• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຄວາມປະທັບໃຈ Villa Song ໄຊງ່ອນ

ນະຄອນ ໂຮ່ຈີມິນ ນອນຢູ່ແຄມແມ່ນຳ້ ໄຊງ່ອນ ທີ່ເຕັມໄປດ້ວຍ ບັນຍາກາດທີ່ສະຫງົບງຽບ ແລະ ທັດສະນີຍະພາບທີ່ສວຍສົດ ງົດງາມ. ມາທີ່ນີ້ ນັກທ່ອງທ່ຽວສາມາດໄປຫາເຂດຜັກຜ່ອນ ທີ່ປະທັບໃຈແຫ່ງໜຶ່ງ, ນັ້ນແມ່ນ Villa Song ໄຊງ່ອນ ຢູ່ບ້ານ ຖາວດ່ຽນ, ເມືອງ 2, ນະຄອນ ໂຮ່ຈີມິນ.
ເມືອງ 2 ເປັນທິດໜຶ່ງພັດທະນາຂະຫຍາຍຕົວ ສຳຄັນພິເສດ ໃນແຜນສັງລວມກໍ່ສ້າງຕົວເມືອງໃຫຍ່ຂອງນະຄອນ ໂຮ່ຈີມິນ. ໃນນັ້ນ ມີຕົວເມືອງໃຫຍ່ທີ່ທັນສະໄໝຫຼາຍແຫ່ງ ໄດ້ຮັບການກໍ່ສ້າງ ຂຶ້ນໃໝ່ ຄືເຂດເມືອງໃຫຍ່ ຖຸຍທຽມ, ເຂດຊຸມຊົມ ຊາລາ... ກົງກັນຂ້າມກັບບັນຍາກາດທີ່ຟົດຟື້ນຂອງເຂດເມືອງໃໝ່ແມ່ນບັນຍາກາດທີ່ສະຫງົບງຽບຂອງບັນດາເຂດຜັກຜ່ອນໄດ້ກໍ່ສ້າງຂຶ້ນຕາມສອງຝັ່ງແມ່ນຳ້ ໄຊງ່ອນ.
 
Villa Song ໄຊງ່ອນ ເປັນເຂດຜັກຜ່ອນໄດ້ອອກແບບຕາມ ສະຖາປັດຕະຍະກຳ boutique. ແຂກທີ່ມາຜັກຜ່ອນຢູ່ Villa Song ໄຊງ່ອນ ສ່ວນຫຼາຍຈະແມ່ນນັກທ່ອງທ່ຽວຕ່າງປະເທດ ທີ່ຢາກມາຊອກຫາບັນຍາກາດຂອງເຂດບ້ານນອກ ຢູ່ໃຈກາງ ນະຄອນ ໂຮ່ຈີມິນ. 



ຄວາມສວຍສົດງົດງາມຂອງ Villa Song ໄຊງ່ອນ ໃນຍາມສາຍັນ. ພາບ: ເອກະສານ


Villa Song ໄຊງ່ອນ ເປັນເຂດຜັກຜ່ອນໄດ້ອອກແບບຕາມ ສະຖາປັດຕະຍະກຳ boutique. ພາບ: ເອກະສານ


ສະລອຍນຳ້ທີ່ໃສສະອາດ. ພາບ: ເອກະສານ


ສະຖາປັດຕະຍະກຳຖືລັກສະນະຂອງ ເອີຣົບ. ພາບ: ເອກະສານ


ສະຖານທີ່ສຳລັບໃຫ້ການຈັດງານລາຕີຢູ່ກາງແຈ້ງ. ພາບ: ທົງຫາຍ


ນຳຫວ່າງເວຫາທີ່ສວຍສົດງົດງາມເໝືອນດັ່ງໃນຝັນ. ພາບ: ເອກະສານ


ບໍລິການທ່ອງທ່ຽວເທິງແມ່ນຳ້ ໄຊງ່ອນ ຢູ່ Villa Song ໄຊງ່ອນ. ພາບ: ທົງຫາຍ


ນັກທ່ອງທ່ຽວຮູ້ສຶກປະທັບໃຈເມື່ອໄດ້ນຳໃຊ້ບໍລິການທ່ອງທ່ຽວ
ເທິງແມ່ນຳ້ ໄຊງ່ອນ ຂອງ Villa Song ໄຊງ່ອນ. ພາບ: ທົງຫາຍ

ມາຍັງ Villa Song ໄຊງ່ອນ, ນັກທ່ອງທ່ຽວຈະຮູ້ສຶກປະທັບໃຈຕໍ່ຄວາມງາມສະຫງ່າຂອງບ້ານພັກຫຼາຍຫຼັງ. ຫວ່າງເວຫາສຸດທີ່ ສະຫງົບງຽບໄດ້ເຮັດໃຫ້ນັກທ່ອງທ່ຽວມີເວລາຜັກຜ່ອນທີ່ສະບາຍໃຈທີສຸດ. ບ້ານພັກ 23 ຫຼັງໄດ້ອອກແບບຕາມ concept ແຕກຕ່າງກັນ, ນັກທ່ອງທ່ຽວສາມາດເລືອກເອົາບ້ານພັກຫຼັງໃດທີ່ເໝາະສົມກັບຕົນເອງ ແລະ ຄອບຄົວຂອງຕົນ.
  
