• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ປະທັບໃຈແມ່ນຳ້ ເຫົ້າ

ມາຢ້ຽມຊົມສວນປູກຕົ້ນໄມ້ກິນໝາກ ຫຼາຍແຫ່ງທີ່ເຕັມໄປ ດ້ວຍໝາກສຸກ, ປັ້ນເຂົ້າເຊົ້າ ແລະ ເລາະຊື້ເຄື່ອງ ຢູ່ຕະຫຼາດ ເທິງນຳ້ ກ໋າຍຣັງ ເປັນໜຶ່ງໃນບັນດາການເຄື່ອນໄຫວ ທ່ີໜາ້ຈັບໃຈ ເມື່ອນັກທ່ອງທ່ຽວ ມາຢ້ຽມຢາມແມ່ນຳ້ ເຫົ້າ, ນະຄອນ ເກີ່ນເທີ.
ນະຄອນ ເກີ່ນເທີ ແມ່ນຈຸດທີ່ແມ່ນໍ້າເຫົ້າ ໄຫຼຜ່ານ ມີຄວາມ ຍາວ ທັງໝົດ 65 ກິໂລແມັດ, ເພາະສະນັ້ນ ຈິ່ງກາຍເປັນ ຈຸດພິເສດທາງ ດ້ານວັດທະນະທຳ ຂອງເຂດແດນ ແມ່ນຳ້ພາກໃຕ້.  

ມາຍັງ ເກີ່ນເທີ, ນັກທ່ອງທ່ຽວບໍ່ຄວນພາດໂອກາດ ທີ່ເຂົ້າຮ່ວມ ໃນສາຍທາງເດີນໄປຊອກຮູ້ຈຸດພິເສດຂອງແມ່ນຳ້ ເຫົ້າຢາງ ຍ້ອນນີ້ແມ່ນບໍລິການທ່ອງທ່ຽວທີ່ມີຊື່ສຽງຂອງດິນແດນແຫ່ງນີ້. ພວກຂ້າພະເຈົ້າໄດ້ເລືອກຕະຫຼາດເທິງນຳ້ ກ໋າຍຣັງ ເປັນບ່ອນ ທ່ອງທ່ຽວແຫ່ງທຳອິດໃນສາຍທາງເດີນໄປຊອກຮູ້ ຈຸດພິເສດ ຂອງແມ່ນຳ້ ເຫົ້າຢາງ. ພວກຂ້າພະເຈົ້າໄດ້ອອກໄປຫາ ຕະຫຼາດເທິງນໍ້າ ກ໋າຍຣັງ ຕັ້ງແຕ່ 5 ໂມງເຊົ້າ. ນີ້ແມ່ນຕະຫຼາດ ຂາຍດອກໄມ້ ແລະ ໝາກໄມ້ ທີ່ມີຊື່ສຽງ, ທຸກໆ ມື້ ຈະເປີດແຕ່ 5 ໂມງຫາ 7 ໂມງເຊົ້າ. 

ມາທີ່ນີ້, ນັກທ່ອງທ່ຽວຈະໄດ້ເຫັນກັບຕາການເຄື່ອນໄຫວ ຄ້າຂາຍຢູ່ເທິງແມ່ນຳ້ ເຫົ້າ. ເຂົ້າມາຮອດຈຸດໃຈກາງຂອງ ຕະຫຼາດແຫ່ງນີ້, ນັກທ່ອງທ່ຽວຈະພົບເຫັນນັກທ່ອງທ່ຽວ ຕ່າງປະເທດຫຼາຍຄົນກໍ່ມາທີ່ນີ້ ເພື່ອເຊື່ອມຕົວເຂົ້າກັບຊີວິດ ການເປັນຢູ່ດ້ານວັດທະນະທຳ ເຂດແມ່ນຳ້ ຂອງປະຊາຊົນ ທີ່ພວມອາໄສຢູ່ທີ່ນີ້. ກ່ອນທີ່ຈະໄປຊື້ເຄື່ອງ, ນັກທ່ອງທ່ຽວ ຢ່າລືມ ພາກັນກິນເຂົ້າປຸ້ນຢໍ່ ທີ່ຂາຍຢູ່ເທິງແມ່ນຳ້ ເຫົ້າຢາງ. ໄດ້ຮູ້ວ່າ ດອກໄມ້ ແລະ ໝາກໄມ້ທີ່ວາງຂາຍ ຢູ່ທີ່ນີ້ ໄດ້ນຳມາຈາກສວນປູກດອກໄມ້ ແລະ ສວນໝາກໄມ້ ຫຼາຍແຫ່ງຢູ່ບໍລິເວັນແຫ່ງນີ້ ແລ້ວເຕົ້າໂຮມກັນກາຍເປັນ ຕະຫຼາດ ສະເພາະຂາຍດອກໄມ້ ແລະ ໝາກໄມ້ຢູ່ເທິງແມ່ນຳ້ ແຫ່ງ ນີ້. 

