• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ປະທັບໃຈ ອານເຖີຍ

ໝູ່ເກາະ ອານເຖີຍ (ເມືອງເກາະ ຝູ໋ກວກ, ແຂວງ ກຽນຢາງ) ມີຄວາມສວຍສົດງົດງາມແບບທຳມະຊາດດ້ວຍຫາດຊາຍທະເລທີ່ໃສສະອາດ ແລະ ແຖວຫີນປະກາລັງຫຼາຍສີສັນທີ່ສຸດຢູ່ ຫວຽດນາມ.
ເດືອນ 11 ເປັນໄລຍະທີ່ເໝາະສົມເພື່ອໄປທ່ຽວຊົມໝູ່ເກາະ ອານເຖີຍ. ແຕ່ໃຈກາງເມືອງເກາະ ຝູ໋ກວກ, ພວກຂ້າພະເຈົ້າເສຍເວລາຂີ່ເຮືອ 2 ຊົ່ວໂມງ ຈຶ່ງໄປຮອດຕາແສງ ຮ່ອນເທີມ, ບ່ອນທີ່ໄດ້ຮັບຖືເປັນໃຈກາງຂອງເມືອງເກາະ ອານເຖີຍ.

ໝູ່ເກາະ ອານເຖີຍ ມີທິວທັດທຳມະຊາດທີ່ສວຍສົດງົດງາມ. ປະຊາຊົນຢູ່ທີນີ້ ເປັນຄົນໃຈດີ, ຮັກແພງແຂກ ແລະ ສ່ວນຫຼາຍອາໄສນຳອາຊີບຫາສິນທະເລ. ຍາກທີ່ຈະຊອກເຫັນເຮືອນພັກ ຫຼື ໂຮງແຮມຢູ່ເທິງເກາະ, ແຕ່ພວກຂ້າພະເຈົ້າອາດສາມາດໄປຂໍນອນຂ້າມຄືນນຳປະຊາຊົນຢູ່ເທິງເກາະ. 

ອານເຖິຍ ຈັບໃຈນັກທ່ອງທ່ຽວດ້ວຍຄວາມສວຍສົດງົດງາມຂອງ ຕົ້ນໝາກພ້າວ ແລະ ນຳ້ທະເລທີ່ຂຽວໃສສ່ອງ. 


ຮ່ອນເທີມ ເປັນບ່ອນທີ່ມີແຖວຫີນປະກາລັງສວຍງາມທີ່ສຸດ ຫວຽດນາມ.


ນັກທ່ອງທ່ຽວລົງໄປລອຍນຳ້ທະເລຢູ່ ຮ່ອນເທີມ. 


ນັກທ່ອງທ່ຽວຮູ້ສຶກປະທັບໃຈຕໍ່ຄວາມສວຍສົດງົດງາມຂອງ
ທິວທັດທຳມະຊາດຢູ່ທີ່ນີ້.



ມາທ່ຽວ ອານເຖີຍ, ນັກທ່ອງທ່ຽວສາມາດຂີ່ເຮືອອອກໄປຫາປາ
ຢູ່ທ້ອງທະເລກັບຊາວປະມົງ.



ຄວາມສວຍສົດງົດງາມຂອງທິວທັດທຳມະຊາດຢູ່ ຮ່ອນເທີມ.


ປະຊາຊົນຢູ່ເມືອງເກາະ ອານເຖີຍ ສ່ວນຫຼາຍອາໄສນຳອາຊີບຫາສິນທະເລ.


ນັກທ່ອງທ່ຽວຈະໄດ້ກິນອາຫານທະເລ ໂດຍປະຊາຊົນຢູ່ທີ່ນີ້ ເປັນຜູ້ປຸງແຕ່ງ. 

ສຳລັບນັກທ່ອງທ່ຽວບໍ່ຖື  “ບ່ອນຢູ່, ບ່ອນກິນ” ເປັນສິ່ງສຳຄັນ, ນີ້ແມ່ນລາຍການທ່ອງທ່ຽວທີ່ໜ້າຈັບໃຈ, ກາງເວັນນັກທ່ອງທ່ຽວສາມາດຂີ່ເຮືອອອກໄປຫາປາຢູ່ທ້ອງທະເລກັບຊາວປະມົງຢູ່ທີ່ນີ້. ເຖິງວ່າ ບໍ່ມີປະສົບການໃນການທ່ອງທ່ຽວ, ແຕ່ເຂົາເຈົ້າຈະກາຍ ເປັນ “ຜູ້ນຳທ່ຽວ”, ຈະຕຶກປາມຶກ, ຈະຫາສິນທະເລມາປຸງແຕ່ງເປັນອາຫານທະເລຫຼາຍເຍື່ອງທີ່ຫອມແຊບ ເພື່ອຮັບໃຊ້ໃຫ້ແກ່ ນັກທ່ອງທ່ຽວ.

