ຮ່າໂນ້ຍ ຜ່ານຊຸດ ອ໋າວຢ່າຍ ໃນອະດີດ ແລະ ປັດຈຸບັນ

ຮ່າໂນ້ຍ ຜ່ານຊຸດ ອ໋າວຢ່າຍ ໃນອະດີດ ແລະ ປັດຈຸບັນ

 

ນັກອອກແບບ ຢຸ້ງຫງວຽນ ແລະ ແຖັກລິງ ໄດ້ນໍາສະເໜີ ຕໍ່ທ່ານ ຜູ້ຊົມ ບັນດາຊຸດ ອ໋າວຢ່າຍ (ເສື້ອຍາວ) ທີ່ມີຄວາມງາມ ຂອງ ຮ່າໂນ້ຍ ໃນອະດີດ ແລະ ປັດຈຸບັນ.

 

ນັກອອກແບບ ຢຸ້ງຫງວຽນ ພ້ອມກັບຊຸດສະສົມ ທີ່ ສິລະປິນ ປະຊາຊົນ ຍືກີ່ວນ ແລະ MC ມາຍຫງອກ ສະແດງໃນງານ ເປີດ ຕົວຊຸດສະສົມ “ດິນແດນເມືອງຫຼວງ ໃນສະໄໝບູຮານ”. ພາບ: ແຄ໋ງລອງ/VNP

 ນຳສະເໜີ ບັນດາ​ຕົວແບບຊຸດ ອ໋າວຢ່າຍ ທີ່ເຂັ້ມຂຸ້ນໄປດ້ວຍ ສີ ສັນ ຂອງ ເມືອງຫຼວງ ດ້ວຍຮູບພາບມັງກອນ ທີ່ເປັນຕົວແທນໃຫ້ ວັດທະນະທຳ ແລະ ອາລົມຈິດໃຈຂອງຊາວ ຮ່າໂນ້ຍ, ນັກອອກ ແບບ ຢຸ້ງຫງວຽນ ໄດ້ກ່າວວ່າ: ຂ້າພະເຈົ້າ ມີຄວາມປາດຖະໜາ ຜ່ານ “ພາສາ ແຟຊັ່ນ” ເພື່ອແນະນຳ ຕໍ່ນັກທ່ອງທ່ຽວສາກົນ ຄວາມງາມ ທີ່ເປັນສັນຍາລັກ ຂອງ ດິນແດນ ທີ່ມີມູນເຊື້ອ ອາ ລະຍະທໍາ ນັບພັນປີ. ​ເຖິງ​ວ່າ​ ສັງຄົມ​ນັບ​ມື້​ນັບ​ພັດທະນາ ທັນ​ສະ​ໄໝ​ກໍ່ຕາມ, ​ແຕ່​ບັນດາ​ຄຸນຄ່າ​ມູນເຊື້ອ​ຈະ​ຄົງ​ຢູ່​ຕະຫຼອດ​ໄປ ​ແລະ ຊາວ​ໜຸ່ມ ຫວຽດນາມ ຈະ​ຮັກ​ຄວາມ​ງາມ​ແບບ​ດັ້ງ​ເດີມຍິ່ງຂຶ້ນ”. 

 

ໃນ​ການ​ອອກ​ແບບ ​ຂອງ​ຕົນ, ນັກ​ອອກ​ແບບ ​ຢຸ້ງຫງວຽນ ​ໄດ້​ສ້າງ​ຮ່າ​ໂນ້ຍ ໃນອະດີດ ຂຶ້ນມາໃໝ່ ທີ່ຍັງຄົງຮັກສາ​ຄຸນຄ່າມູນເຊື້ອ​ຢ່າງ​ຄົບ​ຖ້ວນ. ຮູບພາບ ຂອງ ສຸພາບສະຕີ ໃນຊຸດອ໋າວຢ່າຍ ທີ່ ສະຫງ່າງາມ ມີຈຸດເດັ່ນແມ່ນໄຂ່ມຸກ ທີ່ເຫຼື້ອມແວວວາວ ພ້ອມ ກັບ ກະດຸມ ທີ່ເຮັດດ້ວຍມື ຍິ່ງເຮັດໃຫ້ເພີ່ມຄວາມງາມຂອງ ຍິງ ສາວ ຮ່າໂນ້ຍ. ທັງ​ໝົດ​ລ້ວນ​ແຕ່​ສະແດງໃຫ້ເຫັນ​ ການແຊກຊຶມ ລະຫວ່າງ​ວັດ​ທະ​ນະ​ທຳ ​ທີ່ເປັນເອກະລັກ​ ຂອງ​ ນະຄອນຫຼວງ​ເກົ່າ​ ແລະ ​ສີສັນ​ ທີ່​ທັນ​ສະ​ໄໝ ​ໃນ​ຮູບ​ແບບ ​ຂອງ ອ໋າວຢ່າຍ. 