ນະຄອນ ເກິ່ນເທີ ແມ່ນຈຸດທີ່ແມ່ນໍ້າເຫົ້າ ໄຫຼຜ່ານມີຄວາມ ຍາວ ທັງໝົດ 65 ກິໂລແມັດ, ເພາະສະນັ້ນ ຈິ່ງກາຍເປັນຈຸດ ພິເສດ ທາງດ້ານວັດທະນະທຳ ຂອງເຂດແດນແມ່ນຳ້ ພາກໃຕ້.  


ຕະຫຼາດເທິງນໍ້າ ກ໋າຍຣັງ ເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ປະທັບໃຈສຳລັບນັກທ່ອງທ່ຽວພາຍໃນ
ແລະ ຕ່າງປະເທດ ເມື່ອມາຍັງ ເກີ່ນເທີ ແລະ ຕາເວັນຕົກສ່ຽງໃຕ້. 



ເຮືອຂອງຊາວທ້ອງຖິ່ນພານັກທ່ອງທ່ຽວໄປຊອກຮູ້ແບບ ແຜນຊີວິດ ການເປັນຢູ່ຂອງປະຊາຊົນ ເຂດແມ່ນຳ້ ເຫົ້າ.


ນັກທ່ອງທ່ຽວຮັບປະທານອາຫານເຊົ້າຢູ່ເທິງເຮືອ. 


ບັນດາຜະລິດຕະພັນທີ່ໄດ້ຂາຍຢູ່ຕະຫຼາດເທິງນໍ້າ ກ໋າຍຣັງ ສ່ວນຫຼາຍແມ່ນໝາກໄມ້. 


ຕະຫຼາດເທິງນໍ້າ ກ໋າຍຣັງ ໄດ້ໜັງສືພິມ ແລະ ນັກທ່ອງທ່ຽວຕ່າງປະເທດຮັບຮອງເປັນໜຶ່ງໃນຕະຫຼາດ 5 ແຫ່ງທີ່ໜ້າຈັບໃຈທີສຸດຢູ່ ທະວີບ ອາຊີ.


ມາຍັງ ດອນເອົ໋າ,  ນັກທ່ອງທ່ຽວຈະໄດ້ສຳຜັດກັບອາກາດ ທີ່ ປອດໂປ່ງ, ສົດໃສ ແລະ ເຕັມໄປດ້ວຍສີສັນຂອງ ຕົ້ນໄມ້ໃບຫຍ້າ. 


ມາຍັງ ດອນເຊີນ, ນັກທ່ອງທ່ຽວຈະໄດ້ຮຽນວິທີການ ເຮັດ ເຂົ້າໜົມໝາກພ້າວທີ່ມີ ຊື່ສຽງຈາກ ປະຊາຊົນຢູ່ທີ່ນີ້.


ມາທີ່ນີ້ ນັກທ່ອງທ່ຽວຈະໄດ້ກິນ ປາໜຶ້ງ, ເປັນເຍື່ອງອາຫານ ພື້ນບ້ານຂອງເຂດແມ່ນຳ້ ເຫົ້າ. 

ຫຼັງຈາກໄປທ່ຽວຊົມຕະຫຼາດເທິງນໍ້າ ກ໋າຍຣັງ ມາແລ້ວ, ພວກຂ້າພະເຈົ້າພາກັນໄປຢ້ຽມຢາມສວນປູກຕົ້ນໄມ້ກິນໝາກ ຫຼາຍແຫ່ງ ຢູ່ເທິງ ດອນເອົ໋າ. ຕ່າງກັບບັນຍາກາດທີ່ຟົດຟື້ນ ຢູ່ເທິງຕະຫຼາດ ເທິງນໍ້າ ກ໋າຍຣັງ, ນັກທ່ອງທ່ຽວຈະໄດ້ສຳພັດ ກັບອາກາດທີ່ປອດໂປ່ງ ແລະ ສົດໃສ, ເຕັມໄປດ້ວຍສີສັນ ຂອງຕົ້ນໄມ້ໃບຫຍ້າ. ດອນເອົ໋າ ເປັນສະຖານທີ່ທ່ອງທ່ຽວ ສຳລັບ ນັກທ່ອງທ່ຽວ ຜູ້ທີ່ມີຄວາມຮັກມັກກັບຫວ່າງ ເວຫາທີ່ສະຫງົບງຽບ ເພື່ອພັກຜ່ອນ ແລະ ຜ່ອນຄາຍອາລົມ. 

