• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ງຸ້ຍທິແຄງ - ຜູ້ຍິງແຫ່ງການປະດິດສ້າງສີຂຽວ

ເປັນຄັ້ງທຳອິດ ທ່ີມີຊາວ ຫວຽດນາມ ໃນຈຳນວນ ເຈັດຄົນ ໄດ້ຮັບລາງວັນ ສິ່ງແວດລ້ອມ Goldman - ລາງວັນໃຫຍ່ທີສຸດໂລກ ສະ ຫງວນ ໃຫ້ແກ່ ບັນດານັກເຄື່ອນໄຫວ ສິ່ງແວດລ້ອມ ຂັ້ນພື້ນຖານ ໃນປີ 2018. ນັ້ນຄື ທ່ານນາງ ງຸ້ຍທິແຄງ, ຜູ້ອຳນວຍການ ສູນພັດທະນາ ປະດິດສ້າງສີຂຽວ (GreenID). ບັນດາຄວາມມານະພະຍາຍາມ ຂອງ ທ່ານນາງ ໄດ້ຊ່່ວຍກໍາຈັດອາຍ carbon dioxide 115 ໂຕນ ອອກຈາກ ຫວຽດນາມ/ປີ. ແມ່ຍິງຂອງ ບັນດາການປະດິດສ້າງສີຂຽວ ຄົນນີ້ ຊຶ່ງຄົນທັງຫຼາຍ ເອີ້ນວ່າ “ວິລະຊົນ ສິ່ງແວດລ້ອມ” ດ້ວຍຄວາມຮັກແພງ. 
ທ່ານນາງ ງຸ້ຍທິແຄງ ເກີດເມື່ອປີ 1976 ແລະ ໃຫຍ່ຂຶ້ນໃນສະໄໝ ປະເທດຊາດ ກຳລັງຜັນປ່ຽນ ຈາກ ພື້ນຖານເສດຖະກິດ ເກື້ອກູນ ຫັນສູ່ພື້ນຖານເສດຖະກິດການຕະຫຼາດ. ດ້ວຍເຫດນັ້ນ ທ່ານນາງ ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ຕໍ່ຄວາມຍາກເຂັນ ຂອງ ປະຊາຊົນ ຫວຽດນາມ ໃນຊີວິດການເປັນຢູ່ ເມື່ອຈຳຕ້ອງໄດ້ໃຊ້ຖ່ານຮັງເຜີ້ງ ເປັນພະລັງງານ ໃນການແຕ່ງກິນ. ຄອບຄົວທ່ານນາງ ແຄງ ໃຊ້ຊີວິດໃກ້ໆ ກັບໂຮງງານຜະລິດຖ່ານຫີນ, ເປັນບ່ອນໄດ້ຮັບຜົນກະ ທົບ ຈາກ ມົນລະພິດສິ່ງແວດລ້ອມ, ທ່ານນາງ ໄດ້ເຫັນກັບຕາ ຫຼາຍຄົນຢູ່ອ້ອມຂ້າງ ຕິດພະຍາດ ຮ້າຍແຮງ ຈາກຜົນສະທ້ອນ ຂອງ ຂີ້ຝຸ່ນ ແລະ ອາຍພິດຈາກ ຖ່ານຮັງເຜີ້ງ. ຈາກນັ້ນ, ທ່ານນາງ ໄດ້ຕັ້ງ ຄໍາຖາມ ກັບຕົນເອງວ່າ ຈະເຮັດແນວໃດເພື່ອປັບປຸງສິ່ງແວດລ້ອມໃຫ້ດີຂຶ້ນ.

ທ່ານນາງ ໄດ້ໄປທົ່ວທຸກຫົນແຫ່ງ ຂອງ ປະເທດຊາດ, ມາຍັງບັນ ດາທ້ອງຖິ່ນທີ່ທຸກຍາກ ຂອງ ຫວຽດນາມ ເພື່ອຊອກຮູ້ ຊີວິດການເປັນຢູ່ ຂອງ ປະຊາຊົນ ກໍຄື ແຫຼ່ງນຳ້, ສິ່ງແວດລ້ອມ, ບ່ອນການ ດໍາລົງຊີວິດ ຂອງ ປະຊາຊົນ ຍັງຕໍ່າສຸດ. ໃນການເດີນທາງແຕ່ລະຄັ້ງ ໄດ້ຊ່ວຍໃຫ້ທ່ານນາງ ສະສົມໄດ້ ບັນດາບົດຮຽນທີ່ມີຄ່າ ແລະ ເລັ່ງລັດທ່ານນາງ ມີຫົວຄິດປະດິດສ້າງຫຼາຍຢ່າງໃຫ້ບັນດາໂຄງ ການ ກ່ຽວກັບສິ່ງແວດລອມ, ປະກອບສ່ວນ ແກ້ໄຂຄຸນນະພາບຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ.



