• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ນາມຢູ: ໝູ່ເກາະໃຕ້ສຸດຂອງປະເທດຊາດ

ນອນຢູ່ທິດຕາເວັນອອກສ່ຽງໃຕ້ຂອງເກາະ ຝູ໋ກວກ, ປະຈຸບັນ ເກາະ ນາມຢູ (ແຂວງ ກຽນຢາງ) ພວມເປັນແຫຼ່ງທ່ອງທ່ຽວທີ່ໜ້າຈັບໃຈ ແລະ ໄດ້ຮັບຖືເປັນອ່າວ ຮ້າລອງ ຂອງພາກໃຕ້. 
ຊຸມປີມໍ່ໆ ມານີ້, ນາມຢູ ເປັນແຫຼ່ງທ່ອງທ່ຽວທີ່ໄດ້ໄວໜຸ່ມຫຼາຍຄົນເວົ້າເຖິງຫຼາຍທີ່ສຸດ. ບັນດາສະຖານທີ່ຄື: ຮ່ອນຫງາງ,​ ຮ່ອນເໝົາ, ຮາຍເບີ່ເດີບ, ບາຍເກີຍເມັນ... ໄດ້ກາຍເປັນບ່ອນທ່ອງທ່ຽວທີ່ມີຊື່ສຽງ ເພາະຄວາມສວຍສົດງົດງາມທີ່ທຳມະຊາດມອບໃຫ້.

ຮ່ອນເລີນ ເປັນເກາະໜ່ວຍໜຶ່ງທີ່ມີຂະໜາດໃຫຍ່ກວ່າໝູ່ໃນໝູ່ເກາະ ນາມຢູ, ທີ່ນີ້ ມີຝັ່ງທະເລສວຍງາມຫຼາຍແຫ່ງຄື: ເດີດດໍ, ເກີຍເມັນ​, ບາຍເຫງື້, ບາຍຢຽງ... ພ້ອມກັບແຖວຕົ້ນໝາກພ້າວທີ່ເກົ່າແກ່, ບາງຕົ້ນມີອາຍຸເຖິງ 70-80 ປີ. ພິເສດ, ແຕ່ຫໍສັງເກດການຢູ່ລະດັບຄວາມສູງກວ່າ 300 ແມັດທຽບກັບລະດັບນຳ້ທະເລ, ພວກເຮົາຈະເບິ່ງເຫັນໝູ່ເກາະ ນາມຢູ ຍິ່ງໃຫຍ່ໜ້າມະຫັດສະຈັນເໝືອນດັ່ງຮູບພາບແຜ່ນໜຶ່ງທີ່ສວຍສົດງົດງາມ. 


ໝູ່ເກາະ ນາມຢູ ໄດ້ອ້ອມຮອບດ້ວຍຕົ້ນໝາກພ້າວຫຼາຍແຖວທີ່
ຂຽວດີ ແລະ ສວຍງາມ. ພາບ: ລືວຈ້ອງດາດ



ເກາະຫຼາຍໜ່ວຍນອນໃນໝູ່ເກາະ ນາມຢູ. ພາບ: ລືວຈ້ອງດາດ


ນັກທ່ອງທ່ຽວສາມາດຫຼິ້ນ Kayaking ຢູ່ເທິງຫາດຊາຍທະເລ ເກີຍເມັນ. ພາບ: ລືວຈ້ອງດາດ


ຫາດຊາຍທະເລ ເກີຍເມັນ ເປັນບ່ອນພັກຜ່ອນທີ່ໜ້າຈັບໃຈສຳລັບ
ນັກທ່ອງທ່ຽວເມື່ອມາທີ່ນີ້. ພາບ: ຫງວຽນລວນ



