• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ມະນັດສະການມາຍັງເຂດດິນຂອງພະພຸດທະເຈົ້າ

ເລີ່ມແຕ່ວັນທີ 10 ເດືອນຈຽງ ເຖິງເດືອນສາມ (ຕາມຈັນທະປະຕິທິນ) ຂອງແຕ່ລະປີ, ງານບຸນ ອຽນຕື (ຢູ່ຕາແສງ ອວງບີ໋, ແຂວງ ກວາງນິງ) ໄດ້ດຶງດູດສາສະນິກະຊົນ ຈຳນວນຫຼາຍໝື່ນຄົນ ມາເຕົ້າໂຮມກັນຢູ່ບ່ອນທີ່ຖືວ່າ ເປັນເຂດແຄ້ວນດິນແດນຂອງພະພຸດທະເຈົ້າ. 
ງານບຸນລະດູບານໃໝ່ ອຽນຕື

ແຕ່ໃດໆມາ, ໃນສາມັນຊົນມີຄຳທີ່ວ່າ “ສ້າງບຸນກຸສົນ, ຖືສິນກິນເຈ ນັບຮ້ອຍປີ/ຖ້າຍັງບໍ່ທັນໄປເຖິງ ອຽນຕື ຖືວ່າຍັງບໍ່ທັນບວດສຳເລັດ ພະ ອໍລະຫັນ”. ອຽນຕື ເປັນສະຖານທີ່ ມີທັດສະນີຍະພາບ ທີ່ມີຊື່ສຽງ, ມີ ວັດວາອາຮາມ, ພະທາດຫຼາຍແຫ່ງ ຕັ້ງຊ່ອນຕົວຢູ່ຕາມ ກ້ອງກົກໄມ້ ໃຫຍ່ ຊຶ່ງຕິດພັນກັບຊື່ສຽງ ຂອງ ເຟີດຮວ່າງ ເຈິ່ນເຍິນຕົງ (ອົງກະສັດ ເຈິ່ນເຍິນຕົງ) (1258 – 1308), ຜູ້ສ້າງຕັ້ງ ແລະ ເຜີຍແຜ່ນິກາຍ ຈຸກເລິມ ອຽນຕື ຂອງ ຫວຽດນາມ. ຕົ້ນປີໃໝ່ ໄປເອົາບຸນ ຢູ່ອຽນຕື ບໍ່ພຽງ ແຕ່ ເປັນໂອກາດ ໃຫ້ສາສະນິກະຊົນ ແລະ ນັກທ່ອງທ່ຽວທົ່ວທຸກ ສາ ລະທິດ ມາຍັງດິນແດນຂອງພະພຸດທະເຈົ້າ ເພື່ອຂໍພອນປີໃໝ່ ຈົ່ງ ແຕ່ມີ ຄວາມສະຫງົບສຸກ, ແຕ່ຍັງເປັນໂອກາດ ສະແດງເຖິງຄວາມ ຮູ້ບຸນຄຸນ ຕໍ່ ເຟີດຮວ່າງ ເຈິ່ນເຍິນຕົງ ອີກດ້ວຍ.

ງານບຸນລະດູບານໃໝ່ ອຽນຕື ປີນີ້ໄດ້ຈັດຂຶ້ນຢູ່ວັດ ຈິ່ງ. ພາຍໃນງານ ໄດ້ ມີພິທີຂະບວນແຫ່ ໂດຍການເຂົ້າຮ່ວມ ຂອງ ສາສະນິກະຊົນ ກວ່າ 100 ຄົນ, ເພື່ອຂໍພອນໃຫ້ປະເທດຊາດມີສັນຕິພາບ, ປະຊາຊົນ ໄດ້ໃຊ້ ຊີວິດໃນຄວາມຢູ່ເຢັນເປັນສຸກ, ພິທີເລີ່ມດ້ວຍການຈ້ຳກາ ເທື່ອ ທຳອິດ ໃນປີໃໝ່ ເພື່ອຂໍພອນໃຫ້ມີໂຊກລາບ. ຈາກນັ້ນແມ່ນລາຍການສະແດງສິລະປະ ກັບລາຍການຟ້ອນກອງ, ເຊີດມັງກອນ ດ້ວຍບັນຍາກາດທີ່ຄຶກຄື້ນມ່ວນຊື່ນ ໃນໂອກາດຕົ້ນປີໃໝ່.

ພິທີໄຂງານບຸນລະດູບານໃໝ່ອຽນຕື ປີ 2017 ທີ່ວັດຈິ່ງ (ນະຄອນ ອວງບີ໋, ແຂວງ ກວາງນິງ). 