ຜູ້ອຳນວຍການສູນພັດທະນາປະດິດສ້າງສີຂຽວ ງຸ້ຍທິແຄງ, ຜູ້ທ່ີໄດ້ ປະກອບສ່ວນຫຼາຍຢ່າງໃຫ້ຫວຽດນາມ ໃນການເຄື່ອນໄຫວ ຄົ້ນ ຄວ້າ ກ່ຽວກັບພະລັງງານ,
ການປ່ຽນແປງ ຂອງດິນຟ້າອາກາດ ແລະ ສິ່ງແວດລ້ອມ. ພາບ: ຫວຽດເກື່ອງ



ປີ 2018, ທ່ານນາງ ງຸ້ຍທິແຄງ ເປັນຜູ້ຍິງຄົນທຳອິດ ຂອງ ຫວຽດ ນາມ ໄດ້ຮັບລາງວັນ ສິ່ງແວດລ້ອມ Goldman, ລາງວັນທີ ໃຫ່ຍສຸດໃນໂລກ ສະຫງວນໃຫ້ແກ່
ບັນດານັກເຄື່ອນໄຫວດ້ານສິ່ງແວດ ລ້ອມ ຂັ້ນພື້ນຖານ. ພາບ: ເອກະສານ



ທ່ານນາງ ງຸ້ຍທິແຄງ ກ່າວປາໄສ ກ່ຽວກັບພາລະກໍາເຄື່ອນໄຫວ ສິ່ງ ແວດລ້ອມສີຂຽວ ຢູ່ ຫວຽດນາມ ໃນພິທີມອບລາງວັນ ສິ່ງແວດ ລ້ອມ Goldman 2018. ພາບ: ເອກະສານ


ທ່ານນາງ ງຸ້ຍທິແຄງ ແລະ ວິລະຊົນ ດ້ານສິ່ງແວດລ້ອມ 6 ຄົນ ທີ່ມາຈາກ 6 ທະວີບ ທີ່ໄດ້ຮັບລາງວັນ Goldman 2018. ພາບ: ເອກະສານ


ທ່ານນາງ ງຸ້ຍທິແຄງ ເປັນຜູ້ປະສານງານ ແລະ ຈັດຕັ້ງງານສຳມະ ນາ ຫຼາຍຄັ້ງ ກ່ຽວກັບ ພະລັງງານທົດແທນ ຢູ່ ຫວຽດນາມ. ພາບ: ຫວຽດເກື່ອງ

ປີ 2011, ທ່ານນາງ ແຄງ ໄດ້ສ້າງຕັ້ງ ສູນພັດທະນາ ປະດິດສ້າງ ສີຂຽວ (GreenID) ດ້ວຍຄວາມມຸ້ງຫວັງ ທ່ີຈະສົ່ງເສີມ ການແກ້ບັນຫາ ທ່ີເປັນມິດ ກັບສິ່ງແວດລ້ອມ, ຫຼຸດການປ່ອຍ ກາກບອນ ແລະ ເປັນມິດ ກັບສິ່ງແວດລ້ອມ. GreenID ໄດ້ດໍາເນີນການຄົ້ນ ຄວ້າ 40 ກິດຈະກຳໃຫຍ່ ນ້ອຍ ກ່ຽວກັບການເຄື່ອນໄຫວ ຕິດຕາມກວດກາ ຄຸນນະພາບ ຂອງ ອາກາດ, ຍົກສູງສະຕິຄວາມຮູ້ສຶກຂອງ ປະຊາຊົນ ແລະ ເພີ່ມທະວີ ການເຂົ້າຮ່ວມ ຂອງ ມວນຊົນ ເຂົ້າໃນ ບັນດາໂຄງການ ສິ່ງແວດລ້ອມສີຂຽວ ແລະ ການປ່ຽນແປງຂອງດິນຟ້າອາກາດ. ທ່ານນາງ ແຄງ ຍັງເປັນຜູ້ນຳໜ້າ ໃນການສ້າງຕັ້ງ ສະຫະພັນ ພະລັງງານທີ່ໝັ້ນຄົງ ຫວຽດນາມ ຊຶ່ງເປັນເຄືອຄ່າຍໜຶ່ງ ລວມມີ 11 ອົງການຈັດຕັ້ງສັງຄົມ ແລະ ສິ່ງແວດລ້ອມ ຫວຽດນາມ  ແລະ ສາກົນ ຮ່ວມມື ກ່ຽວກັບ ບັນຫາພະລັງງານພາກພື້ນ.