ນອກຈາກບັນດາບໍລິການຢູ່ກາງແຈ້ງຄື: spa, gym... Villa Song ໄຊງ່ອນ ຍັງມີຮ້ານອາຫານ Bistro Song Vie ໂດຍສະເພາະ ຮັບໃຊ້ບັນດາເຍື່ອງອາຫານຕ່າງປະເທດໃຫ້ແກ່ນັກທ່ອງທ່ຽວ. ຮ້ານອາຫານຫຼັງນີ້ ນອນຢູ່ແຄມແມ່ນຳ້ ໄຊງ່ອນ, ມາທີ່ນີ້ ນັກທ່ອງທ່ຽວສາມາດນັ່ງດື່ມ cocktail ໃນຍາມອະລຸນ ຫຼື ຍາມສາຍັນພ້ອມກັບໝູ່ເພື່ອນ ຫຼື ພີ່ນ້ອງຂອງຕົນ. ນີ້ເປັນສິ່ງທີ່ລະນຶກຍາກທີ່ຈະລືມໄປໄດ້ຢູ່ນະຄອນແຫ່ງໜຶ່ງທີ່ສວຍງາມຂອງນັກທ່ອງທ່ຽວຫຼັງຈາກກັບເມືອປະເທດ.
 
Villa Song ໄຊງ່ອນ ເໝາະສົມກັບທຸກໄວ, ແລະ ເໝາະສົມທີສຸດແມ່ນສຳລັບບັນດາຄູ່ຜົວເມຍໃໝ່. ທັດສະນີຍະພາບໃນຕອນຄຳ່ຢູ່ Villa Song ໄຊງ່ອນ ສຸດທີ່ສວຍງາມເໝືອນດັ່ງໃນຝັນ, ບັນດາຄູ່ບ່າວສາວສາມາດນັ່ງເບິ່ງດວງຈັນຢູ່ຄຽງຂ້າງກັນ. ນີ້ຈະແມ່ນ ຂີດໝາຍແຫ່ງຄວາມຮັກຂອງບັນດາຄູ່ບ່າວສາວທີ່ມາຜັກຜ່ອນຢູ່ Villa Song ໄຊງ່ອນ.
  
ບໍ່ພຽງແຕ່ເປັນບ່ອນຜັກຜ່ອນເທົ່ານັ້ນ, Villa Song ໄຊງ່ອນ ຍັງເປັນບ່ອນຈັດຕັ້ງບັນດາກອງປະຊຸມຂັ້ນສູງ ຫຼື ເຫດການສຳຄັນ ຕ່າງໆ ອີກດ້ວຍ. ຫວ່າງເວຫາທີ່ສວຍງາມຂອງ Villa Song ໄຊງ່ອນ ຊ່ວຍເຮັດໃຫ້ທີ່ນີ້ ໄດ້ກາຍເປັນຈຸດທ່ອງທ່ຽວຜັກຜ່ອນ ທີ່ຈັບໃຈຢູ່ນະຄອນ ໂຮ່ຈີມິນ. 



ບໍ່ພຽງແຕ່ເປັນບ່ອນຜັກຜ່ອນເທົ່ານັ້ນ, Villa Song ໄຊງ່ອນ ຍັງ
ເປັນບ່ອນຈັດຕັ້ງບັນດາກອງປະຊຸມຂັ້ນສູງ ຫຼື ເຫດການສຳຄັນ ຕ່າງໆ ອີກດ້ວຍ. ພາບ: ເອກະສານ



Villa Song ໄຊງ່ອນ ຍັງເປັນບ່ອນຈັດຕັ້ງບັນດາງານດອງ. ພາບ: ເອກະສານ


ຫ້ອງ gym ທັນສະໄໝຢູ່ Villa Song ໄຊງ່ອນ. ພາບ: ທົງຫາຍ


ບັນດາພາຫະນະອຸປະກອນທີ່ທັນສະໄໝຢູ່ Villa Song ໄຊງ່ອນ. ພາບ: ທົງຫາຍ


ບັນດາພາຫະນະອຸປະກອນທີ່ທັນສະໄໝໃນຫ້ອງ Spa ຂອງ Villa Song ໄຊງ່ອນ. ພາບ: ເອກະສານ


ລາຍການອາຫານທີ່ໜ້າຈັບໃຈ. ພາບ: ເອກະສານ


ນັກທ່ອງທ່ຽວຮັບປະທານອາຫານຢູ່ Villa Song ໄຊງ່ອນ. ພາບ: ເອກະສານ
 
ບົດ: ຫງວຽນຫວູແທ່ງດາດ - ພາບ: ທົງຫາຍ

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ ແມ່ນໜຶ່ງໃນບັນດາ ເຂດ ຮັກສາລະບົບນິເວດ ໃຫຍ່ສຸດຢູ່ ຫວຽດນາມ ແລະ ໃນໂລກ. ສະຖານທີ່ນີ້ ປະກອບດ້ວຍຄຸນຄ່າ ທີ່ເປັນເອກະລັກ ຢ່າງຍິ່ງ ມີທັງ ປ່າໄມ້ ແລະ ລະບົບນິເວດທາງທະເລ. ມາ​ຍັງ​ປ່າ​ສະຫງວນ​ແຫ່ງ​ຊາດ ກາດບ່າ, ​ນັກ​ທ່ອງ​ທ່ຽວ​ ຈະ​ໄດ້​ສໍາຜັດ ປະສົບການ ແລະ ສຳ​ຫຼວດ​ລະບົບ​ນິ​ເວດ ຂອງສັດ ​ແລະ ພືດ​ ທີ່​ຫຼາກ​ຫຼາຍ.

Top