່ກັງກ໊າຍ, ນັກ​ອອກ​ແບບ ຫງວຽນ​ລານ​ແອ໋ງ ​ໄດ້​ນຳ​ເອົາ​ເອກະລັກ​ ປະ ຈຳ ຊາດ ​ເຂົ້າ​ໃນ​ບັນດາ​ຊຸດອອກແບບ ທີ່​ທັນ​ສະ​ໄໝ, ​ແທດ ​ເໝາະ​ກັບ​ທ່າ​ອ່ຽງ​ແບບ​ຍືນ​ຍົງ ​ຂອງ ​ໂລກ (Eco Fashion) ຜ່ານ​ການ​ນຳ​ໃຊ້​ວັດຖຸ​ພັນ​ຜ້າ ​ແລະ ການ​ຕົກ​ແຕ່ງ​ຜະລິດ ຕະ ພັນ. ຜະລິດຕະພັນ ໃນຊຸດສະສົມ Moncheri in Mucacha ແມ່ນຜະລິດ ຈາກເສັ້ນໄຍໄຜ່ 100%, ເປັນ ວັດ ສະດຸທີ່ເປັນມິດກັບ ສິ່ງແວດລ້ອມທີ່ສຸດ, ມີຄວາມທົນທານ, ອ່ອນນຸ້ມ, ເຢັນສະບາຍ ແລະ ປອດໄພຕໍ່ຜູ້ນຳໃຊ້. ສິ່ງດັ່ງ ກ່າວ ສະແດງໃຫ້ເຫັນວ່າ ຈາກຂັ້ນຕອນ ຂອງ ການເລືອກ ວັດສະດຸຜ້າ, ນາຍຊ່າງມີຄວາມເອົາໃຈໃສ່ ເຖິງມາດຖານ ແຟຊັ່ນ ນິເວດວິທະຍາ.

 

ຈຸດພິເສດ ຂອງ ຊຸດສະສົມ Moncheri in Mucacha ແມ່ນບັນດາລວດລາຍ ກ່ຽວກັບ ນາຂັ້ນໄດ ເທິງບັນດາຊຸດອອກແບບ ໄດ້ແຕ້ມດ້ວຍຂີ້ເຜິ້ງ ເທິງຜ້າ. ນັກອອກແບບ ຫງວຽນລານແອ໋ງ ແບ່ງປັນວ່າ: “ເພື່ອໄດ້ຮັບຜ້າເຫຼົ່ານີ້, ແມ່ຍິງຊາວເຜົ່າ ມົ້ງ ໄດ້ປະຕິບັດເຕັກນິກ ແຕ້ມດ້ວຍ ຂີ້ເຜິ້ງ ຕາມແບບວິທີມູນເຊື້ອ”. 

 

ຜ່ານ​ຊຸດສະສົມດັ່ງກ່າວ, ນັກ​ອອກ​ແບບ ຫງວຽນ​ລານ​ແອ໋ງ ປາດ​ຖະໜາ​ ຢາກ​ນຳ​ເອົາ​ສິລະ​ປະ​ການ​ແຕ້ມ​ຮູບ​ຂີ້ເຜິ້ງ​ຂອງ​ຊາວ​ເຜົ່າ ​ມົ້ງ ອອກໄປນອກ​ໝູ່​ບ້ານ​ ເພື່ອ​ເຂົ້າ​ໃກ້​ເຂດ​ທົ່ງ ພຽງ, ນະຄອນ. ແລະ​ ເລິກ​ເຊິ່ງກວ່າ​ນັ້ນ, ແມ່ນ​ນຳ​ເອົາ​ສິລະ​ປະ ​ຈາກຝີ​ມື​ ຂອງ​ ຊ່າງ​ຫັດຖະກຳ ​ເຂົ້າ​ໃກ້​ກັບ​ລູກຄ້າ ທັງ ພາຍໃນ​ແລະ ຕ່າງປະ​ເທດ ​ອີກດ້ວຍ.  

ພາບໃນງານວາງສະແດງ ແຟຊັ່ນ “MONCHERI in MUCACHA.

ບົດ ແລະ ພາບ: VNP/ແທງຢາງ - ແປໂດຍ: ຢືຟຽນ


Top