ໃນຂອບເຂດການເດີນທາງໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕອນບ່າຍວັນທີ 2 ພຶດສະພາ, ທ່ານ ນາງ Takaichi ນາຍົກລັດຖະມົນຕີ ຍີ່ປ່ນ ໄດ້ມາຢ້ຽມຢາມ ແລະ ມີບົດກ່າວຄຳເຫັນນະໂຍບາຍສຳຄັນຢູ່ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ.
ທ່ານນາງ Takaichi Sanae ນາຍົກລັດຖະມົນຕີ ກ່າວຄຳເຫັນນະໂຍບາຍ ທີ່ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ (ພາບ: TTXVN)
ເປີດສາກບົດກ່າວຄຳເຫັນ, ທ່ານນາງ Takaichi ນາຍົກລັດຖະມົນຕີ ຍີ່ປຸ່ນ ຢ້ຳຄືນຄວາມຊົງຈຳການຢ້ຽມຢາມ ຫວຽດນາມ ກ່ອນນີ້ 6 ປີ ແລະ ສະແດງຄວາມຫວັງມາຢ້ຽມຢາມ ໂຮ້ຍອານ ຄື່ນໃໝ່ ເຊິ່ງແມ່ນສະຖານທີ່ມີເຂດຮ່ອງຮອຍວັດຂົວ (Nihonbashi) ທີ່ຫາກໍ່ໄດ້ຮັບການປະຕິສັງຂອນດ້ວຍການຮ່ວມມືກັບ ຍີ່ປຸ່ນ ກ່ອນນີ້ 2 ປີ. ຕາມທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ແລ້ວ, ນີ້ແມ່ນສິ່ງພິສູດໃຫ້ແກ່ໄລຍະປະຫວັດສາດກ່ວາ 400 ປີແຫ່ງການພົບປະແລກປ່ຽນການຄ້າ ທີ່ມີຄວາມຂະຫຍັນຂັນເຄື່ອນລະຫວ່າງສອງຊາດຢູ່ເຂດທະເລເສລີ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນທ່ານ Abe Shinzo ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ ເປັນຄັ້ງທຳອິດສະເໜີຂໍ້ລິເລີ່ມວິໄສທັດ ມະຫາສະໝຸດອິນເດຍ ປາຊີຟິກເສລີ ແລະ ເປີດກວ້າງ (FOIP) ຢູ່ແຄນຢາ (2016). ທ່ານນາຍົກລັດຖະມົນຕີ Takaichi Sanae ຢັ້ງຢຶນລັກສະນະສອດຄ່ອງຂອງ FOIP, ພິເສດເມື່ອ ອາຊຽນ ຮັບຮອງເອົາວິໄສທັດ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ ປາຊີຟິກ ທີ່ມີຄຸນຄ່າຫຼັກໃນປີ 2019.
(ແຫຼ່ງຄັດຈາກ VOV)