• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຄວາມງຽບສະຫງົບ ຢູ່ ຊ່ອງ ລົມທະເລ ບິ່ງດິ້ງ

ບໍ່ຮູ້ວ່າໃຜຕັ້ງຊື່ໃຫ້ບ່ອນນີ້ວ່າ “ແອວຢໍ໋” (ຊ່ອງທະເລລົມ). ພຽງ ແຕ່ໄດ້ຮັບຟັງຈາກການເລົ່າຄືນວ່າ ມີຫຼາຍຄົນ ຮູ້ສຶກໄດ້ນຳ້ ສຽງ ທີ່ ເຕັມໄປດ້ວຍຄວາມຫຼອກຫຼອນຄອບງຳຈິດໃຈນີ້ ໃນ ແຕ່ຍາມຄ້ອຍຄຳ່, ເມື່ອດວງອາທິດສະທ້ອນແສງ ເປັນສີເຫຼືອງ ເຕັມໜ້ານຳ້ ແລະ ມີຝຸງນົກແອ໋ນກັບຄືນຮັງ ຊຶ່ງສ້າງສຽງ ຊຸນ ລະມຸນວຸ້ນວາຍ. ມີບາງຄົນ ໄດ້ອະທິບາຍ ແບບງ່າຍໆວ່າ ນັ້ນ ແມ່ນການປະສານສຽງ ຂອງບັນດາ ກະແສລົມທີ່ ພັດເຂົ້າ ສູ່ ອ່າວຫວ່າງເປົ່າ. ໃນຂະນະດຽວກັນ ມີຄົນຈຳນວນໜຶ່ງພັດຢືນ ຢັນຢ່າງເດັດຂາດວ່າ ນັ້ນແມ່ນ ສຽງຊຸບຊິບ ເລິກລັບ ເໝືອນ ດັ່ງຄວາມຢາກ ຝາກຝັງ ສິ່ງໃດສິ່ງໜຶ່ງຂອງທຳມະຊາດ. 
ຫາດຊາຍທະເລ ແອວຢໍ໋ ສັງກັດພື້ນທີ່ຕາແສງ ເຍີນຫຼີ, ນະ ຄອນກຸຍເຍີນ, ແຂວງ ບິ່ງດິ້ງ. ທ່ານ ພຽງແຕ່ໄປຮອດ ຂົວ ທິນ້າຍ, ຜ່ານທາງສາມແຍກ ເຍີນໂຮ້ຍ ກໍສາມາດຮູ້ສຶກ ໄດ້ລົດ ເຄັມໆ ຂອງອາຍນໍ້າ ທີ່ພັດໂຊຍມາຈາກ ທະເລ. ພຽງສອງ ສາມນາທີ, ເມື່ອມາຮອດ ແຖວໆ ຕົ້ນສົນ ທີ່ ປູກເທິງດິນຊາຍ ກໍໝາຍຄວາມວ່າ ທ່ານ ມາຮອດ ແອວຢໍ໋ ແລ້ວ.

ສາຍພູ ທີ່ຍາວໂຄ້ງ ອ້ອມຮອບຊາຍຝັ່ງທະເລ ກຸຍເຍີນ, ແອວ ຢໍ໋ ເປັນຈຸດທີ່ມາຫ່າງໄກ ແລະ ພິເສດທີສຸດ. ຈາກມູມສູງເບິ່ງ ລົງມາຂ້າງລຸ່ມ, ທ່ານ ຈະໄດ້ເຫັນພາບທັງໝົດຂອງ ແອບຢໍ໋ ກັບ ສາຍນຳ້ ທະເລ ທີ່ແຄບໆ ຖືກໂອບກອດດ້ວຍ ສາຍພູ ສອງແຖວ ທີ່ສູງຊັນ.

ແອວຢໍ໋ ບໍ່ພຽງແຕ່ເປັນ “ຊ່ອງລົມທາງທະເລ” ເທົ່ານັ້ນ, ແຕ່ຍັງ ມີຮູບຊົງ ຄ້າຍ ນາງສາວ ຜູ້ໜຶ່ງ ທີ່ບອບບາງ, ມີຄວາມສວຍ ງາມ, ສຸພາບຮຽບຮ້ອຍ, ແຕ່ຍັງເຜີຍໃຫ້ເຫັນຄວາມມີສະເໜ່. ທັດສະນີຍະພາບ ທີ່ມີຄວາມສວຍງານແບບດັ້ງເດີມ ຂອງ ແອວຢໍ໋ ຊຶ່ງຜູ້ ຮັກມັກທຳມະຊາດ ສາມາດຮູ້ສຶກໄດ້ ໃນບັນຍາກາດ ທີ່ ຜ່ອນຄາຍອາລົມເທົ່ານັ້ນ.


