• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຄົ້ນພົບອ່າວ ຮ້າລອງ ດ້ວຍເຮືອນຳທ່ຽວ

ຢູ່ເທິງເຮືອທ່ອງທ່ຽວ ທີ່ມີຊື່ວ່າ “ອານນາມ”, ນັກທ່ອງທ່ຽວ ຈຳ ນວນ  21 ຄົນ ທີ່ມາຈາກປະເທດຕ່າງໆ ເຊັ່ນ: ຝຣັ່ງ, ອັງກິດ, ຟີ ລິບປີນ... ພ້ອມກັບພວກຂ້າພະເຈົ້າ ໄດ້ເດີນທາງໄປຄົ້ນພົບອ່າວ ຮ້າລອງ (ແຂວງ ກວາງນິງ) ໃນເວລາ 2 ມື້ 1 ຄືນ ຊຶ່ງໃຫ້ຄວາມສຳຜັດ ແປກໃໝ່ ເມື່ອລອຍລຳເທິງເຮືອນຳທ່ຽວ ຢູ່ກາງທະເລ.
ເຮືອນຳທ່ຽວ “ອານນາມ” ພາພວກຂ້າພະເຈົ້າອອກຈາກ ທ່າ ເຮືອ ຕ່ວນເຈົາ ເພື່ອໄປຄົ້ນພົບອ່າວ ຮ້າລອງ ໃນເວລາ 2 ມື້ 1 ຄືນ. ສຳລັບນັກທ່ອງທ່ຽວ ທີ່ພັກແຮມຄືນຢູ່ອ່າວ ຮ້າລອງ ໄດ້ສ້າງ ຄວາມປະທັບໃຈຢ່າງຍິ່ງ ເພາະຈະໄດ້ສຳຜັດ ກັບຈຸດທ່ອງທ່ຽວທີ່ ມີຊື່ສຽງທີ່ສຸດ ຂອງມໍລະດົກໂລກ ທາງທຳມະຊາດອ່າວ ຮ້າລອງ ເຊ່ັນ: ໂງ່ນຫີນ ຈໍດາ, ໂງ່ນຫີນກ່າຈ້ອຍ, ໂງ່ນຫີນ ດິງເຮືອງ ແລະ ອື່ນໆ ເຮັດໃຫ້ພວກຂ້າພະເຈົ້າມີຄວາມຮູ້ສຶກແປກໃໝ່ ເມື່ອໄດ້ ລອຍລຳ ເທິງເຮືອນຳທ່ຽວຢູ່ກາງທະເລ.
 
ເຮືອນຳທ່ຽວ “ອານນາມ” ໄດ້ເຂົ້າທຽບທ່າຢູ່ຈຸດທ່ອງທ່ຽວແຫ່ງທຳອິດ ຂອງທົວທ່ອງທ່ຽວອ່າວ ຮ້າລອງ ຄື ພູ ຕີຕົບ. ນັກທ່ອງທ່ຽວ ຈະມີ ຫຼາຍທາງເລືອກຄື: ຂຶ້ນຈອມພູເພື່ອຊົມທິວທັດທຳມະຊາດ  ທີ່ສວຍງາມຂອງອ່າວ ຮ້າລອງ ໄດ້ສີ່ທິດ ຫຼື ລົງໄປລອຍ ຫຼິ້ນນຳ້ ທະເລທີ່ ໃສເຢັນຢູ່ຕີນພູ ຕີຕົບ.

ທ່າກຳປັ່ນສາກົນ ຕ່ວນເຈົາ ເປັນທ່າກຳປັ່ນ ທຽມ ມີຂະໜາດ ໃຫຍ່ທີສຸດ ຫວຽດນາມ ດ້ວຍລະບົບໂຄງລ່າງຄົບຊຸດ ແລະ ທັນສະໄໝ. ຫຼັງຈາກທີ່ໄດ້ເປີດນຳໃຊ້, ທ່າກຳປັ່ນແຫ່ງນີ້ ໄດ້ກາຍ ເປັນຈຸດເດັ່ນກ່ຽວກັບທັດສະນີຍະພາບຂອງເຂດມໍລະດົກໂລກອ່າວ ຮ້າລອງ. ພາບ: ເຈິ່ນຮຽວ/VNP


ເຮືອນຳທ່ຽວ ອານນາມ ພານັກທ່ອງທ່ຽວໄປຊົມເບິ່ງທັດສະນີຍະພາບທ່ີສວຍງາມຂອງ ອ່າວ ຮ້າລອງ. 
ພາບ: ເຕິດເຊີນ/ VNP



