• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂປ​ໂລຍ ກ່າວ​ເຕືອນ​ໄພ​ແຕກ​ແຫງ​ກັບ ນາ​ໂຕ ພາຍຫຼັງ ອາ​ເມ​ລິ​ກາ ຕັດ​ສິນ​ໃຈ​ຖອນ​ທະ​ຫານ​ອອກ​ຈາກ ເຢຍ​ລະ​ມັນ

ຄຳ​ກ່າວ​ເຕືອນ​ຂອງທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ໂປ​ໂລຍ ຍົກ​ອອກ​ມາ​ພາຍຫຼັງ​ເວ​ລາ​ພຽງ 2, 3 ຊົ່ວ​ໂມງ​ທີ​ ອາ​ເມ​ລິ​ກາ ຕັດ​ສິນ​ໃຈ​ຖອນ​ທະ​ຫານ​ປະ​ມານ 5000 ຄົນ​ອອກ​ຈາກ ເຢຍ​ລະ​ມັນ.
  ທ່ານ Donald Tusk ນາຍົກລັດຖະມົນຕີ ໂປໂລຍ (ພາບ: REUTERS)  

ວັນ​ທີ 2 ພຶດ​ສະ​ພາ, ທ່ານ Donald Tusk ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ໂປ​ໂລຍ ໄດ້​ກ່າວ​ເຕືອນ​ກ່ຽວ​ກັບ​ຄວາມ​ແຕກ​ແຫງ​ນັບ​ມື້​ນັບ​​ເພີ່ມ​ຂຶ້ນ​ ໃນ​ສະ​ຫະ​ພັນ​ຂ້າມ​ຜ່ານ​ມາ​ຫາ​ສະ​ມຸດ​ອັກ​ລັງ​ຕິກ, ຖຶ​ວ່າ ນີ້​ແມ່ນ​ບັນ​ຫາ​ທີ່​ຮ້າຍ​ແຮງ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ຕ້ອງ​ຮີບ​ເຮັ່ງ​ຊອກ​ຫາ​ມາດ​ຕະ​ການ​ແກ້​ໄຂ.

ຄຳ​ກ່າວ​ເຕືອນ​ຂອງທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ໂປ​ໂລຍ ຍົກ​ອອກ​ມາ​ພາຍຫຼັງ​ເວ​ລາ​ພຽງ 2, 3 ຊົ່ວ​ໂມງ​ທີ​ ອາ​ເມ​ລິ​ກາ ຕັດ​ສິນ​ໃຈ​ຖອນ​ທະ​ຫານ​ປະ​ມານ 5000 ຄົນ​ອອກ​ຈາກ ເຢຍ​ລະ​ມັນ. ຕາມ​ທ່ານ Tusk ແລ້ວ, ໄພ​ນາຍ​ຂູ່​ໃຫ່​ຍ​ທີ່​ສຸດ​ສຳ​ລັບ ສະ​ຫະ​ພັນ​ຂ້າມ​ຜ່ານ​ມາ​ຫາ​ສະ​ມຸດ​ອັກ​ລັງ​ຕິກ ບໍ່​ແມ່ນ​ມາ​ຈາກ​ສັດ​ຕູ​ພາຍນອກ, ຫາກ​ແມ່ນ​ການ​ຊຸດ​ໂຊມ​ຢ່າງ​ຕໍ່​ເນື່ອງ​ພາຍ​ໃນ. ເລື່ອງ​ອາ​ເມ​ລິ​ກາ ໄດ້​ຖອນ​ທະ​ຫານ​ອອກ​ຈາກ ເຢຍ​ລະ​ມັນ ແລະ ຂໍ້​ຂັດ​ແຍ່ງ​ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ Trump ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Merz ແມ່ນ​ບັນ​ດາ​ສັນ​ຍານ​ລ່ວງ​ໜ້າ​ຂອງ​ການ​ຊຸດ​ໂຊມນີ້.

ຕາມ​ຕົວ​ເລກ​ຂອງ​ກະ​ຊວງ​ສົງ​ຄາມ ອາ​ເມ​ລິ​ກາ, ໄລ່​ຮອດ​ເດືອນ​ທັນ​ວາ​ປີ 2025, ມີ​ທະ​ຫານ​ ອາ​ເມ​ລິ​ກາ ກ່​ວາ 36.000 ຄົ​ນ​ໄດ້​ຕັ້ງ​ທັບ​ຢູ່​ບັນ​ດາ​ຖານ​ທີ່​ໝັ້ນ​ໃນ​ທົ່ວ​ປະ​ເທດ ເຢຍ​ລະ​ມັນ ພ້ອມ​ກັບ​ທະ​ຫານ​ສຳ​ຮອງ​ເກືອບ 1500 ຄົນ ແລະ ພາ​ລະ​ກອນ​ພົນ​ລະ​ເຮືອນ 11.500 ຄົນ. ເຢຍ​ລະ​ມັນ ກໍ່​ແມ່ນ​ແຫ່ງ​ມີ​ສຳ​ນັກ​ງານ​ຂອງກອງ​ບັນ​ຊາ​ການ ເອີ​ລົບ ແລະ ກອງ​ບັນ​ຊາ​ການ ອາ​ຟຼິກ​ກາ ຂອງ ອາ​ເມ​ລິ​ກາ.

(ແຫຼ່ງຄັດຈາກ VOV)

ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັງ​ເໝິ້ນ ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັງ​ເໝິ້ນ ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ

ຕອນ​ບ່າຍ​ວັນ​ທີ 2 ພຶດ​ສະ​ພາ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັງ​ເໝິ້ນ ໄດ້​ພົບ​ປະ​ກັບ​ທ່ານນາງ Takaichi Sanae ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ພວມ​ຢ້ຽມ​ຢາມ ຫວຽດ​ນາມ ​ຢ່າງ​ເປັນ​ທາງ​ການ.

Top