• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຖ໋າຍໂຕນ: “ລາຊາ ຄົວອາຊີ” ແລະ ສາຍແນນກັບ ແຖບດິນ ຝູ໋ອຽນ

ກຳເນີດ ແລະ ໃຫຍ່ຢູ່ ຮົງກົງ, ເຄີຍສຶກສາ ແລະ ເຮັດວຽກ ຢູ່ເກືອບ 60 ປະເທດ ເຊ່ັນ: ຍີ່ປຸ່ນ, ຝຣັ່ງ, ຕວກກີ, ອີຕາລີ, ສ ເກົາຫຼີ... ແຕ່ ທ່ານ ຖ໋າຍໂຕນ ໄດ້ເລືອກ ຫວຽດນາມ, ບ້ານເກີດ ຂອງ ພໍ່ ເພື່ອ ສ້າງອາຊີບ ດ້້ວຍຫຼາຍບົດບາດຕ່າງກັນຄື: ສອນວິທີແຕ່ງກິນ, ຫົວ ໜ້າພໍ່ຄົວ (ເຊບ)...ເປັນເວລາເກືອບ 1 ປີ ໃຊ້ຊີວິດທ່ີສະຫງົບສຸກ  ໃນຖານະ ຫົວໜ້າພໍ່ຄົວ ທີ່ຮ້ານ ອາຫານ Gozoແລະ Aroma (Stelia Beach Resort) ຢູ່ນະຄອນແຄມທະເລ ຕຸຍຮ່ວາ (ແຂວງ ຝູ໋ອຽນ) ທ່ານ ຖ໋າຍໂຕນ ກຳລັງສຸມໃສ່ ໃນການ ປະດິດສ້າງ ແລະ ເຮັດໃຫ້ສົມບູນແບບ ລາຍການອາຫານ ແຕ່ລະເຍື່ອງ ສຳລັບ ລູກຄ້າ ທີ່ມາໃຊ້ບໍລິການ. 
ພໍ່ທ່ານ ຖ໋າຍໂຕນ ເປັນຊາວ ຮ່າໂນ້ຍ, ແມ່ເປັນຊາວ ອິນເດຍ, ສິ່ງ ດັ່ງກ່າວໄດ້ຊ່ວຍໃຫ້ທ່ານ ມີໂອກາດໄດ້ຄົ້ນຄວ້າ ກ່ຽວກັບ ສິລະປະ ອາຫານການກິນ ຂອງ ຫຼາຍປະເທດທີ່ແຕກຕ່າງກັນ. ມີໜ້ອຍຄົນ ຮູ້ວ່າ ຈຸດເລີ່ມຕົ້ນ ຂອງ ທ່ານ ຖ໋າຍໂຕນ ແມ່ນນັກສຶກສາ ຂະແໜງ ກົດໝາຍ ແລະ ທ່ານ ໄດ້ມາກັບອາຊີບ ເປັນພໍ່ຄົວເໝືອນດັ່ງມີ ຫວາດສະໜາ. 
 

“ລາຊາ ຄົວ ອາຊີ 2011” ຖ໋າຍໂຕນ ທີ່ຮ້ານອາຫານ Aroma, ເຂດລີສອດ Stelia Beach Resort, ນະຄອນ ຕຸຍຮ່ວາ, ຝູ໋ອຽນ. ພາບ: ເຈິ່ນກິ່ວນ


ເຊບ ຖ໋າຍໂຕນ ຝຶກອົບຮົມ ບຸກຄະລາກອນ ໃຫ້ເປັນມືອາຊີບເພື່ອ ບໍລິການ ບັນດານັກຊິມ ທີ່ມີຄວາມຕ້ອງການບໍລິການຄຸນນະພາບ ລະດັບ 5 ດາວ ທີ່ລີສອດ  Stelia Beach Resort. ພາບ: ກິມເຟືອງ


ທ່ານ ຖ໋າຍໂຕນ ກະກຽມລາຍການອາຫານລົດຊາດ ອາຊີ-ເອີລົບ ຈຳນວນໜຶ່ງ ຢູ່ບ່ອນເຮັດວຽກ. ພາບ: ເຈິ່ນກິ່ວນ


