ຂ່າວສານ Viettel ສ້າງ App ສຸຂະພາບ ຫວຽດນາມ 09/02/2020 ວັນທີ 07 ກຸມພາ, ກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel ໄດ້ສ້າງ App ສຸຂະພາບ ຫວຽດນາມ ສຳເລັດຢ່າງເປັນທາງການ ຕາມການສະເໜີຂອງກະຊວງສາທາລະນະສຸກ ຫວຽດນາມ, ແນໃສ່ໜູນຊ່ວຍປ້ອງກັນ, ຕ້ານເຊື້ອອັກເສບປອດເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ໄວຣັດໂກໂຣນາ. ນີ້ແມ່ນ App ຊ່ວຍປະຊາຊົນຕີລາຄາຄວາມສ່ຽງເອງ, ປະກອບຄວາມຮູ້ໃນການປ້ອງກັນ, ຕ້ານເຊື້ອພະຍາດໂດຍຜ່ານບັນດາການແນະນຳ, ຄຳກ່າວເຕືອນຈາກອົງການສາທາລະນະສຸກດ້ານວິຊາສະເພາະ ແລະ ກຳແໜ້ນສະພາບການຂອງເຊື້ອພະຍາດ ເພື່ອປ້ອງກັນຕົນເອງ ແລະ ວົງຄະນະຍາດ. ສຸຂະພາບ ຫວຽດນາມ ແມ່ນ App ສະໜອງຂໍ້ມູນຂ່າວສານຢ່າງເປັນທາງການໜຶ່ງດຽວຂອງກະຊວງສາທາລະນະສຸກ ຫວຽດນາມ. App ນີ້ກໍ່ແມ່ນຊ່ອງຂໍ້ມູນຂ່າສານ ເພື່ອໃຫ້ປະຊາຊົນຊອກຫາຮາກຖານສາທາລະນະສຸກທີ່ຢູ່ໃກ້ທີ່ສຸດ ເພື່ອຈົດທະບຽນຂໍ້ມູນ ຖ້າມີຄວາມສ່ຽງຕິດເຊື້ອພະຍາດ, ແນະນຳວິທີການແຍກຕົວອອກຢູ່ຕ່າງຫາກ ແລະ ລາຍງານກໍລະນີຖືກສົງໄສ. ທ່ານສາມາດ Downdoad App ສຸຂະພາບ ຫວຽດນາມ ດ້ວຍລະຫັດດັ່ງລຸ່ມນີ້: iOS: https://apps.apple.com/app/id1489263065 Android: https://suckhoetoandan.vn/install/android Link Fanpage: https://www.facebook.com/suckhoetoandan/ (ແຫຼ່ງຄັດຈາກ VOV)

ວັນທີ 07 ກຸມພາ, ກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel ໄດ້ສ້າງ App ສຸຂະພາບ ຫວຽດນາມ ສຳເລັດຢ່າງເປັນທາງການ ຕາມການສະເໜີຂອງກະຊວງສາທາລະນະສຸກ ຫວຽດນາມ, ແນໃສ່ໜູນຊ່ວຍປ້ອງກັນ, ຕ້ານເຊື້ອອັກເສບປອດເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ໄວຣັດໂກໂຣນາ. ນີ້ແມ່ນ App ຊ່ວຍປະຊາຊົນຕີລາຄາຄວາມສ່ຽງເອງ, ປະກອບຄວາມຮູ້ໃນການປ້ອງກັນ, ຕ້ານເຊື້ອພະຍາດໂດຍຜ່ານບັນດາການແນະນຳ, ຄຳກ່າວເຕືອນຈາກອົງການສາທາລະນະສຸກດ້ານວິຊາສະເພາະ ແລະ ກຳແໜ້ນສະພາບການຂອງເຊື້ອພະຍາດ ເພື່ອປ້ອງກັນຕົນເອງ ແລະ ວົງຄະນະຍາດ. ສຸຂະພາບ ຫວຽດນາມ ແມ່ນ App ສະໜອງຂໍ້ມູນຂ່າວສານຢ່າງເປັນທາງການໜຶ່ງດຽວຂອງກະຊວງສາທາລະນະສຸກ ຫວຽດນາມ. App ນີ້ກໍ່ແມ່ນຊ່ອງຂໍ້ມູນຂ່າສານ ເພື່ອໃຫ້ປະຊາຊົນຊອກຫາຮາກຖານສາທາລະນະສຸກທີ່ຢູ່ໃກ້ທີ່ສຸດ ເພື່ອຈົດທະບຽນຂໍ້ມູນ ຖ້າມີຄວາມສ່ຽງຕິດເຊື້ອພະຍາດ, ແນະນຳວິທີການແຍກຕົວອອກຢູ່ຕ່າງຫາກ ແລະ ລາຍງານກໍລະນີຖືກສົງໄສ. ທ່ານສາມາດ Downdoad App ສຸຂະພາບ ຫວຽດນາມ ດ້ວຍລະຫັດດັ່ງລຸ່ມນີ້: iOS: https://apps.apple.com/app/id1489263065 Android: https://suckhoetoandan.vn/install/android Link Fanpage: https://www.facebook.com/suckhoetoandan/ (ແຫຼ່ງຄັດຈາກ VOV)