ເຮືອນຳທ່ຽວຄືເຮືອນ 3 ຊັ້ນຢູ່ກາງທະເລ, ນັກທ່ອງທ່ຽວສາມາດນັ່ງຫຼິ້ນ ຫຼື ຊົມເບິ່ງທິວທັດທຳມະຊາດ
ຂອງອ່າວ ຮ້າລອງ ຢູ່ເທິງເຮືອນຳທ່ຽວ. ພາບ: ຈ້ອງຈິງ/VNP



ເຮືອນຳທ່ຽວ ອານນາມ ໄດ້ອອກແບບຢ່າງຫຼູຫຼາດ້ວຍໄມ້ ຕາມສະຖາປັດຕະຍະກຳຂອງ ຫວຽດນາມ.
ເຮືອມີ 3 ຊັ້ນ, ກວ້າງ 26 ແມັດ ດ້ວຍຫ້ອງ Suite 1 ຫ້ອງ ແລະ ຫ້ອງ Deluxe 5 ຫ້ອງ. ພາບ: ເຕິດເຊີນ/VNP



ນັກທ່ອງທ່ຽວ ຝຣັ່ງ ຊົມເບິ່ງທັດສະນີຍະພາບທ່ີສວຍງາມຂອງ ອ່າວ ຮ້າລອງ
ເທິງເຮືອນຳທ່ຽວ ອານນາມ. ພາບ: ດັງຕຽນ/ VNP



ຄະນະກຳມະການປະຊາຊົນແຂວງ ກວາງນິງ ມອບໃບ
ອະນຸຍາດໃຫ້ແກ່ເຮືອນຳທ່ຽວກວ່າ 600 ລຳມີມາດຕະຖານແຕ່
3-5 ດາວ ໄດ້ສົ່ງນັກທ່ອງທ່ຽວໄປຢ້ຽມຢາມອ່າວ ຮ້າລອງ. ພາບ: ເຕິດເຊີນ, ຈ້ອງຈິງ/VNP

ກັບມາຍັງຈອມພູ ຕີຕົບ ຊຶ່ງມີຄວາມສູງ 100 ກວ່າແມັດ ເມື່ອ ທຽບກັບລະດັບນຳ້ທະເລ. ທາງຂຶ້ນໄປຫາສະຖານທີ່ມີຫໍຊົມ ທິວທັດ ທຳມະຊາດຂອງອ່າວ ຮ້າລອງ ຢູ່ເທິງຈອມພູ ໄດ້ຈັດ ເປັນບ່ອນພັກຜ່ອນ ຫຼາຍຈຸດ. ນີ້ແມ່ນໂອກາດເພື່ອ ໃຫ້ພວກຂ້າ ພະເຈົ້າໄດ້ຊົມທິວທັດທຳມະຊາດຂອງອ່າວ ຮ້າລອງ ຢູ່ລະດັບ ຄວາມ ສູງທີ່ແຕກຕ່າງກັນ.
 
ຫໍຊົມທິວທັດທຳມະຊາດຂອງອ່າວ ຮ້າລອງ ຕັ້ງຢູ່ເທິງ ຈອມພູ ຕີຕົບ. ຢູ່ທີ່ນີ້ ພວກຂ້າພະເຈົ້າສາມາດເບິ່ງເຫັນຄວາມກວ້າງ ໃຫຍ່ ໄພສານຂອງອ່າວ ຮ້າລອງ. ທິດເໜືອແມ່ນນະຄອນ ຮ້າ ລອງ, ພູ ບ່າຍເທີ ແລະ ຂົວ ບາຍໄຈ ກ່າຍຂ້າມຜ່ານອ່າວ ເກືອ ລູກ. ທິດໃຕ້ ແລະ ຕາເວັນອອກສ່ຽງໃຕ້ ແມ່ນເກາະ ໂບ່ ຮ່ອນ. ທິດຕາເວັນຕົກ ແລະ ຕາເວັນຕົກສ່ຽງໃຕ້ ແມ່ນ ໂງ່ນຫີນ ຊອຍ ຊີມ, ເຢີ່ມນາມ, ດ້າຍແທ່ງ... ແລະ ຢູ່ ຕີນພູ ຕີຕົບ ແມ່ນຫາດ ຊາຍທະເລທີ່ຂາວຍາວຢຽດ ກັບທິວທັດ ທຳມະຊາດສວຍງາມ. ແນມອອກໄປໄກໆ, ພວກຂ້າພະເຈົ້າເຫັນເຮືອດ່ວນຫຼາຍລຳ ກຳ ລັງສົ່ງນັກທ່ອງທ່ຽວ ມ່ງໜ້າສູ່ເກາະ ຕີຕົບ.
 