 

ໃນ​ຖານະ​ທີ່​ເປັນ​ໜຶ່ງ ສິລະປິນ ຜູ້ຍອດຢ້ຽມ ​ຂອງ​ ວົງ​ການ​ຮູບ​ເງົາ​ຫວຽດນາມ ​ແລະ ຕາງ​ໜ້າ​ໃຫ້​ແມ່ຍິງ​ ນະຄອນຫຼວງ ​ຮ່າ​ໂນ້ຍ ​ໃນ ປາງກ່ອນ ເຂົ້າ​ຮ່ວມ​ລາຍການສະ​ແດງ​ ແຟຊັ່ນ​ ເປັນ​ຄັ້ງ​ທຳ​ອິດ, ນັກ​ສິລະ​ປິນ ປະຊາຊົນ​ ຍືກີ່ວນ ​ໃຫ້​ຮູ້​ວ່າ: “ຂ້າພະ​ເຈົ້າມີ ຄວາມ ຮັກຕໍ່ຊຸດ​ອ໋າ​ວ​ຢ່າຍ​ ​ຫວຽດນາມ ​ແລະ ຕີ​ລາຄາ​ສູງ​ຄວາມ​ສາມາດ ​ຂອງ​ບັນດານັກ ອອກແບບໜຸ່ມ, ເພາະສະນັ້ນ ເມື່ອໄດ້ຮັບເຊີນ ເຂົ້າຮ່ວມລາຍການ ສະແດງ ຊຸດສະສົມນີ້ ຂອງ ນັກອອກແບບ ຢຸ້ງຫງວຽນ, ຂ້າພະເຈົ້າຫວັງວ່າ ການຮ່ວມເດີນທາງນີ້ ຈະສົ່ງ ເສີມ ບັນດາ ເພື່ອນໄວໜຸ່ມ ໃນການປະດິດສ້າງສິລະປະ”.

 

ດ້ວຍ​ມຸມມອງ ຮ່າ​ໂນ້ຍ ພວມ​ມີ​ການ​ຫັນປ່ຽນ​ ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ ດ້ວຍວິຖີການດໍາລົງຊີວິດ​ທີ່​ທັນ​ສະ​ໄໝ, ແຕ່ ບັນດາຂີດໝາຍວັດທະນະທຳ ຢູ່ເຂດເມືອງຫຼວງໃນອະດີດ ຍັງ ຄົງ ປະກົດຂຶ້ນຢູ່ຕາມບັນດາຫຼັງເຮືອນ​​ເກົ່າ. ນັກອອກແບບ ແຖັກ ລິງ ໄດ້ສະເໜີຕໍ່ທ່ານຜູ້ຊົມ ນະຄອນຫຼວງ ໃນຊຸດສະສົມແຟຊັ່ນ ລວມມີ ສອງພາກ. 


ຮ່າໂນ້ຍ ໃນອະດີດ ໄດ້ນັກອອກແບບ ແຖັກລິງ ໃນໂທນສີຂາວ ດຳ ຜ່ານການເວລາ ພ້ອມດ້ວຍຮູບພາບ ບັນດາ ຫຼັງເຮືອນ ມຸ້ງ ດ້ວຍດິນຂໍ ທີ່ ໄດ້ປຸກຂຶ້ນຕິດກັນ ແລະ ກິດຈະການ ສະຖາປັດ ຕະຍະກຳ ຕ່າງໆ ເຊັ່ນ: ວັນມ໋ຽວ-ກວັກຕືຢາມ, ວັດ ເສົາດຽວ, ທາດເຕົ່າ... ທັງໝົດຍັງຢູ່ທີ່ນັ້ນ ໃນ ຮ່າ​ໂນ້ຍ ​ໃນ​ປັດຈຸ​ບັນ ​ພວມ ໃສ່ເສື້ອຜືນໜຶ່ງ ທີ່ຫຼາກຫຼາຍສີສັນ ແລະ ​ຄຶກຄັກ ກັບບັນດາ​ຮ້ານ​ອາຫານ ​ຕາມ​ຖະໜົນ​ ໄດ້ດຶງ​ດູດນັກ​ທ່ອງ​ທ່ຽວ.

ບັນດານັກອອກແບບແນະນຳຊຸດສະສົມ ອ໋າວຢ່າຍ ເຖິງມະຫາຊົນນະຄອນຫຼວງ. 

ຮ່າໂນ້ຍ ໃນອະດີດ ໄດ້ນັກອອກແບບ ແຖັກລິງ ຖ່າຍທອດ ໃນ ໂທນ ສີຂາວດຳ ດ້ວຍຮູບພາບ ບັນດາຫຼັງເຮືອນ ທ່ີຫຼັງຄາມຸ້ງ ດ້ວຍ ດິນຂໍ ທີ່ໄດ້ປຸກຂຶ້ນຕິດກັນ ແລະ ບັນດາສະຖາ ປັດຕະຍະ ກຳ ຕ່າງໆ ເຊັ່ນ: ວັນມ໋ຽວ-ກວັກຕືຢາມ, ວັດ ເສົາດຽວ, ທາດເຕົ່າ ... ທັງໝົດ ຍັງຢູ່ທີ່ນັ້ນ ໃນ ຮ່າໂນ້ຍ ໃນປັດຈຸບັນ ພວມໃສ່ເສື້ອ ຜືນໜຶ່ງ ທີ່ຫຼາກຫຼາຍສີສັນ ແລະ ຄຶກຄັກ ກັບບັນດາຮ້ານອາຫານ ຕາມຖະໜົນ ໄດ້ດຶງດູດນັກທ່ອງທ່ຽວ.

ປະຕິບັດໂດຍ: ເງິນຮ່າ, ແຄ໋ງລອງ - ແປໂດຍ: ບິກລຽນ


Top