• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Viettel ສ້າງ App ສຸຂະພາບ ຫວຽດນາມ

      ວັນທີ 07 ກຸມພາ, ກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel ໄດ້ສ້າງ App ສຸຂະພາບ ຫວຽດນາມ ສຳເລັດຢ່າງເປັນທາງການ ຕາມການສະເໜີຂອງກະຊວງສາທາລະນະສຸກ ຫວຽດນາມ, ແນໃສ່ໜູນຊ່ວຍປ້ອງກັນ, ຕ້ານເຊື້ອອັກເສບປອດເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ໄວຣັດໂກໂຣນາ.
           
       ນີ້ແມ່ນ App ຊ່ວຍປະຊາຊົນຕີລາຄາຄວາມສ່ຽງເອງ, ປະກອບຄວາມຮູ້ໃນການປ້ອງກັນ, ຕ້ານເຊື້ອພະຍາດໂດຍຜ່ານບັນດາການແນະນຳ, ຄຳກ່າວເຕືອນຈາກອົງການສາທາລະນະສຸກດ້ານວິຊາສະເພາະ ແລະ ກຳແໜ້ນສະພາບການຂອງເຊື້ອພະຍາດ ເພື່ອປ້ອງກັນຕົນເອງ ແລະ ວົງຄະນະຍາດ.
 
ສຸຂະພາບ ຫວຽດນາມ ແມ່ນ App ສະໜອງຂໍ້ມູນຂ່າວສານຢ່າງເປັນທາງການໜຶ່ງດຽວຂອງກະຊວງສາທາລະນະສຸກ ຫວຽດນາມ. App ນີ້ກໍ່ແມ່ນຊ່ອງຂໍ້ມູນຂ່າສານ ເພື່ອໃຫ້ປະຊາຊົນຊອກຫາຮາກຖານສາທາລະນະສຸກທີ່ຢູ່ໃກ້ທີ່ສຸດ ເພື່ອຈົດທະບຽນຂໍ້ມູນ ຖ້າມີຄວາມສ່ຽງຕິດເຊື້ອພະຍາດ, ແນະນຳວິທີການແຍກຕົວອອກຢູ່ຕ່າງຫາກ ແລະ ລາຍງານກໍລະນີຖືກສົງໄສ.
        ທ່ານສາມາດ Downdoad App ສຸຂະພາບ ຫວຽດນາມ ດ້ວຍລະຫັດດັ່ງລຸ່ມນີ້:
        iOS: https://apps.apple.com/app/id1489263065
          Android: https://suckhoetoandan.vn/install/android
         Link Fanpage: https://www.facebook.com/suckhoetoandan/
 (ແຫຼ່ງຄັດຈາກ VOV)
 

ຮູບ​ເງົາ ຝົນ​ແດງ ແນະ​ນຳ​ທາງ​ໂທ​ລະ​ພາບ

ຮູບ​ເງົາ “ຝົນ​ແດງ” ແນະ​ນຳ​ທາງ​ໂທ​ລະ​ພາບ

ນີ້ແມ່ນຮູບເງົາກ່ຽວກັບຫົວຂໍ້ສົງຄາມປະຕິວັດ, ວາດພາບໄລຍະ 81 ວັນແລະຄືນຕໍ່ສູ້ກັບສັດຕູຢ່າງດຸເດືອນຢູ່ ກຳແພງເກົ່າ ກວ໋າງຈິໃນປີ 1972, ອີງຄາມຜົນງານຂອງນັກປະພັນ ຈຸລາຍ.

Top