ເດືອນ ມັງກອນ 2016, ລັດຖະບານ ຫວຽດນາມ ໄດ້ດັດປັບ ບັນດາ ແຜນການ ພັດທະນາ ໃຫ້ແກ່ ບັນດາໂຮງງານຜະລິດຖ່ານຫີນ ແລະ ຢືນຢັນຄຳໝັ້ນໝາຍ ຂອງ ຫວຽດນາມ ຕໍ່ປະຊາຄົມ ສາກົນ ແນໃສ່ ປະຕິບັດ ຢ່າງມີຄວາມຮັບຜິດຊອບ ບັນດາຄຳໝັ້ນໝາຍ ສາກົນ ກ່ຽວກັບ ການຫຼຸດຜ່ອນ ການປ່ອຍ ອາຍພິດເຮືອນແກ້ວລົງ. ການຄົ້ນຄວ້າຂອງ ທ່ານນາງ ແຄງ ໄດ້ສົ່ງຜົນກະທົບ ຢ່າງຕັ້ງໜ້າ ຕໍ່ບັນດາໂຮງງານ ນຳໃຊ້ແຫຼ່ງພະລັງງານທົດແທນເຊ່ັນ: ໄຟຟ້າພະລັງງານແຮງລົມ, ພະລັງງານແສງຕາເວັນ.

ພາຍຫຼັງເຄື່ອນໄຫວ ເປັນເວລາ 6 ປີ, GreenID ໄດ້ ປະຕິບັດເກືອບ 60 ໂຄງການ, 59 ຜົນການຄົ້ນຄວ້າ, 102 ເອກະສານ ກ່ຽວກັບ ການຂົນຂວາຍນະໂຍບາຍ, ພະລັງງານ ທີ່ໝັ້ນຄົງ,  ນຳ້ ແລະ ອາກາດ ທ່ີສະອາດ ແລະ  ການພັດທະນາສີຂຽວ.



ພັດທະນາແຫຼ່ງພະລັງງານທົດແທນເຊ່ັນ: ໄຟຟ້າ, ພະລັງງານແສງ ຕາເວັນ ເປັນໂຄງການທີ່ແທດເໝາະ ກັບ ຄວາມເປັນຈິງ ທີ່ ທ່ານນາງແຄງ
ແລະ Green ID ໄດ້ຜັນຂະຫຍາຍ ຢູ່ ຫວຽດນາມ. ພາບ: ຫວຽດເກື່ອງ



ການນຳໃຊ້ພະລັງງານແສງຕາເວັນ ທົດແທນ ພະລັງງານຖ່ານຫີນ ເປັນໂຄງການທີ່ທ່ານນາງ ແຄງ ແລະ Green ID ຄົ້ນຄວ້າ ໄດ້ສົ່ງ ຜົນສະທ້ອນ ຢ່າງແຂງແຮງ
ເຖິງບັນດາໂຮງງານເຄື່ອນໄຫວຢູ່ ຫວຽດນາມ ໃນແຜນການ ຫຼຸດຜ່ອນການ ປ່ອຍອາຍກາກ ບອນນິກ ເຮືອນແກ້ວລົງ. ພາບ: ຫວຽດເກື່ອງ



ທ່ານນາງ ງຸ້ຍທິແຄງ ຮ່ວມມ່ວນຊື່ນ ກັບ ບັນດາ ຫຼານນ້ອຍ ເມື່ອໄດ້ນຳໃຊ້ນໍ້າສະອາດ. ພາບ: ເອກະສານ

