ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

ຄວາມງາມ ຂອງ ຍິງສາວ ເຜົ່າ ກົ໋ງ ໃນຊຸດອາພອນພື້ນ ເມືອງ.

 ເຄື່ອງນຸ່ງຫົ່ມ ຂອງຜູ້ຊາຍ ແມ່ນສີຄາມດໍາ, ກະດຸມເຮັດດ້ວຍຜ້າແພ ຍ້ອມສີຄາມ ແລະ ບໍ່ຕົກແຕ່ງ.


ເຄື່ອງນຸ່ງ ຂອງ ແມ່ຍິງ ຈະມີຄວາມຊັບຊ້ອນກວ່າ ແລະ ໄດ້ປະສົມປະສານກັບເຄື່ອງແຕ່ງຕົວ. ຜ້າປົກຫົວຂອງແມ່ຍິງ ເຜົ່າ ກົ໋ງ ແມ່ນຜ້າປຽວ ຄ້າຍຄືກັນກັບຜ້າ ປຽວ ຂອງ ຊາວເຜົ່າ ໄທດໍາ. ເຂົາເຈົ້າມັກໃຊ້ເຄື່ອງປະດັບດ້ວຍເງິນ ຫຼື ຄຳ ເພື່ອເສີມຄວາມງາມ, ທັງປ້ອງກັນສຸຂະພາບ. ແມ່ຍິງເຜົ່າ ກົ໋ງ ນຸ່ງເສື້ອສອງປະເພດ. ປະເພດໜຶ່ງ ແຂນເສື້ອ ປະກອບມີບັນດາສິ້ນສ່ວນສີຕ່າງໆ ເຊ່ັນ: ສີຟ້າ, ສີແດງ, ສີເຫຼືອງ... ຕັ້ງສະຫຼັບກັນ ແລະ ປະສົມປະສານກັບ ລວດລາຍ ທີ່ເປັນເອກະລັກຢູ່ຕີນເສື້ອ. ປະເພດທີສອງ ແຂນເສື້ອມີສີດຳ, ຜ່າຢູ່ໜ້າເອິກ, ລຽບຕາມລວງຍາວ ຂອງແຂບເສື້ອ ໄດ້ປະດັບເອ້ ດ້ວຍກະດຸມເງິນ ແລະ ເສັ້ນດ້າຍສີ. ເຜົ່າ ກົ໋ງ ນຸ່ງເສື້ອ ກັບສິ້ນສີດຳ ຫຼື ສິ້ນມີລາຍດອກພື້ນ ເມືອງ.


ສິ້ນ ຂອງ ແມ່ຍິງ ເຜົ່າ ກົ໋ງ ຕັດຫຍິບດ້ວຍຜ້າສີໝາກກະເບົາ ຫຼື ສີດໍາ; ໂຕສິ້ນໄດ້ຮັບການຕົກແຕ່ງດ້ວຍຮູບລາຍແຊກ, ຮູບຄົນຟ້ອນ, ຮູບທາດໃຫຍ່ຊ້ອນທາດນ້ອຍ... ດ້ວຍເສັ້ນດ້າຍ ສີຂຽວ, ສີເຫຼືອງ, ສີອິດ, ສີຂາວ. ຮູບທາດ ແມ່ນສັນຍາລັກ ຂອງ ໄມ້ປ່າ ກຳລັງແຜ່ຂະຫຍາຍ. ຫົວສິ້ນ ຖືກຫຍິບດ້ວຍ ຜ້າສີຂຽວ ຫຼື ສີດຳ ມີທາງຂວາງໃຫຍ່. ສາຍແອວ ຖືກຫຍິບດ້ວຍຜ້າຝ້າຍສອງຊັ້ນ ຍ້ອມສີຄາມ ເພື່ອເພີ່ມຄວາມງາມໃຫ້ເຄື່ອງແຕ່ງກາຍ.
 