ພະສັງຄະນາຍົກ ຖິກແທງກວ໋ຽດ, ຫົວໜ້າຄະນະຄຸ້ມຄອງ ບໍລິຫານ ສະມາຄົມພຸດທະສາສະໜາສຳພັນ ແຂວງກວາງນິງ
ຕີລະຄັງ ໄຂງານ ບຸນລະດູບານໃໝ່ ອຽນຕື ປີ 2017. 



ໃນວັນໄຂງານບຸນລະດູບານໃໝ່ອຽນຕື ປີ 2017 ມີພິທີບູຊາ ຂໍຮ້ອງ ໃຫ້ ປະເທດຊາດມີສັນຕິພາບ,
ປະຊາຊົນທຸກຖ້ວນໜ້າ ໄດ້ໃຊ້ຊີວິດ ໃນຄວາມຢູ່ເຢັນເປັນສຸກ. 



ລາຍການສິລະປະໄດ້ຫວນຄືນໃຫ້ເຫັນ ການສ້າງຕັ້ງ ນິກາຍ ຈຸກເລີນ ອຽນຕື, ສາສະໜາພຸດ ທີ່ເປັນເອກະລັກ ຂອງ ຫວຽດນາມ. 


ການສະແດງເຊີດສິງໂຕໃນມື້ໄຂງານບຸນລະດູບານໃໝ່ ອຽນຕື. 

ພະມະຫາອາຈານ ຖິກທ້ຽນເຍີນ, ປະທານສະພາຄຸ້ມຄອງບໍລິຫານ ພຸດທະ ສາສະໜາສຳພັນຫວຽດນາມໃຫ້ຮູ້ວ່າການຈັດພິທີເປີດງານບຸນ ອຽນຕື ໃນຕົ້ນປີໃໝ່ ເປັນໂອກາດໃຫ້ ພະສົງສຳມະເນນ ແລະ ພຸດທະສາສະນິກະຊົນ ຢູ່ທຸກຫົນແຫ່ງ ຂອງປະເທດຊາດ ເຕົ້າໂຮມ ກັນມາຍັງ ອຽນຕື, ສະແດງໃຫ້ເຫັນຈິດໃຈ “ກິນເຂົ້າຄິດເຖິງຄຸນນາ, ກິນປາຄິດເຖິງຄຸນນ້ຳ” ຂອງ ຫວຽດນາມ ແລະ ພຸດທະສາສະໜາ ຫວຽດນາມ ກໍຄື ຕໍ່ຄຸນຄວາມດີ ຂອງ ເຟີດຮວ່າງ ເຈິ່ນເຍິນຕົງ.

ໃນການແລກປ່ຽນກັບພວກຂ້າພະເຈົ້າ ກ່ຽວກັບພິທີເປີດງານບຸນລະ ດູບານໃໝ່ ອຽນຕື, ພະສັງຄະນາຍົກ ຖິກແທງກວ໋ຽດ, ຫົວໜ້າຄະນະ ຄຸ້ມຄອງບໍລິຫານ ສະມາຄົມພຸດທະສາສະໜາສຳພັນ ແຂວງກວາງ ນິງ ໃຫ້ຮູ້ວ່າ ປະຈຸບັນ, ຄະນະຄຸ້ມຄອງບໍລິຫານສະມາຄົມ ພຸດທະສາ ສະໜາສຳພັນ ແຂວງ ກວາງນິງ ແລະ ການນຳແຂວງກວາງນິງ ກຳລັງ ຊຸກຍູ້ ໃຫ້ສຳເລັດເອກະສານ ເພື່ອສະເໜີຕໍ່ ຢູແນັສໂກ ຮັບຮອງແນວຄິດ ນິກາຍ ຈຸກເລີມ ເປັນມໍລະດົກທາງວັດທະນະທຳທີ່ບ່ໍມີຕົວຕົນ ຂອງມວນມະນຸດ ແລະ ເທື່ອລະກ້າວຮັບຮອງເຟີດຮວ່າງ ເປັນອະລິຍະບຸລຸດວັດທະນະທຳຂອງໂລກ.