ນັກຊິມ ກຳລັງຮັບປະທານອາຫານເຈ ທ່ີແຊບ ແລະ ສວຍງາມ. ພາບ: ກິມເຟືອງ
 
ເຖິງວ່າເປັນ “ມືສະໜັກຫຼິ້ນ” ແຕ່ເຊບ ຖ໋າຍໂຕນ ໄດ້ກາຍເປັນຜູ້ ມີຊື່ສຽງ ໂດ່ງດັງ ໃນວົງການພໍ່ຄົວ ອາຊີ ແລະ ໂລກ ເມື່ອທ່ານ ໄດ້ ຮັບເຊີນ ເປັນອາຈານສອນ ຂອງ ໂຮງຮຽນສອນ ກ່ຽວກັບປຸງແຕ່ງ ອາຫານ ທີ່ມີຊື່ສຽງ. ມີນັກຮຽນຫຼາຍຄົນ ໄດ້ທ່ານ ຖ່າຍທອດ, ແນະນຳ ນັບ ແຕ່ຂອດການຄິດໄລ່, ເລືອກເຟັ້ນວັດຖຸດິບໃຫ້ເໝາະສົມ,ຕະຫຼອດ ຮອດ ວິທີການປຸງແຕ່ງ, ຕົກແຕ່ງອາຫານ ທີ່ມີຄວາມຈັບໃຈ ແລະ ເຕັກນິກຫຼາຍຢ່າງເຊັ່ນ: ແນະນໍາໃຫ້ແຂກ ວິທີຮັບປະທານ ໃຫ້ຖືກ ວິທີ... ທ່ານ ຖ໋າຍໂຕນ ເປັນແບບຢ່າງສຳລັບ ເພື່ອນ ຊາວໜຸ່ມ ທີ່ ມີ ຄວາມຫຼົງໄຫຼ ກັບອາຊີບເປັນພໍ່ຄົວ ຊຶ່ງບໍ່ພຽງແຕ່ໃນ ເຕັກນິກ ແຕ່ງກິນ ເທົ່ານັ້ນ, ແຕ່ຍັງບໍລິການແບບເປັນມື ອາຊີບ ແລະ ທຸ້ມ ເທດ້ວຍໃຈ ອີກດ້ວຍ. ທ່ານ ຖ໋າຍໂຕນ ມີຄວາມຮອບຄອບ ໃນ ທຸກລາຍລະອຽດ ກໍຄືເອົາໃຈໃສ່, ຕິດຕາມ ແຕ່ລະໂຕະ ຮັບປະ ທານ ຂອງ ແຂກ ເພື່ອທາບທາບຄວາມເຫັນ ແລະ ໃສ່ໃຈ ເຖິງ ເລື່ອງຜູ້ຮັບປະທານມີຄວາມພໍໃຈ ຫຼື ບໍ. 
 
ທ່ານ ຖ໋າຍໂຕນ ເປັນເຊບ ໄດ້ຮັບຫຼາຍລາງວັນ ແລະ ນາມມະ ຍົດ ທີ່ຊົງກຽດ ຈາກງານປະກວດ ຢູ່ພາຍໃນ ແລະ ຕ່າງປະເທດ ເຊັ່ນ: ລາຊາຄົວແຫ່ງ ຫວຽດນາມ 2003, ລາຊາຄົວແຫ່ງ ອາຊີ 2011, ລາງວັນຊະນະເລີດ ງານມະໂຫລານ ເຫວ້ 2004, ລາງ ວັນທີ່ສອງ ອາຫານ ເພື່ອສຸຂະພາບ KhaiNal ໄທ 2006, ລາງ ວັນຊະນະເລີດ ງານມະໂຫລານ ອາຫານໄທ 2009, ຂັນກິດຕິມະ ສັກ ອາຊີ ທີ່ ນະຄອນ ຊຽງໄຮ 2010, ລາຊາ ຄົວອາຊີ 2011...
ຍ່ານບັນຍາກາດທີ່ງຽບສະຫງົບ ແລະ ເຕັມໄປດ້ວຍແຫຼ່ງບັນດານ ໃຈ ທີ່ ລີສອດ Stelia Beach Resort ໄດ້ກາຍເປັນໜ່ຶງ ໃນບັນ ດາເຫດຜົນ ພາໃຫ້  “ລາຊາຄົວແຫ່ງ ອາຊີ” ຄົນນີ້ ຕັດສິນໃຈ ໃຊ້ ຊີວິດ ຢູ່ ແຖບດິນ ຕຸຍຮວ່າ ຂອງ ແຂວງ ຝູ໋ອຽນ. ເດືອນ ກໍລະກົດ 2019, ທ່ານ ຖ໋າຍໂຕນ ຕົກລົງ ຮັບຕຳແໜ່ງເປັນຫົວໜ້າພໍ່ຄົວ ຂອງ ຮ້ານອາຫານ Gozo ແລະ Aroma, ເປັນຜູ້ປະດິດສ້າງລາຍ ການອາຫານ, ສ້າງແຫຼ່ງຊັບພະຍາກອນມະນຸດມືອາຊີບໂດຍກົງ, ຕອບສະໜອງໃຫ້ແກ່ ບັນດານັກຊິມ ມີຄວາມຕ້ອງການ ໄດ້ ຊົມ ໃຊ້ບໍລິການ ລະດັບ 5 ດາວ.