ເສັ້ນທາງສາຍໜຶ່ງໄດ້ຮັບການກໍ່ສ້າງ ຢູ່ ຫາດຫີນ ແດ໊ ເພື່ອໃຫ້ ນັກທ່ອງທ່ຽວ ໄດ້ຊົມທຳມະຊາດ. ພາບ: ບ໋າຫງອກ 


ຄວາມງາມທີ່ໃຫຍ່ໂຕ ແບບທຳມະຊາດ ຢູ່ແອວຢໍ໋. ພາບ: ບ໋າຫງອກ


ນັກທ່ອງທ່ຽວ ປະທັບໃຈ ກັບ ນຳ້ທະເລ ທີ່ຂຽວສົດໃສຢູ່ ແອວ ຢໍ໋. ພາບ: ບ໋າຫງອກ


ນັກທ່ອງທ່ຽວບັນທຶກ ບັນດາຮູບພາບທີ່ແສນສວຍງາມ ຢູ່ ແອວຢໍ໋. ພາບ: ບ໋າຫງອກ


ລະດູຕາວ ຢູ່ ແອວຢໍ໋. ພາບ: ບ໋າຫງອກ

ຊາວທ້ອງຖິ່ນຫາສິນທະເລ ດ້ວຍເຮືອກະຈາດ ຢູ່ ແອວຢໍ໋. ພາບ: ບ໋າຫງອກ

ບັນດາພູຫີນທີ່ເກ່ົາແກ່ ອ້ອມຮອບເຂດນ່ານນຳ້ທະເລ ທີ່ ງຽບ ສະຫງົບ ພ້ອມກັບຖ້ຳຫຼາຍແຫ່ງເຊ່ັນ: ຖຳ້ເຢີຍ (ຖາໍ້ເຈຍ), ກີ່ກໍ, ບາແງ໋... ໄດ້ສ້າງເປັນກຸ່ມພາບພົດທຳມະຊາດ ທີ່ພິເສດ
ຫາຍາກ. ໃນກຸ່ມທິວທັດທຳມະຊາດນີ້ ມີ ຫາດຫີນ ແດ໊ ກັບ ກ້ອນ ຫີນ ດ້ວຍຈຳນວນມາກມາຍ ໃນຫຼາຍຮູບຊົງ ແລະ ສີ ສັນທີ່ ແຕກຕ່າງກັນ ຖືກນ້ຳ ແລະ ສາຍລົມ ພັດຫຼຸ້ຍຫ້ຽນ ຕາມວັນ ເວລາ ຊຶ່ງສ້າງເປັນຄວາມງາມທີ່ແສນໂດດເດັ່ນ. ຢູ່ທີ່ນີ້, ທ່ານ ສາມາດຊອກກ້ອນຫີນໃຫຍ່ ທີ່ຮາບພຽງ ເພື່ອການຕາກລົມ ແລະ ຊົມເບິ່ງດິນຟ້າອາກາດ. ຖ້າຫາກ ຢາກຊອກຮູ້ ວັດທະນະທຳ ການກິນດື່ມ ຂອງຊາວທ້ອງຖິ່ນ ທ່ານ ຈົ່ງແວ່ ຢາມ ໝູ່ບ້ານ ຊາວປະມົງ ຢູ່ໃກ້ໆ ນັ້ນ ເພື່ອໄດ້ລິ້ມລອງ ບັນດາ ເຍື່ອງອາຫານພິເສດ ຂອງ ທ້ອງຖິ່ນ ໃນການ ຕ້ອນຮັບຢ່າງ ລຽບງ່າຍ ແລະ ສຸພາບຄ່ຽມຄົມ ຂອງປະຊາຊົນ ຢູ່ແຫ່ງນີ້.

