• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ, ອິນ​ເດຍ ນັບ​ມື້​ນັບ​ມີ​ບັນ​ດາການ​ໃຫ້​ບຸ​ລິ​ມະ​ສິດ​ຢູ່​ພາກ​ພື້ນ ແລະ ທົ່ວ​ໂລກ ຄື​ກັນ

ການ​ຢ້ຽມ​ຢາມ​ຈະ​ປະ​ກອບ​ສ່ວນ​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ສອງ​ປະ​ເທດ ​ກ່ຽວ​ກັບ​ການ​ເລື່ອງ​ສືບ​ຕໍ່​ພັດ​ທະ​ນາ​ການ​ພົວ​ພັນ​ສອ​ງ​ຝ່າຍ, ທັງ​ເພື່ອ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ອະ​ນາ​ຄົດ.
  ​ທ່ານ​ສາດ​ສະ​ດາ​ຈານ Harsh V. Pant, ຮອງ​ປະ​ທານກອງ​ທຶນ​ຄົ້ນ​ຄ້​ວາ​ການ​ສັງ​ເກດ​ການ(ORF) (ພາບ: TTXVN)  

ຫວຽດ​ນາມ ແລະ ອິນ​ເດຍ​ ນັບ​ມື້​ນັບ​ມີ​​ບັນ​ດາ​ບຸ​ລິ​ມະ​ສິດ​ຢູ່​ພາ​ກ​ພື້ນ ແລະ ທົ່ວ​ໂລກຄື​ກັນ ໂດຍ​ສະ​ແດງ​ຜ່ານ​ທ່າ​ອ່ຽງ​ເພີ່ມ​ຂຶ້ນຫຼາຍ​ພໍ​ສົມ​ຄວນ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປ​ະ​ແລກ​ປ່ຽນ​ຂັ້​ນ​ສູງ, ກໍ່​ຄື​ການ​ພົບ​ປະ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ”. ນີ້​ແມ່ນ​ຂໍ້​ສັງ​ເກດ​ຂອງ​ທ່ານ​ສາດ​ສະ​ດາ​ຈານ Harsh V. Pant, ຮອງ​ປະ​ທານກອງ​ທຶນ​ຄົ້ນ​ຄ້​ວາ​ການ​ສັງ​ເກດ​ການ(ORF) ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 10 ປີແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ ຮອບ​ດ້ານ ຫວຽດ​ນາມ ອິນ​ເດຍ (2016 - 2026) ແລະ ການ​ຢ້ຽມ​ຢາມ ​ອິນ​ເດ​ ຍ​ທາງ​ລັດ​ຖະ​ກິດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ​ແຕ່​ວັນ​ທີ 5 ຫາ 7 ພຶດ​ສະ​ພາ ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Narendra Modi. ຕີ​ລາ​ຄາ​ກ່ຽວ​ກັບ​ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ຝ່າຍ​ໃນ​ໄລ​ຍະ 1 ທົດ​ສະ​ຫວັດ​ຜ່ານ​ມາ, ທ່ານ​ສາດ​ສະ​ດາ​ຈານ Pant ໃຫ້​ຂໍ້​ສັງ​ເກດ​ວ່າ ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ອິນ​ເດຍ ​ບັນ​ລຸ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ແຮງ, ນັບ​ມື້​ນັບ​ແທດ​ຈິງ ແລະ ຮອບ​ດ້ານ​ຖືກ​ຕ້ອງ​ກັບ​ລະ​ດັບ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ.

ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ ​ອິນ​ເດຍ ​ທາງ​ລັດ​ຖະ​ກິດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ, ທ່ານ​ສາດ​ສະ​ດາ​ຈານ Pant ໄດ້​ຕີ​ລາ​ຄາ​ວ່າ ​ນີ້​ແມ່ນ​ເຫດ​ການ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ, ທ່ານເນັ້ນ​ໜັກ​ວ່າ ​ການ​ຢ້ຽມ​ຢາມ​ຈະ​ປະ​ກອບ​ສ່ວນ​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ສອງ​ປະ​ເທດ ​ກ່ຽວ​ກັບ​ການ​ເລື່ອງ​ສືບ​ຕໍ່​ພັດ​ທະ​ນາ​ການ​ພົວ​ພັນ​ສອ​ງ​ຝ່າຍ, ທັງ​ເພື່ອ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ອະ​ນາ​ຄົດ, ທັງ​ໝູນ​ໃຊ້​ບັນ​ດາ​ກາ​ລະ​ໂອ​ກາດ​ໃໝ່​ເກີດ​ມາ​ຈາກ​ບັນ​ດາ​ການ​ຜັນ​ແປ​ຂອງ​ສະ​ພາບ​ການ​ສາ​ກົນ.

(ແຫຼ່ງຄັດຈາກ VOV)

ໂປ​ໂລຍ ກ່າວ​ເຕືອນ​ໄພ​ແຕກ​ແຫງ​ກັບ ນາ​ໂຕ ພາຍຫຼັງ ອາ​ເມ​ລິ​ກາ ຕັດ​ສິນ​ໃຈ​ຖອນ​ທະ​ຫານ​ອອກ​ຈາກ ເຢຍ​ລະ​ມັນ

ໂປ​ໂລຍ ກ່າວ​ເຕືອນ​ໄພ​ແຕກ​ແຫງ​ກັບ ນາ​ໂຕ ພາຍຫຼັງ ອາ​ເມ​ລິ​ກາ ຕັດ​ສິນ​ໃຈ​ຖອນ​ທະ​ຫານ​ອອກ​ຈາກ ເຢຍ​ລະ​ມັນ

ຄຳ​ກ່າວ​ເຕືອນ​ຂອງທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ໂປ​ໂລຍ ຍົກ​ອອກ​ມາ​ພາຍຫຼັງ​ເວ​ລາ​ພຽງ 2, 3 ຊົ່ວ​ໂມງ​ທີ​ ອາ​ເມ​ລິ​ກາ ຕັດ​ສິນ​ໃຈ​ຖອນ​ທະ​ຫານ​ປະ​ມານ 5000 ຄົນ​ອອກ​ຈາກ ເຢຍ​ລະ​ມັນ.

Top