ມາຍັງເຂດດິນຂອງພະພຸດທະເຈົ້າ

ການມາຍັງ ເຂດແຄ້ວນດິນແດນ ຂອງພະພຸດທະເຈົ້າ ຂອງ ພວກຂ້າ ພະເຈົ້າ ເລີ່ມຈາກວັດ ຢາຍອວານ ຂຶ້ນເຖິງ ວັດ ຮວາຮຽນ, ຢຸດເຊົາຖະຫວາຍທູດທຽນ ຕໍ່ຮູບປັ້ນຂອງ ເຟີດຮວ່າງ ເຈິ່ນເຍິນຕົງ ຢູ່ພູ ອານ ກີ່ຊິງ ແລະ ສິ້ນສຸດແມ່ນຢູ່ວັດ ດົ່ງ.

ວັດ ດົ່ງ ຍັງມີຊື່ວ່າ ທຽນຈຸກ, ຕັ້ງຢູ່ຈອມພູ ອຽນຕື ໃນລະດັບຄວາມສູງ 1.068 ແມັດ, ມີເມກປົກຄຸມຕະຫຼອດປີ ສ້າງເປັນພາບທິວທັດ ອັນວິ ຈິດ ພິດສະດານ ເໝືອນດັ່ງຢູ່ສະຫວັນຊັ້ນຟ້າ. ປີ 2006, ວັດໄດ້ກໍ່ ສ້າງຄືນໃໝ່ຢູ່ເທິງພື້ນທີ່ຂອງວັດຫຼັງເກົ່າ. ວັດ ຖືກຫຼໍ່ດ້ວຍທອງລ້ວນໆ, ຍາວ 1,4 ແມັດ, ພື້ນກວ້າງ 1,1 ແມັດ ແລະ ສູງເກືອບ 1,4 ແມັດ ມີ ນ້ຳໜັກ ປະມານ 70 ໂຕນ. ປີ 2012, ວັດ ດົ່ງ ໄດ້ສູນສະຖິຕິ ຫວຽດ ນາມ ຮັບຮອງວ່າ ເປັນ ວັດຫຼໍ່ດ້ວຍທອງ ໃຫຍ່ທີ່ສຸດ ແລະ ຕັ້ງຢູ່ ລະ ດັບ ຄວາມສູງສຸດ ຂອງ ປະເທດ. ນີ້ແມ່ນ ວັດ ທີ່ເປັນເອກະລັກສຸດໃນໂລກ, ໄດ້ຖືວ່າເປັນ “ສິ່ງມະຫັດສະຈັນໃໝ່” ໃນກຸ່ມປູສະນີຍະສະ ຖານ ອຽນຕື.


ຮູບປັ້ນ ເຟີດຮວ່າງ ເຈິ່ນເຍິນຕົງ ຫຼໍ່ດ້ວຍທອງ ຕັ້ງຢູ່ເທິງຈອມພູ ອານ ກີ່ຊິງ. 


ນັກທ່ອງທ່ຽວຂຶ້ນວັດ ດົ່ງ ຕັ້ງຢູ່ຈອມພູສູງສຸດຂອງ ສາຍພູ ອຽນຕື (ສູງ 1.068 ແມັດ) ເພື່ອຖະຫວາຍທູບທຽນ, ຂໍພອນໃຫ້ມີຄວາມສຸກ ແລະ ໂຊກລາບ. 


ບັນດາສາສະນິກະຊົນ ແລະ ນັກທ່ອງທ່ຽວ ຈາກທົ່ວທຸກສາລະທິດ ມາຍັງ ອຽນຕື ໃນຕົ້ນລະດູບານໃໝ່. 


ເສັ້ນທາງຈາກ ອານກີ່ຊິງ ຂຶ້ນໄປຍັງ ວັດ ດົ່ງ ຖືວ່າເປັນທາງ ຍ່າງ ທີ່ ຫຍຸ້ງຍາກກວ່າໝູ່ ໃນການທາງເດີນມາຍັງ ອຽນຕື. 


ນັກທ່ອງທ່ຽວຂຶ້ນຊົມ ຮູບປັ້ນຂອງ ເຟີດຮວ່າງ ເຈິ່ນເຍິນຕົງ ຢູ່ເທິງ ຈອມພູ ອານກີ່ຊິງ ໃນບັນຍາກາດເຕັມແຕ່ນ້ຳໝອກ. 


ປະຊາຊົນພາກັນໄປເອົາບຸນ ໃນຕົ້ນປີໃໝ່ ຢູ່ ອຽນຕື ແຕ່ຕອນເຊົ້າມືດ. 


ຄະນະຈັດຕັ້ງງານບຸນໃຫ້ຮູ້ວ່າ ຈຳນວນນັກທ່ອງທ່ຽວ ມາຍັງ ອຽນຕື ໃນຊຸມມື້ທຳອິດຂອງ ງານບຸນ ໄດ້ເພີ່ມຂຶ້ນກວ່າ 50.000 ເທື່ອຄົນ. 