ເດັກນ້ອຍບ້ານ ດົງແຄ໋ງ, ຕາແສງ ຕືໝ້າຍ, ເມືອງ ດົງແອງ, ຮ່າ ໂນ້ຍ ໄດ້ນຳໃຊ້ແຫຼ່ງນໍ້າບໍລິສຸດ ຂອງ ເຕັກໂນໂລຊີ Ro 1000 ລິດ/ຊົ່ວໂມງ ນຳໃຊ້ພະລັງງານແສງຕາເວັນ
ໂດຍ Green ID ເປັນຜູ້ປະຕິບັດ. ພາບ: ເອກະສານ

ພາຍໃຕ້ການນຳພາຂອງທ່ານນາງ, GreenID ໄດ້ຊ່ວຍເຫຼືອ ໃຫ້ ປະຊາຊົນ ກວ່າ 20.000 ຄົນ ຢູ່ຫຼາຍທ້ອງຖິ່ນ ໄດ້ເຂົ້າເຖິງ ພະລັງ ງານ ແລະ ນຳ້ທ່ີສະອາດ. ແຕ່ປີ 2016, ທ່ານ ນາງ ໄດ້ພ້ອມກັບ ເພື່ອນຮ່ວມງານ ເປີດສັບປະດາ ພະລັງງານ ຜະລິດຄືນໃໝ່ຄັ້ງທຳອິດ ແລະ ປັດຈຸບັນ ໂຄງການນີ້ ໄດ້ກາຍເປັນເຫດການປະຈຳປີ ແລະ ທັງເປັນເວທີປາໄສເປີດ ສຳລັບການ ແລກປ່ຽນ, ແບ່ງປັນບົດຮຽນ, ສົ່ງເສີມ ການສຶກສາ ຫາຄວາມຮູ້ ກ່ຽວກັບພຶດຕິກຳຕົວຈິງ ແລະ ບົດຮຽນທີ່ດີ ກ່ຽວກັບ ພະລັງງານສະອາດ. ທ່ານນາງ ແຄງ ມີຄວາມເຊື່ອໝັ້ນວ່າ ພະລັງງານສະອາດ ຈະຊ່ວຍໃຫ້ຊາວ ຫວຽດນາມ ຫຼຸດຜ່ອນການທໍາລາຍສິ່ງແວດລ້ອມ, ຟື້ນຄືນແຫຼ່ງນຳ້ ແລະ ອາກາດທ່ີສະອາດ.
ບົດ: ບິກເວິນ - ພາບ: ຫວຽດເກື່ອງ, ເອກະສານ

ປອ ເຈືອງແທັງຕຸ່ງ - ນັກວິທະຍາສາດເພື່ອຊຸມຊົນ

ປອ ເຈືອງແທັງຕຸ່ງ - ນັກວິທະຍາສາດເພື່ອຊຸມຊົນ

ປອ ເຈືອງແທັງຕຸ່ງ, ຫົວໜ້າກຸ່ມຄົ້ນຄວ້າຢາຊະນິດໃໝ່, ຂະແໜງ ການຢາ, ມະຫາວິທະຍາໄລ Phenikaa (ຮ່າໂນ້ຍ) ໃຫ້ຮູ້ວ່າ: “ຂ້າພະເຈົ້າ ຄິດວ່າ ຖ້າເປັນທ່ານໝໍ, ຂ້າພະເຈົ້າຈະປິ່ນປົວ ໃຫ້ ຄົນເຈັບ ແຕ່ລະຄົນ, ຖ້າເປັນນັກວິທະຍາສາດ ຄົ້ນຄວ້າ ດ້ານ ການຢາ, ຖ້າສາມາດປຸງແຕ່ງຢາຊະນິດໃໝ່ໄດ້ ຈະສາມາດ ຊ່ວຍກູ້ເອົາທັງຊຸມຊົນ”. ຈາກແນວຄວາມຄິດນັ້ນ, ທ່ານ ປອ ຕຸ່ງ ແລະ ເພື່ອນຮ່ວມງານ ໄດ້ປະຕິບັດ ຫຼາຍໂຄງການ ທີ່ມີຄວາມ ໝາຍ ຕໍ່ສັງຄົມ.

Top