ຊາວເຜົ່າ ກົ໋ງ ບໍ່ປູກຝ້າຍເພື່ອທໍຜ້າ, ແຕ່ຊື້ຜ້າຍ້ອມສີຄາມ ຂອງ ຊາວເຜົ່າ ຜູ້ໄທ ແລະ ລາວ ມາ ເພື່ອຕັດຫຍິບ ແລະ ປະດັບປະດາ ລາຍແຕ້ມທີ່ສະແດງໃຫ້ເຫັນເຖິງຄຸນລັກສະນະ ວັດທະນະທຳ ສະເພາະ ຂອງຊົນເຜົ່າຕົນ.

ຊົງຜົມ ຂອງ ແມ່ຍິງ ເຜົ່າ ກົ໋ງ ນອກຈາກຄຸນຄ່າ ດ້ານຄວາມງາມ ກໍ່ຍັງ ເພື່ອຈຳແນກ ຜູ້ຍິງແຕ່ງງານແລ້ວ ຫຼື ຍັງບໍ່ທັນແຕ່ງງານ. ຜູ້ຍິງ ຍັງບໍ່ທັນແຕ່ງງານ ຈະເກົ້າຜົມ ຢູ່ທາງຫຼັງ, ໃນຂະນະນັ້ນ ຜູ້ຍິງທີ່ແຕ່ງງານແລ້ວ ຈະເກົ້າຜົມຢູ່ກາງຫົວ ແລະ ຖືກປັກດ້ວຍປິ່ນໄຂ່ວກັນ. ປິ່ນສອງອັນນີ້ ນອກຈາກ ຍຶດຜົມແລ້ວ ຍັງເປັນເຄື່ອງປະດັບຜົມ ຂອງແມ່ຍິງ ເຜົ່າ ກົ໋ງ. ປິ່ນແມ່ນເຮັດຈາກກະ ດູກສັດ, ຫົວປິ່ນ ຖືກຕິດຫຼຽນເງິນ.


ຢູ່ຕາແສງ ເນີ້ມຄາວ, ເມືອງ ເມືອງແຕ່, ແຂວງ ລາຍເຈົາ, ບັນດາຍິງສາວ ຢູ່ທີ່ນີ້ ຕ່າງກໍ່ມີຄວາມພາກພູມໃຈເນື່ອງຈາກຄອບຄົວ ໃດກໍມີກະພາ. ນີ້ແມ່ນເຄື່ອງໃຊ້ທີ່ເປັນຄ່າສິນສອດ ຂອງແມ່ ໃຫ້ລູກສາວ ເພື່ອໃສ່ຜ້າ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງປະດັບ. ກະພາ ຖືກວາງໄວ້ ຢູ່ໃຕ້ແທ່ນບູຊາສະເໝີ ແລະ ບໍ່ເຄີຍຍ້າຍ. ດ້ວຍ ເຕັກນິກຈັກສານທີ່ດີ ຂອງ ເຜົ່າ ກົ໋ງ, ກະພາ ບໍ່ຄ່ອຍຖືກຜຸໂດກ ຕາມການເວລາ, ແຕ່ຍັງໜາແໜ້ນ ແລະ ສົດຊື່ນ. 

ຊຸດອາພອນພື້ນເມືອງ ຂອງ ແມ່ຍິງ ເຜົ່າ ກົ໋ງ ມີສີສັນທີ່ຈັບຕາຈັບໃຈ.

  ຕາມຜົນການສຳຫຼວດ ກ່ຽວກັບສະພາບການເສດຖະກິດ-ສັງຄົມ ຂອງ 54 ຊົນເຜົ່າສ່ວນໜ້ອຍ ໃນປີ 2019 ຂອງ ຄະນະກຳມະການ ຊົນເຜົ່າ ຫວຽດນາມ-ກົມໃຫຍ່ສະຖິຕິ, ໄລ່ຮອດວັນທີ 1 ເມສາ 2019 ຊົນເຜົ່າ ກົ໋ງ ມີພົນລະເມືອງ 2.729 ຄົນ, ໃນນັ້ນເພດຊາຍ 1.341 ຄົນ. ເພດຍິງ 1.388 ຄົນ. 

ບົດ ແລະ ພາບ: ກົງດາດ - ແປໂດຍ: ບິກລຽນ


Top