ທ່ານ ຖ໋າຍໂຕນ ໃຫ້ຮູ້ວ່າ: “ນີ້ເປັນບ່ອນ ຂ້າພະເຈົ້າຢຸດຢູ່ ຍ້ອນມີ ອາກາດສົດໃສ, ຜູ້ຄົນທີ່ເປັນມິດ ແລະ ໃຈດີ, ເປັນບ່ອນທີ່ໜ້າ ອ່າວຄະນິງຫາ ເພື່ອການປະດິດສ້າງ ດ້ານອາຫານການກິນຂອງ ຂ້າພະເຈົ້າ”.

ພຽງເວລາເກືອບໜຶ່ງປີ, ຫົວໜ້າພໍ່ຄົວ ຂອງ ຮ້ານອາຫານ Aroma  ແລະ  Gozoໄດ້ປະດິດສ້າງສົມບູນແບບ ລາຍການອາຫານ ກວ່າ 700 ເຍື່ອງ ນັບແຕ່ ອາຫານ ຫວຽດ, ອາຫານອາຊີ, ອາຫານ ເອີ ຣົບ ຕະຫຼອດ ລາຍການອາຫານ ທີ່ບໍ່ເຄີຍມີຢູ່ບ່ອນອື່ນ. ອາຫານ ຫຼາຍເຍື່ອງ ໄດ້ກາຍເປັນ “ລາຍການອາຫານ ຈຳຕ້ອງໄດ້ສັ່ງ” ບໍ່ ວ່າໃຜ ເມື່ອມາ Gozo ຫຼື Aroma ຕ່າງກໍ່ຢາກຊິມ ເຊັ່ນ: ປີ້ງ ເປັດ ປັກກິ່ງ, ຫອຍເປົາຮື ຮົງກົງ, ໄກ່ໂດງຕ໊າວ 5 ເຍື່ອງ, ຫອຍເປົາຮື ຕຸນ ຮົງກົງ, ກຸ້ງ Scyllaridae ຊອັດ ສິງກະໂປ, ກຸ້ງມັງກອນ ໃສ່ ຊອັດ ຕັບ ຫ່ານ ແລະ ອ່ືນໆ...

ພິເສດ ສຳລັບບັນດາລາຍການອາຫານເຈ, ດ້ວຍການໃຊ້ເຄື່ອງ ເທດທີ່ເປັນເອກະລັກ ແລະ ການຕົກແຕ່ງຢ່າງງາມຕາ, ທັງໝົດ ອີງໃສ່ຫຼັກການ: ສົດ, ແຊບ, ບໍ່ໃສ່ແປ້ງນົວ ແລະ ຕ້ອງຮັກສາໄວ້ ລົດຊາດ ອັນຍອດຢ້ຽມຂອງວັດຖຸປະກອບຕົ້ນຕໍ. ໃນການລະ ບາດເຊື້ອພະຍາດ ໂຄວິດ-19 ຜ່ານມາ, ທ່ານ ຖ໋າຍໂຕນ ໄດ້ໃຫ້ ການຄົ້ນຄວ້າ, ປະດິດສ້າງອອກ ບັນດາລາຍການອາຫານ ບັນຈຸ ປະລິມານທາດ ວິຕາມິນສູງ ເພື່ອເພີ່ມກຳລັງພູມຕ້ານທານ, ສ້າງ ລົດຊາດແຊບ, ຈັບໃຈ ທັງຮັບປະກັນດ້ານສຸຂະພາບ ຂອງ ຜູ້ຮັບ ປະທານອີກດ້ວຍ. 


