ນຳລວດລາຍ ຮູບແຕ້ມ ຮ່າງຈົ໋ງ ເຂົ້າສູ່ “ອ໋າວຢ່າຍ”
ດ້ວຍຄວາມປາດຖະໜາ ທີ່ຢາກເຜີຍແຜ່ວັດທະນະທຳພື້ນເມືອງ, ຫວ່າງມໍ່ໆ ນີ້, ນັກອອກແບບ ຫງວຽນເທີເທີ ໄດ້ນຳສະເໜີ ຕໍ່ທ່ານ ຜູ້ຊົມ ຊຸດແຟຊັ່ນ ທີ່ມີລວດລາຍຖັກແສ່ວຂອງຮູບແຕ້ມ ຮ່າງຈົ໋ງ.
ນັກອອກແບບ ຫງວຽນເທີເທີ ໃຫ້ຮູ້ວ່າ: ແນວຄວາມຄິດ ນຳ ຮູບແຕ້ມ ຮ່າງຈົ໋ງ ເຂົ້າສູ່ຊຸດແຟຊັ່ນ ແມ່ນເລີ່ມຕັ້ງແຕ່ເມື່ອ ນາງ ຫາກໍ ສຳເລັດ ຊຸດສະສົມ ນຳຮູບແຕ້ມ ດົ່ງໂຮ່ ເຂົ້າສູ່ຊຸດແຟຊັ່ນ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກມະຫາຊົນ. ນາງ ໃຫ້ຮູ້ວ່າ: “ເບື້ອງຕົ້ນ, ຂ້າພະເຈົ້າໄດ້ໄປຫາລຸງ ເລດິ່ງງຽນ ເພິ່ນແມ່ນນັກສິລະປິນ ຮູບແຕ້ມ ຮ່າງຈົ໋ງເພື່ອຊື້ຮູບແຕ້ມ ແລະ ຊອກຮູ້ຄວາມໝາຍຂອງບັນດາລວດລາຍຢູ່ແຕ່ລະຮູບ. ຫຼັງຈາກນັ້ນ ຂ້າພະເຈົ້າ ຈຶ່ງເລີ່ມປະຕິບັດ ຊຸດແຟຊັ່ນດ້ວຍຄວາມປາດຖະໜາຢາກນຳ ຮູບແຕ້ມ ຮ່າງຈົ໋ງ ມາໃຫ້ຜູ້ຊົມຫຼາຍຍິ່ງຂຶ້ນ ຜ່ານມຸມມອງແຟຊັ່ນ”.
ນັກອອກແບບ ຫງວຽນເທີເທີ ໃຫ້ຮູ້ວ່າ: “ທຸກຄົນຕ່າງກໍເວົ້າວ່າ ຜ້າ ກຳມະຫຍີ່ ແມ່ນໃຊ້ສຳລັບຜູ້ເຖົ້າ, ແຕ່ຍ້ອນລວດລາຍ ຂອງ ຮູບແຕ້ມ ຮ່າງຈົ໋ງ ແມ່ນລຽບງ່າຍທີສຸດ, ເພາະສະນັ້ນ ຂ້າພະເຈົ້າ ເລືອກ ຜ້າກຳມະຫຍີ່ ເພື່ອຍົກສູງມູນຄ່າ ຂອງ ຜະລິດຕະພັນ ຍິ່ງຂຶ້ນ”. ຂະບວນການຜະລິດຊຸດສະສົມດັ່ງກ່າວ ໃຊ້ເວລາ ປະມານ 1 ປີ ດ້ວຍຊຸດອາພອນ 8 ຊຸດ ກັບຮູບແຕ້ມຖັກແສ່ວ “ໂຕ໋ໜື໋” (ສາວງາມ), “ຕື໋ກີ໋ວ” (ສີ່ລະດູ), “ປາໄນ ກາຍເປັນ ມັງກອນ” ແລະ “ຕ໊າແທ່ງລອງ”.
ເມື່ອແຕ້ມຮູບເທິງຜ້າສຳເລັດ ຈະດໍາເນີນການ ຖັກແສ່ວ ລວດລາຍ. ການປັກແສ່ວແມ່ນເຮັດດ້ວຍມື ໂດຍຊ່າງຖັກແສ່ວຂອງໝູ່ບ້ານ ເຖື່ອງຕິ໋ນ, ຮ່າໂນ້ຍ ເປັນຜູ້ປະຕິບັດ. ຜ່ານບັນດາຕົວແບບ ຊຸດອາພອນ, ຜູ້ສວມໃສ່ສາມາດຮູ້ສຶກໄດ້ເຖິງຄວາມລະອຽດແນບນຽນຂອງແຕ່ລະເສັ້ນດ້າຍຖັກແສ່ວດ້ວຍມື ແລະ ຄວາມອ່ອນນຸ້ມຂອງຜ້າກໍາມະຫຍີ່ຂັ້ນສູງ.
ບາງຜົນງານ ການປະດິດແຕ່ງ ຈຳນວນໜຶ່ງ ຂອງນັກອອກແບບ ເທີເທີ. ພາບ: ເອກະສານ
ພາບແຕ້ມ ຮ່າງຈົ໋ງ ແມ່ນໜຶ່ງໃນບັນດາຮູບແຕ້ມ ພື້ນເມືອງ ຂອງ ຫວຽດນາມ ຊ່ຶງໄດ້ປະດິດແຕ່ງ ສ່ວນຫຼາຍຢູ່ ຄຸ້ມຖະໜົນ ຮ່າງຈົ໋ງ, ຮ່າໂນ້ຍ. ຮູບແຕ້້ມ ຮ່າງຈົ໋ງ ມີສອງສາຍຕົ້ນຕໍຄື: ຮູບແຕ້ມ ສຳລັບ ບູຊາ ແລະ ຮູບແຕ້ມບຸນເຕັດ. ມີນັກຄົ້ນຄວ້າຫຼາຍຄົນ ໃຫ້ວ່າ ຮູບແຕ້ມ ຮ່າງຈົ໋ງ ໄດ້ປະກົດຕົວ ໃນລະຫວ່າງສະຕະວັດ ທີ XVI ແລະ ມີການພັດທະນາ ຈະເລີນຮຸ່ງເຮືອງ ທີສຸດໃນປະມານທ້າຍສະຕະວັດທີ XIX ຫາຕົ້ນສະຕະວັດທີ XX.
ບົດ: ເງິນຮ່າ - ພາບ: ແຄ໋ງລອງ ແລະ ເອກະສານ - ແປໂດຍ: ບິກລຽນ