ມູມໜຶ່ງຂອງເກາະ ນາມຢູ. ພາບ: ລືວຈ້ອງດາດ

ແຕ່ ຮ່ອນເລີນ, ນັກທ່ອງທ່ຽວຂີ່ເຮືອປະມານ 30 ນາທີ ຈະມາຮອດ ຮ່ອນຫງາງ, ເກາະໜ່ວຍໜຶ່ງມີຈຳນວນຜົນລະເມືອງຫຼາຍກວ່າໝູ່ຢູ່ໝູ່ເກາະ ນາມຢູ, ເຂົາເຈົ້າສ່ວນຫຼາຍອາໄສນຳອາຊີບຫາສິນໃນນຳ້ ແລະ ລ້ຽງປາກະຊັງ. ທີ່ນີ້ກໍ່ມີທ່າກຳປັ່ນໃຫຍ່ທີ່ສຸດຢູ່ ນາມຢູ, ເຕົ້າໂຮມເຮືອຫາປາຫຼາຍລຳມາເຂົ້າທຽບທ່າ. ນອກຈາກການອາບນຳ້ທະເລ, ນັກທ່ອງທ່ຽວກໍ່ສາມາດຊົມເບິ່ງຄວາມສວຍສົດງົດງາມຂອງຕົ້ນໝາກພ້າວຫຼາຍແຖວ ແລະ ໂງ່ນຫີນຫຼາຍໜ່ວຍທີ່ມີຮູບຊົງແປກປະຫຼາດ.

ຢູ່ ຮ່ອນຫງາງ, ນັກທ່ອງທ່ຽວສາມາດເຊົ່າເຮືອໄປຢ້ຽມຢາມເຂດລ້ຽງປາກະຊັງ ຫຼື ກິນອາຫານທະເລຫຼາຍເຍືື່ອງ. ພິເສດ, ໃນຕອນກາງຄືນ, ແຕ່ ຮ່ອນຫງາງ ເບິ່ມໄປຫາ ຮ່ອນເລີນ, ນັກທ່ອງທ່ຽວຈະ
ເບິ່ງເຫັນແສງສະຫວ່າງຫຼາຍສາຍທີ່ລະຍິບລະຍັບ, ເຮັດໃຫ້ເຂດທະເລແຫ່ງນີ້ ຍິ່ງມະຫັດສະຈັນກວ່າ.
 
ຫ່າງຈາກ ຮ່ອນຫງາງ ກວ່າ 20 ກິໂລແມັດ ໄປທາງທິດຕາເວັນ ອອກສ່ຽງໃຕ້ ແມ່ນຮ່ອນເໝົາ. ເກາະໜ່ວຍນີ້ ມີຝັ່ງທະເລສວຍງາມຫຼາຍແຫ່ງຄື: ຝັ່ງທະເລ ເຈືອງ ມີຫາດຊາຍທີ່ຍາວຢຽດ, ນຳ້ທະເລທີ່ສະອາດ; ຝັ່ງທະເລ ເບີກ ມີຫີນຫຼາຍຊະນິດທີ່ສວຍງາມ; ຝັ່ງທະເລ ນາມ ມີຄວາມສະຫງົບງຽບ, ເປັນບ່ອນແລກປ່ຽນຄ້າຂາຍ ແລະ ເຂົ້າທຽບທ່າຂອງເຮືອຫຼາຍລຳ; ຝັ່ງທະເລ ໂນ່ມ ຈັບໃຈດ້ວຍແຖວຕົ້ນໝາກພ້າວທີ່ຂຽວດີ... ນັກທ່ອງທ່ຽວສາມາດລົງອາບນຳ້ທະເລ, ຍ່າງຫຼິ້ນຕາມຝັ່ງທະເລ ຫຼື ໄປຊອກຮູ້ຊີວິດການເປັນຢູ່ຂອງຊາວປະມົງທີ່ພວມອາໄສຢູ່ທີ່ນີ້. 

