ຂ່າວສານ
ໜຶ່ງປີແຫ່ງການຜັນຂະຫຍາຍມະຕິເລກທີ 68: ຫັນບັນດາກົນໄກພິເສດໃນການພັດທະນາເສດຖະກິດເອກະຊົນໃຫ້ປະກົດຜົນເປັນຈິງ
ກ່ອນນີ້ໜຶ່ງປີ, ຄືວັນທີ 4 ພຶດສະພາ 2025, ກົມການເມືອງໄດ້ປະກາດໃຊ້ມະຕິເລກທີ 68ກ່ຽວກັບການພັດທະນາເສດຖະກິດເອກະຊົນ. ມະຕິໄດ້ສ້າງບາດກ້າວໃນຈິນຕະນາການພັດທະນາ ແລະ ຍົກສູງບົດບາດຂອງຂົງເຂດເສດຖະກິດເອກະຊົນ, ຈາກນັ້ນລຸລ່ວງແຫຼ່ງກຳລັງນີ້ ກາຍເປັນກຳລັງໜູນສຳຄັນທີ່ສຸດຂອງພື້ນຖານເສດຖະກິດ. ພາຍຫຼັງມະຕິມີຜົນບັງຄັບໃຊ້, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບໄດ້ປະກາດໃຊ້ ເອກະສານເພື່ອໃຫ້ມະຕິເຂົ້າຊີວິດປະຈຳວັນ. ທ່ານນາງ ຈິງທິເຮືອງ, ຮອງຫົວໜ້າກົມພັດທະນາວິສາຫະກິດເອກະຊົນ ແລະ ເສດຖະກິດລວມໝູ່, ກະຊວງການເງິນ ໃຫ້ຮູ້ວ່າ:
ພວກເຮົາ ລົບລ້າງພາສີພັນທະອາກອນການເງິນບັນດາວິສາຫະກິດຈະໄດ້ຮັບການຊົມໃຊ້ໃນທັນທີ. ນີ້ແມ່ນນະໂຍບາຍຊ່ວຍວິສາຫະກິດຫຼຸດຜ່ອນຄ່າທຳນຽບໃນການເຂົ້າຕະຫຼາດ. ນະໂຍບາຍຍົກເວັ້ນພາສີລາຍຮັບ 3 ປີສະຫງວນໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງທີ່ຫາກໍ່ສ້າງຕັ້ງ, ກໍ່ແມ່ນນະໂຍບາຍພວມໄດ້ຜັນຂະຫຍາຍໃນຕົວຈິງ ແລະ ໄລຍະຜ່ານມາມີຫຼາຍທ້ອງຖິ່ນ ແລະວິສາຫະກິດ ມີຄວາມເອົາໃຈໃສ່ຕໍ່ນະໂຍບາຍນີ້.
ກ່ຽວກັບທີ່ດິນ, ບັນດາທ້ອງຖິ່ນກໍ່ພວມຕັ້ງໜ້າຜັນຂະຫຍາຍບັນດານະໂຍບາຍໜູນຊ່ວຍຕາມການກຳນົດທິດຂອງມະຕິເລກທີ 68. ຕາມນັ້ນແລ້ວ, ກອງທຶນທີ່ດິນຢູ່ບັນດາເຂດອຸດສາຫະກຳ, ເຂດອຸດສາຫະກຳ ແລະ ສວນກ້າເບ້ຍໄດ້ໃຫ້ບຸລິມະສິດຈັດແບ່ງໃຫ້ບັນດາວິສາຫະກິດເລີ່ມຕົ້ນ Startup, ວິສາຫະກິດເຕັກໂນໂລຢີສູງ ແລະ ວິສາຫະກິດຂະໜາດກາງ ແລະ ນ້ອຍ.