ອອກຈາກ ດອນເອົ໋າ, ພວກຂ້າພະເຈົ້າມາຍັງ ດອນເຊີນ, ເຂດ ທ່ອງທ່ຽວອີກແຫ່ງໜຶ່ງ ຢູ່ກາງແມ່ນຳ້ ເຫົ້າ ດ້ວຍຈຳນວນປະຊາ ກອນ ທີ່ອາໄສຢູ່ຍັງບໍ່ທັນຮອດ 100 ຄອບຄົວ. ມາທີ່ນີ້ ນັກທ່ອງທ່ຽວຈະໄດ້ຮຽນວິທີການເຮັດເຂົ້າໜົມໝາກພ້າວທີ່ມີ ຊື່ສຽງຈາກ ປະຊາຊົນຢູ່ທີ່ນີ້. 

ຕອນແລງ, ພວກຂ້າພະເຈົ້າໄປເລາະຫຼິ້ນຢູ່ທ່າເຮືອ ນິງກ່ຽວ ແລະ ຮັບປະທານອາຫານຄໍ່າຢູ່ເທິງເຮືອທ່ອງທ່ຽວຫຼາຍລຳ. ເຮືອທ່ອງທ່ຽວຫຼາຍລຳ ຄ່ອຍໆ ເດີນເທິງແມ່ນຳ້ ເຫົ້າ ເຈືອຈານເຂົ້າກັບ ບັນດາທຳນອງເພງຂັບລຳພື້ນເມືອງ ເຂດພາກໃຕ້ ເຊິ່ງເຮັດໃຫ້ການເດີນທາງເດີນໄປຊອກຮູ້ ຈຸດພິເສດຂອງແມ່ນຳ້ ເຫົ້າຢາງ-ເກີ່ນເທີ ສິ້ນສຸດລົງຢ່າງ ປະທັບໃຈ. 
 
ນະຄອນ ເກີ່ນເທີ ຫ່າງຈາກນະຄອນ ໂຮ່ຈີມິນ 169 ກິໂລແມັດ ໄປທາງທິດຕາເວັນຕົກ. ຖ້ານັກທ່ອງທ່ຽວຢາກໄປ ຢ້ຽມຢາມ ບັນດາບ່ອນທ່ອງທ່ຽວຢູ່ເທິງແມ່ນຳ້ ເຫົ້າ ຕອນຂ້າມຜ່ານ ນະຄອນ ເກີ່ນເທີ ຕ້ອງໄປຊື້ປີ້ ຢູ່ທ່າເຮືອ ນິງກ່ຽວ ໃນລາຄາ 500.000 ດົ່ງ/ລຳໜຶ່ງ. 
ປະຕິບັດ: ເຕິດເຊີນ, ກົງດາດ ແລະ ທົງຫາຍ

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ ແມ່ນໜຶ່ງໃນບັນດາ ເຂດ ຮັກສາລະບົບນິເວດ ໃຫຍ່ສຸດຢູ່ ຫວຽດນາມ ແລະ ໃນໂລກ. ສະຖານທີ່ນີ້ ປະກອບດ້ວຍຄຸນຄ່າ ທີ່ເປັນເອກະລັກ ຢ່າງຍິ່ງ ມີທັງ ປ່າໄມ້ ແລະ ລະບົບນິເວດທາງທະເລ. ມາ​ຍັງ​ປ່າ​ສະຫງວນ​ແຫ່ງ​ຊາດ ກາດບ່າ, ​ນັກ​ທ່ອງ​ທ່ຽວ​ ຈະ​ໄດ້​ສໍາຜັດ ປະສົບການ ແລະ ສຳ​ຫຼວດ​ລະບົບ​ນິ​ເວດ ຂອງສັດ ​ແລະ ພືດ​ ທີ່​ຫຼາກ​ຫຼາຍ.

Top