ມາເຖິງ ອານເຖີຍ, ນັກທ່ອງທ່ຽວຕ້ອງອອກໄປເບິ່ງ ຫີນປະກາລັງ. ຮ່ອນເທີມ ເປັນບ່ອນທີ່ມີຫີນປະກາລັງສວຍງາມທີສຸດ ຫວຽດນາມ.​ ນຳ້ທະເລຢູ່ທີ່ນີ້ ໃສສະອາດ, ພວກຂ້າພະເຈົ້າ ຢືນເທິງແກ້ງຫີນ ກໍ່ສາມາດຊົມເບິ່ງ, ຖ່າຍຮູບ ຫີນປະກາລັງທີ່ສວຍງາມໄດ້ຢ່າງສະດວກ ແລະ ງ່າຍດາຍ.

ທະເລຢູ່ທີ່ນີ້ ສະຫງົບງຽບ, ນຳ້ໃສສະອາດພ້ອມກັບຫາດຊາຍທະເລ ແລະ ແຖວຕົ້ນໝາກພ້າວທີ່ຂຽວດີ ຈຶ່ງແມ່ນແດນ ສະຫວັນທີ່ສຸດຍອດສຳລັບໃຫ້ແກ່ນັກທ່ອງທ່ຽວທີ່ມາທີນີ້.

ອາດສາມາດເວົ້າໄດ້ວ່າ ເມືອງເກາະ ອານເຖີຍ ເປັນບ່ອນທ່ອງທ່ຽວທີ່ດີ ສຳລັບໃຫ້ແກ່ນັກທ່ອງທ່ຽວ ທີ່ມີຄວາມຮັກມັກກັບການທ່ອງທ່ຽວທະເລ. ລະບົບນີເວດວິທະຍາຂອງທະເລຢູ່ທີ່ນີ້ ສຸດທີ່ເໝາະສົມເພື່ອໃຫ້ພວກເຮົາອາດສາມາດຊົມເບິ່ງຄວາມສວຍສົດງົດງາມຂອງໂລກມະຫາສະໝຸດທີ່ກວ້າງໃຫຍ່ໄພສານ. 
ໝູ່ເກາະ ອານເຖີຍ ນອນຢູ່ທິດຕາເວັນອອກສ່ຽງໃຕ້ຂອງ ຝູ໋ກວກ ແລະ ຂຶ້ນກັບການຄຸ້ມຄອງຂອງຕາແສງ ຮ່ອນເທີມ, ເມືອງ ຝູ໋ກວກ, ແຂວງ ກຽນຢາງ. ເນື້ອທີ່ດິນທັງໝົດແມ່ນ 7,64 ກິໂລຕາລາງແມັດ, ຈຳນວນພົນລະເມືອງປະມານ 3.000 ຄົນ ແລະ ສ່ວນຫຼາຍອາໄສນຳອາຊີບຫາປາຢູ່ທ້ອງທະເລ.​ .
ບົດ ແລະ ພາບ: ບາຫງອກ

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ ແມ່ນໜຶ່ງໃນບັນດາ ເຂດ ຮັກສາລະບົບນິເວດ ໃຫຍ່ສຸດຢູ່ ຫວຽດນາມ ແລະ ໃນໂລກ. ສະຖານທີ່ນີ້ ປະກອບດ້ວຍຄຸນຄ່າ ທີ່ເປັນເອກະລັກ ຢ່າງຍິ່ງ ມີທັງ ປ່າໄມ້ ແລະ ລະບົບນິເວດທາງທະເລ. ມາ​ຍັງ​ປ່າ​ສະຫງວນ​ແຫ່ງ​ຊາດ ກາດບ່າ, ​ນັກ​ທ່ອງ​ທ່ຽວ​ ຈະ​ໄດ້​ສໍາຜັດ ປະສົບການ ແລະ ສຳ​ຫຼວດ​ລະບົບ​ນິ​ເວດ ຂອງສັດ ​ແລະ ພືດ​ ທີ່​ຫຼາກ​ຫຼາຍ.

Top