ຕອນບ່າຍ, ເຮືອນຳທ່ຽວ “ອານນາມ” ໄດ້ທອດສະໝໍໃກ້ກັບພູ ຮ່ອນຈົ໊ງ ເພື່ອໃຫ້ນັກທ່ອງທ່ຽວຂີ່ເຮືອ Kayak. ຕາມການ ແນະ ນຳຂອງທ່ານ ເຈື່ອງ ຜູ້ບໍລິຫານເຮືອນຳທ່ຽວ ອານນາມໃຫ້ຮູ້ວ່າ ພູໜ່ວຍນີ້ ຊາວປະມົງທີ່ອາໄສຢູ່ອ່າວ ຮ້າລອງ ເປັນຜູ້ຕັ້ງ ຊື່ໃຫ້ ຍ້ອນວ່າ ເວລາລົມພັດ ຈະມີສຽງຄ້າຍ ສຽງກອງ. ຫ່າງຈາກບ່ອນ ທີ່ ເຮືອຂອງພວກຂ້າພະເຈົ້າທອດ ສະໝໍ ບໍ່ໄກປານໃດແມ່ນ ສະ ຖານທີ່ຈັດການຖ່າຍທຳໜັງ “ຄິງ ຄອງ: ເກາະກະໂຫຼກຫົວລີງ” ຂອງ ຜູ້ກຳກັບ Jordan Vogt-Roberts. 


ເກາະ ຕີຕົບ ແມ່ນຫາດຊາຍທະເລທີ່ຂາວຍາວຢຽດ ໄດ້ຮັບຖື
ເປັນໝາກຫົວໃຈຂອງມໍລະດົກໂລກ ອ່າວ ຮ້າລອງ. ພາບ: ເຕິດເຊີນ/VNP



ຫາດຊາຍທະເລຢູ່ຕີນພູ ຕີຕົບ ມີຫຼາຍຈຸດເດັ່ນ, ນຳ້ໃສສະອາດ, ເປັນບ່ອນຜ່ອນຄາຍອາລົມທີ່ດີ
ສຳລັບນັກທ່ອງທ່ຽວເມື່ອມາຢ້ຽມຢາມອ່າວ ຮ້າລອງ ດ້ວຍເຮືອນຳທ່ຽວ. ພາບ: ຈິ້ງໂປ້/VNP



ນອນຢູ່ໃນເກາະ ໂບ່ຮ່ອນ, ຖຳ້ ສືງສົດ ມີຄວາມງາມແບບມະຫັດສະຈັນ.
ຖຳ້ ສືງສົດ ໄດ້ສະມາຄົມບັນດາຫ້ອງການ ແລະ ຕິດຕໍ່ການທ່ອງທ່ຽວ ສ.ເຊັກ ເລືອກເປັນ 1 ໃນ 10 ຖຳ້
ທີ່ສວຍງາມທີສຸດໃນໂລກ ເມື່ອປີ 2012. ພາບ: ທົງທ້ຽນ/VNP



ນັກທ່ອງທ່ຽວ ອັງກິດ ສອງຄົນຄືນາງ Robin Lester ແລະ ນາງ Kelly Williams
ໄປຊົມເບິ່ງທັດສະນີຍະພາບຂອງອ່າວ ຮ້າລອງ ດ້ວຍເຮືອ Kayak. ພາບ: ຈ້ອງຈິງ/VNP



ນັກທ່ອງທ່ຽວ ຝຶກ ໂຢກາ ເທິງເຮືອນຳທ່ຽວ ອານນາມ ໃນຕອນເຊົ້າ. ພາບ: ທົງທ້ຽນ/VNP



ພະນັກງານຂອງເຮືອນຳທ່ຽວ ອານນາມ ແນະນຳວິທີການ
ເຮັດຢໍ່ພັນໃຫ້ແກ່ນັກທ່ອງທ່ຽວ. ພາບ: ທົງທ້ຽນ/VNP

