ຂ່າວສານ

ໜຶ່ງ​​ປີ​ແຫ່ງ​ການຜັ​ນ​ຂະ​ຫຍາຍ​ມະ​ຕິ​ເລກ​ທີ 68: ຫັນ​ບັນ​ດາ​ກົນ​ໄກ​ພິ​ເສດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ເອ​ກະ​ຊົນ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

ພາຍຫຼັງ​ມະ​ຕິ​ມີ​ຜົນ​ບັງ​ຄັບ​ໃຊ້, ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໄດ້​ປະ​ກາດ​ໃຊ້ ເອ​ກະ​ສານ​ເພື່ອ​ໃຫ້​ມະ​ຕິ​ເຂົ້າ​ຊີ​ວິດ​ປະ​ຈຳ​ວັນ.
  ພາບ​ປະ​ກອບ: VOV  

ກ່ອນ​ນີ້​ໜຶ່ງ​ປີ, ຄື​ວັນ​ທີ 4 ພຶດ​ສະ​ພາ 2025, ກົມ​ການ​ເມືອງ​ໄດ້​ປະ​ກາດ​ໃຊ້​ມ​ະ​ຕິ​ເລກ​ທີ 68ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ເອ​ກະ​ຊົນ. ມະ​ຕິ​ໄດ້​ສ້າງ​ບາດ​ກ້າວ​ໃນ​ຈິນ​ຕະ​ນາ​ການ​ພັດ​ທະ​ນາ ແລະ ຍົກ​ສູງ​ບົດ​ບາດ​ຂອງ​​ຂົງ​ເຂດ​ເສດ​ຖະ​ກິດ​ເອ​ກະ​ຊົນ, ຈາກ​ນັ້ນ​ລຸ​ລ່ວງ​ແຫຼ່ງ​ກຳ​ລັງ​ນີ້ ກາຍ​ເປັນ​ກຳ​ລັງ​ໜູນ​ສຳ​ຄັນ​ທີ່​ສຸດ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ພາຍຫຼັງ​ມະ​ຕິ​ມີ​ຜົນ​ບັງ​ຄັບ​ໃຊ້, ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໄດ້​ປະ​ກາດ​ໃຊ້ ເອ​ກະ​ສານ​ເພື່ອ​ໃຫ້​ມະ​ຕິ​ເຂົ້າ​ຊີ​ວິດ​ປະ​ຈຳ​ວັນ. ທ່ານ​ນາງ ຈິງ​ທິ​ເຮືອງ, ຮອງ​ຫົວ​ໜ້າ​ກົມ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ ແລະ ເສດ​ຖະ​ກິດ​ລວມ​ໝູ່, ກະ​ຊວງ​ການ​ເງິນ ໃຫ້​ຮູ້​ວ່າ:

ພວກ​ເຮົາ ລົບ​ລ້າງ​ພາ​ສີ​ພັນ​ທ​ະ​ອາ​ກອນ​ການ​ເງິນບັນ​ດາ​ວິ​ສາ​ຫະ​ກິດ​ຈະ​ໄດ້​ຮັບ​ການ​ຊົມ​ໃຊ້​ໃນ​ທັນ​ທີ. ນີ້​ແມ່ນ​ນະ​ໂຍ​ບາຍຊ່ວຍ​ວິ​ສາ​ຫະ​ກິດຫຼຸດ​ຜ່ອນ​ຄ່າ​ທຳ​ນຽບ​ໃນ​ການ​ເຂົ້າ​ຕະຫຼາດ. ນະ​ໂຍ​ບາຍ​ຍົກ​ເວັ້ນ​ພາ​ສີ​ລາຍ​ຮັບ 3 ປີ​ສະ​ຫງວນ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ​ທີ່​ຫາ​ກໍ່​ສ້າງ​ຕັ້ງ, ກໍ່​ແມ່ນ​ນະ​ໂຍ​ບາຍ​ພວມ​ໄດ້​ຜັນ​ຂະ​ຫຍາຍ​ໃນ​ຕົວ​ຈິງ ແລະ ໄລ​ຍະ​ຜ່ານ​ມາ​ມີຫຼາຍ​ທ້ອງ​ຖິ່ນ ແລະ​ວິ​ສາ​ຫະ​ກິດ ມີ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ນະ​ໂຍ​ບາຍ​ນີ້.

ກ່ຽວ​ກັບ​ທີ່​ດິນ, ບັນ​ດາ​ທ້ອງ​ຖິ່ນ​ກໍ່​ພວມ​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ຕາມ​ການ​ກຳ​ນົດ​ທິດ​ຂອງ​ມະ​ຕິ​ເລກ​ທີ 68. ຕາມ​ນັ້ນ​ແລ້ວ, ກອງ​ທຶນ​ທີ່​ດິນ​ຢູ່​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ, ເຂດ​ອຸດ​ສາ​ຫະ​ກຳ ແລະ ສວນ​ກ້າ​ເບ້ຍ​ໄດ້​ໃຫ້​ບຸ​ລິ​ມະ​ສິດ​ຈັດ​ແບ່ງ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ເລີ່ມ​ຕົ້ນ Startup, ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຢີ​ສູງ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ.


top