ລາຍການອາຫານ ເປັດ ປັກກິ່ງ. ພາບ: ເອກະສານ


ລາຍການອາຫານ ຫອຍທະເລ ອັນດັບໜຶ່ງ ຮົງກົງ. ພາບ: ເອກະສານ


ອາຫານເຈ ຮວ່າງຫງອກບ໊າວກີ່ເລິນ. ພາບ: ກິມເຟືອງ


ອາຫານ ເຈ ກິມເກຫງອກນື໊. ພາບ: ກິມເຟືອງ


ອາຫານເຂົ້າເຈ ຕີເບດ. ພາບ: ກິມເຟືອງ



ບັນດາລາຍການອາຫານເຈ ໄດ້ໃຊ້ເຄື່ອງເທດທີ່ເປັນເອກະລັກ ແລະ ປະດັບການແຕ່ງຢ່າງໜ້າຈັບໃຈ ໂດຍອີງໃສ່ຫຼັກການ: ສົດ, ແຊບ, ບໍ່ໃສ່ແປ້ງນົວ
ແລະ ຕ້ອງຮັກສາໄດ້ລົດຊາດ ຂອງ ວັດຖຸດິບ ຕົ້ນຕໍ. ພາບ: ກິມເຟືອງ

ພ້ອມກັບຍ່ານບັນຍາກາດ ທ່ີງຽບສະຫງົບສຸກ ຢູ່ແຄມທະເລ ຂອງ ລີສອດ Stelia Beach Resort, ສິລະປະ ອາຫານການກິນຈາກ “ລາຊາຄົວ ອາຊີ” ຖ໋າຍໂຕນ ໄດ້ສ້າງຄວາມດຶງດູດໃຈ ໃຫ້ນັກ ທ່ອງທ່ຽວ ມາຄົ້ນພົບ, ສຳຜັດຕົວຈິງ ຢູ່ແດນສະຫວັນ ທີ່ ມີ ຄວາມ ສວຍງາມ ກັບຫາດຊາຍ, ພູຜາ ພ້ອມກັບບັນດາຫາດຫີນ ທີ່ຍາວ ຍຽດ ຂອງ ແຂວງ ຝູ໋ອຽນ. 

ເມື່ອມາຍັງແຂວງ ຝູ໋ອຽນ, ນອກຈາກໄດ້ຊົມທຳມະຊາດ ທີ່ສວຍ ງາມ ແບບດັ່ງເດີມ, ນັກທ່ອງທ່ຽວຍັງໄດ້ ຊິມບັນດາລາຍການ ອາ ຫານ ໂດຍລາຊາແຫ່ງຄົວ ອາຊີ 2011 ຖ໋າຍໂຕນ ຢູ່ ຮ້ານອາຫານ Aroma ແລະ  Gozo ຢູ່ລີສອດ Stelia Beach Resort ເປັນຜູ້ ປຸງແຕ່ງ, ອາຫານຢູ່ແຫ່ງນີ້ ບໍ່ພຽງແຕ່ມີຄວາມສວຍງາມເທົ່່ານັ້ນ, ແຕ່ ຍັງແຊບ ຕາມລົດຊາດຂອງ ອາຊີ-ເອີຣົບ ຂຶ້ນກັບ ການ ເລືອກ ຂອງ ຜູ້ຮັບປະທານ ອີກດ້ວຍ. 

ບົດ ແລະ ພາບ: ກິມເຟືອງ, ເຈິ່ນກິ່ວນ ແລະ ເອກະສານ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top