ປີນີ້ ນອກຈາກໄປສັກກາລະບູຊາວັດ ດົ່ງ ແລ້ວ, ວັດຫງວ້າເວິນ ກໍ ແມ່ນ ໜຶ່ງໃນລາຍການ ທ່ອງທ່ຽວ ແຫ່ງຄວາມເຊ່ືອຖືທາງຈິດໃຈ ສັງ ກັດກຸ່ມ ປູສະນີຍະສະຖານ ອຽນຕື ຊຶ່ງໄດ້ດຶງດູດນັກທ່ອງ ທ່ຽວ ຈາກ ທົ່ວທຸກສາລະທິດ ທີ່ມາທຳພິທີບູຊາອີກດ້ວຍ. ວັດ ຫງວ້າເວິນ ຕັ້ງຢູ່ ເຂດທ່ອງທ່ຽວ ປູຊະນີຍະສະຖານ ປະຫວັດສາດສະໄໝລາຊະວົງ ເຈິ່ນ ສັງກັດ ຕາແສງ ດົງຈ່ຽວ, ແຂວງ ກວາງນິງ. ນີ້ ແມ່ນກຸ່ມປູສະນີ ຍະສະຖານ ທີ່ກວ້າງຂວາງ, ມີວັດ, ທາດ ຫຼາຍຫຼັງ ຊຶ່ງ ໃນນັ້ນມີ ວັດ ຫງວ້າເວິນ ເປັນບ່ອນ ສັກກະລະບູຊາ ເຟີດຮວ່າງເຈິ່ນເຍິນຕົງ. ວັດ ຫງວ້າເວີນ ກໍເປັນສະຖານທີ່ ສິ້ນສຸດຂະບວນວິວັດການເດີນທາງຖື ສິນເປັນພະພຸດທະເຈົ້າ ຂອງ ເຟີດຮວ່າງ. ດ້ວຍເຫດນັ້ນ, ວັດ ຫງວ້າ ເວິນ ຖືວ່າເປັນ ດິນທີ່ສັກສິດຂອງ ນິກາຍຈຸກເລີມ ເວົ້າສະເພາະ ແລະ ພຸດທະສາສະໜາຫວຽດນາມ ເວົ້າລວມ.

ມາຍັງອຽນຕື ບໍ່ພຽງແຕ່ເປັນການເດີນທາງໄປທ່ອງທ່ຽວເພື່ອຊົມຄວາມສວຍງາມ ຂອງພູຜາ ປ່າໄມ້ອັນກວ້າງໃຫຍ່ໄພສານ ຢູ່ ທາງ ທິດຕາເວັນອອກສ່ຽງເໜືອ ຂອງ ຫວຽດນາມເທົ່ານັ້ນ, ຫາກຍັງເປັນການມາຍັງ “ເຂດດິນທີ່ສັກກາລະບູຊາ”, “ເຂດດິນແດນທີ່ສັກສິດ”, ເປັນດິນແດນແຫ່ງການເຕົ້າໂຮມສ້າງສິ່ງສັກສິດຂອງພູຜາປ່າໄມ້ ແມ່ນ້ຳລຳເຊ ຊຶ່ງຄົນສະໄໝກ່ອນໃຫ້ການເຄົາລົບນັບຖື ແລະ ຖືກບັນທຶກໄວ້ຕາມວັດວາອາຮາມ.
ບົດ: ເງິນຮ່າ - ພາບ: ແຄ໋ງລອງ

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ ແມ່ນໜຶ່ງໃນບັນດາ ເຂດ ຮັກສາລະບົບນິເວດ ໃຫຍ່ສຸດຢູ່ ຫວຽດນາມ ແລະ ໃນໂລກ. ສະຖານທີ່ນີ້ ປະກອບດ້ວຍຄຸນຄ່າ ທີ່ເປັນເອກະລັກ ຢ່າງຍິ່ງ ມີທັງ ປ່າໄມ້ ແລະ ລະບົບນິເວດທາງທະເລ. ມາ​ຍັງ​ປ່າ​ສະຫງວນ​ແຫ່ງ​ຊາດ ກາດບ່າ, ​ນັກ​ທ່ອງ​ທ່ຽວ​ ຈະ​ໄດ້​ສໍາຜັດ ປະສົບການ ແລະ ສຳ​ຫຼວດ​ລະບົບ​ນິ​ເວດ ຂອງສັດ ​ແລະ ພືດ​ ທີ່​ຫຼາກ​ຫຼາຍ.

Top