ທ່ານ ສາມາດເຊົາເຮືອຈັກ ໄປຢ້ຽມຢາມ ເກາະ ກີ່ກໍ ຫຼັງຈາກ ອາບນຳ້ທະເລ ຫຼື ແຊ່ຕົວຜ່ອນຄາຍອາລົມ ໃນຫ້ວຍ ນຳ້ຈືດ ທຳມະຊາດທີ່ໃສເຢັນ ແລ້ວເຂົ້າໄປເອົາບຸນ ຢູ່ວັດ ແລະ ຊົມ ເບິ່ງພະພຸດທະຮູບ ເຈົ້າແມ່ກວນອິນ ໃນທ່າ ຫັນໜ້າສູ່ ທະເລ ເພື່ອສະແຫວງຫາ ຄວາມຢູ່ເຢັນເປັນສຸກ ໃຫ້ແກ່ປະຊາຊົນ.

ທ່ານ ຄວນມາຍັງທີ່ນີ້ ແຕ່ຕົ້ນລະດູຮ້ອນ ເຖິງກາງລະດູ ໃບໄມ້ ຫຼ່ົນ ຍ້ອນນີ້ແມ່ນຊ່ວງໄລຍະເວລາ ຍັງບໍ່ທັນຮອດລະດູ ຂອງ ພາຍຸລົມແດງ. ລະດູຮ້ອນຢູ່ ແອວຢໍ໋ ມີແສງແດດກ້າ ແຕ່ອາກາດເຢັນດີ ຍ້ອນມີພູສູງບັງແສງແດດ ຢູ່ຕະຫຼອດເວລາ. ສ່ວນຕົ້ນລະດູໃບໄມ້ຫຼົ່ນ ຈະມີແສງແດດອ່ອນ, ທ່າມກາງບັນ ຍາກາດ ສາຍລົມພັດເອົາອາຍນໍ້າເຢັນສະບາຍ. ຈຸດເດັ່ນຢູ່ທີ່ ນີ້ ບໍ່ພຽງແຕ່ ແມ່ນຊ່ອງລົມຈາກທະເລ ຫຼື ຫາດຫີນ ແດ໊ ກັບ ບັນດາກ້ອນຫີນ ທີ່ຫຼາກຫຼາຍຮູບຊົງ ແລະ ສີສັນເທົ່ານັ້ນ, ແຕ່ໜ້າປະທັບໃຈຍ່ິງຂຶ້ນ ນັ້ນແມ່ນນຳ້ທະເລ ທີ່ຂຽວໃສສະອາດ.

ເມື່ອມາຍັງແອວຢໍ໋, ທ່ານຈະຮູ້ສຶກໄດ້ເຖິງຄວາມໃຫຍ່ໂຕ ຂອງ ທຳມະຊາດ, ຄວາມທົນທານຂອງການເວລາ ແລະ ສິ່ງລໍ້າຄ່າ ຂອງ ອາກາດ ທີ່ປອດໂປ່ງສົດໃສ ຢູ່ແຫ່ງນີ້. ມາຍັງ ແອວຢໍ໋ ທ່ານ ຈະໄດ້ເຈືອຈານ ເຂົ້າກັບ ກະແສນຳ້ຂຽວສົດໃສ, ໄດ້ສູບເອົາອາກາດ ທີ່ປອດໂປ່ງ ສົດໃສ ແລະ ເໜືອສິ່ງອື່ນໃດ ແມ່ນຮູ້ສຶກໄດ້ຄຸນຄ່າ ຂອງ ທຳມະຊາດ ແລະ ຊີວິດການເປັນຢູ່. 
ບົດ: ຟ້າມຖຸ່ຍຢຸງ - ພາບ: ບ໋າຫງອກ

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ ແມ່ນໜຶ່ງໃນບັນດາ ເຂດ ຮັກສາລະບົບນິເວດ ໃຫຍ່ສຸດຢູ່ ຫວຽດນາມ ແລະ ໃນໂລກ. ສະຖານທີ່ນີ້ ປະກອບດ້ວຍຄຸນຄ່າ ທີ່ເປັນເອກະລັກ ຢ່າງຍິ່ງ ມີທັງ ປ່າໄມ້ ແລະ ລະບົບນິເວດທາງທະເລ. ມາ​ຍັງ​ປ່າ​ສະຫງວນ​ແຫ່ງ​ຊາດ ກາດບ່າ, ​ນັກ​ທ່ອງ​ທ່ຽວ​ ຈະ​ໄດ້​ສໍາຜັດ ປະສົບການ ແລະ ສຳ​ຫຼວດ​ລະບົບ​ນິ​ເວດ ຂອງສັດ ​ແລະ ພືດ​ ທີ່​ຫຼາກ​ຫຼາຍ.

Top