ພາຍຫຼັງຄືນທຳອິດຢູ່ເທິງເຮືອນຳທ່ຽວ, ພວກຂ້າພະເຈົ້າໄດ້ມີ ໜ້າ ຢູ່ ຖຳ້ ສຶງສົດ (ຕົກສະເງີ້). ທາງຂຶ້ນໄປຖ້ຳ ສຶງສົດ ຈະຕ້ອງເລາະ ລຽບໄປຕາມ ແຄມຜາຫີນ ທີ່ສູງຊັນ ທ່າມກາງຕົ້ນໄມ້ທີ່ຂຽວ ຂະ ຈີ ຢູ່ໃຈກາງມໍລະດົກ ທຳມະຊາດໂລກ ອ່າວ ຮ້າລອງ ຂອງເກາະ ໂບ່ຮ່ອນ, ສົມກັບຊື່ ຂອງມັນແທ້ໆ, ຍິ່ງເຂົ້າເລິກ ຍິ່ງຕົກສະເງີ້ ກັບຄວາມສວຍງາມຂອງຍອຍຫີນ ຢູ່ທີ່ນີ້.
 
ຖຳ້ ສຶງສົດ ມີສອງຫ້ອງດ້ວຍເນື້ອທີ່ທັງໝົດກວ່າ 10.000 ຕາ ຕະລາງແມັດ, ຖືເປັນໂຮງລະຄອນ Opera ຢູ່ ເທິງອ່າວ ຮ້າ ລອງ. ຫ້ອງທຳອິດແມ່ນບັນດາຍອຍຫີນ ທີ່ມີຮູບຊົງ ແປກປະ ຫຼາດ ຕາມການວາດພາບຄື: ຝູງລີງພາກັນໄປຫາກິນ, ໂຕໝີ, ໂຕກວາງ ແລະ ອື່ນໆ.
 
ຫ້ອງທີສອງສ້າງຄວາມ ປະທັບຈັບໃຈຕໍ່ທ່ານຜູ້ຊົມດ້ວຍ ໜອງນຳ້ ຫຼາຍໜອງ, ທີ່ນີ້ ພວກຂ້າພະເຈົ້າໄດ້ຮັບຟັງເທບນິຍາຍກ່ຽວກັບ ແທ໋ງຢ໋ອງ. ພາຍໃນຖຳ ້ຍັງມີຮອຍຕີນ ຂອງມ້າເປັນບວກນ້ຳ ຂະໜາດນ້ອຍ. ບາງຍອຍ ຫີນຢູ່ ໃນຖຳ້ ຄ້າຍຄືດາບ ແລະ ມ້າ ທີ່ ແທ໋ງຢອງ ໃຊ້ເພື່ອປົກປ້ອງຊາວບ້ານໄດ້ມີຊີວິດການເປັນຢູ່ຢ່າງ ສະຫງົບ ແລະ ອີ່ມໜຳສຳລານ.
 
2 ມື້ 1 ຄືນ ເທິງເຮືອນຳທ່ຽວ ບໍ່ພຽງພໍ ເພື່ອໃຫ້ພວກຂ້າພະເຈົ້າໄດ້ຄົ້ນພົບມໍລະດົກທຳມະຊາດໂລກ ອ່າວ ຮ້າລອງ ໄດ້ໝົດ. ຕ້ອງກັບມາໃຊ້ຊີວິດ ປະຈຳວັນ, ຂ້າພະເຈົ້າຄິດໃນໃຈວ່າ ຈະ ກັບມາຫາອ່າວ ຮ້າລອງ ໃນການຄົ້ນພົບຄັ້ງຕໍ່ໄປ. 
 
ປະຕິບັດ: ສະໂມສອນຖ່າຍພາບວິນາທີຄຳ

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ ແມ່ນໜຶ່ງໃນບັນດາ ເຂດ ຮັກສາລະບົບນິເວດ ໃຫຍ່ສຸດຢູ່ ຫວຽດນາມ ແລະ ໃນໂລກ. ສະຖານທີ່ນີ້ ປະກອບດ້ວຍຄຸນຄ່າ ທີ່ເປັນເອກະລັກ ຢ່າງຍິ່ງ ມີທັງ ປ່າໄມ້ ແລະ ລະບົບນິເວດທາງທະເລ. ມາ​ຍັງ​ປ່າ​ສະຫງວນ​ແຫ່ງ​ຊາດ ກາດບ່າ, ​ນັກ​ທ່ອງ​ທ່ຽວ​ ຈະ​ໄດ້​ສໍາຜັດ ປະສົບການ ແລະ ສຳ​ຫຼວດ​ລະບົບ​ນິ​ເວດ ຂອງສັດ ​ແລະ ພືດ​ ທີ່​ຫຼາກ​ຫຼາຍ.

Top