ຫໍບູຊາ ນາມຫາຍ ດ້າຍເທີ່ນເວືອງ ຢູ່ເກາະ ຮ່ອນເໝົາ. ພາບ: ກິມເຟືອງ 


ເຮືອນພັກຫຼາຍຫຼັງນອນຢູ່ແຄມຝັ່ງທະເລ. ພາບ: ຫງວຽນລວນ
 

ກະຊັງລ້ຽງປາຫຼາຍໜ່ວຍນອນຢູ່ເທິງໜ້ານຳ້ທະເລ ນາມຢູ. ພາບ: ຫງວຽນລວນ


ນັກທ່ອງທ່ຽວຕ່າງປະເທດ ກຳລັງບັນທຶກໄວ້ຮູບພາບທີ່ສວຍງາມຂອງເກາະ ນາມຢູ. ພາບ: ກິມເຟືອງ


ອາຫານທະເລໄດ້ປຸງແຕ່ງຢູ່ກັບທີ່. ພາບ: ທົງຫາຍ

ມາ ນາມຢູ, ນັກທ່ອງທ່ຽວສາມາດເຂົ້າຮ່ວມນຳຊີວິດການເປັນຢູ່ປະຈຳວັນຂອງຊາວປະມົງຢູ່ທີ່ນີ້. ຕອນຄຳ່, ນັກທ່ອງທ່ຽວສາມາດຕັ້ງຄ້າຍ, ຈັດຕັ້ງລາຍການຮ້ອງເພງ, ຮັບຝັງເລື່ອງລາວຕ່າງໆ ກ່ຽວກັບຊີວິດການເປັນຢູ່ຂອງຊາວປະມົງຢູ່ ນາມຢູ. ນັກທ່ອງທ່ຽວກໍ່ສາມາດເລືອກກິນອາຫານທະເລຫຼາຍເຍື່ອງທີ່ຫອມແຊບຄື: ຫອຍນາງພູ່, ປາມຶກ... ທີ່ໄດ້ປີ້ງກັບທີ່ຢູ່ແຄມຝັ່ງລະເລ.  ສຳລັບລາຍການທ່ອງທ່ຽວ 3 ວັນ 2 ຄືນ, ນັກທ່ອງທ່ຽວຈະພໍເວລາໄປທ່ຽວທົ່ວທຸກແຫ່ງຫົນຢູ່ເທິງໝູ່ເກາະ ນາມຢູ.


 

ນາມຢູ ຫ່າງຈາກໃຈກາງນະຄອນ ແຣກຢາ (ກຽນຢາງ) 83 ກິໂລແມັດ. ເພື່ອອອກໄປທ່ຽວໝູ່ເກາະ ນາມຢູ, ນັກທ່ອງທ່ຽວສາມາດຂີ່ເຮືອດ່ວນ 2 ຊົ່ວໂມງ ຢູ່ທ່າກຳປັ່ນ ແຣກຢາ ໃນເວລາ 8 ໂມງ 15 ນາທີ ແລະ 12 ໂມງ 15 ນາທີ ດ້ວຍລາຄາ 210.000 ດົ່ງ/ຖ້ຽວ. ສຳລັບເຮືອທຳມະດາຕ້ອງເສຍເວລາ 5 ຊົ່ວໂມງດ້ວຍລາຄາ 100.000 ດົ່ງ/ຖ້ຽວ.

ບົດ: ຫງວຽນແອງ - ພາບ: ກິມເຟືອງ, ຫງວຽນລວນ, ທົງຫາຍ ແລະ ລືວຈ້ອງດາດ

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ ແມ່ນໜຶ່ງໃນບັນດາ ເຂດ ຮັກສາລະບົບນິເວດ ໃຫຍ່ສຸດຢູ່ ຫວຽດນາມ ແລະ ໃນໂລກ. ສະຖານທີ່ນີ້ ປະກອບດ້ວຍຄຸນຄ່າ ທີ່ເປັນເອກະລັກ ຢ່າງຍິ່ງ ມີທັງ ປ່າໄມ້ ແລະ ລະບົບນິເວດທາງທະເລ. ມາ​ຍັງ​ປ່າ​ສະຫງວນ​ແຫ່ງ​ຊາດ ກາດບ່າ, ​ນັກ​ທ່ອງ​ທ່ຽວ​ ຈະ​ໄດ້​ສໍາຜັດ ປະສົບການ ແລະ ສຳ​ຫຼວດ​ລະບົບ​ນິ​ເວດ ຂອງສັດ ​ແລະ ພືດ​ ທີ່​ຫຼາກ​ຫຼາຍ.

Top