• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະ​ຄອນ​ໂຮ່​ຈີ​ມິນ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ວັນ​ບຸນ 30 ເມ​ສາ 1 ພຶດ​ສະ​ພາ​ເກືອບ 1,7 ລ້ານ​ເທື່ອ​ຄົນ

ຕາມ​ພະ​ແນກ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ​ແລ້ວ, ໃນ 9 ວັນ​ແຕ່​ວັນ​ທີ 25 ເມ​ສາ ຫາ​ວັນ​ທີ 3 ພຶດ​ສະ​ພາ, ຄາດ​ວ່າ ທາງນະ​ຄອນໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ປະ​ມານ 190.000 ເທື່ອຄົນ ແລະ ແຂກ​ທ່ອ​ງ​ທ່ຽວ​ພາຍ​ໃນ​ 1,5 ລ້ານ​ເທື່ອ​ຄົນ.
  ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຢູ່​ຖະ​ໜົນ​ປຶ້ມ ໂຮ່​ຈີ​ມິນ (ພາບ: qdnd.vn)  
ໃນ​ວັນ​ບຸນ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ແລະ ວັນ​ບຸນ 30 ເມ​ສາ - 1 ພຶດ​ສະ​ພາແກ່​ຍາວ, ຊຸກ​ຍູ້​ຄວາມ​ຕ້ອງ​ການ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ​ສູງ, ຊ່ວຍ​ນະ​ຄອນ​ໂຮ່​ຈີ​ມິນຮັບ​ຮູ້ ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວຫຼາຍ​ທີ່​ສຸດ. ຕາມ​ພະ​ແນກ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ​ແລ້ວ, ໃນ 9 ວັນ​ແຕ່​ວັນ​ທີ 25 ເມ​ສາ ຫາ​ວັນ​ທີ 3 ພຶດ​ສະ​ພາ, ຄາດ​ວ່າ ທາງນະ​ຄອນໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ປະ​ມານ 190.000 ເທື່ອຄົນ ແລະ ແຂກ​ທ່ອ​ງ​ທ່ຽວ​ພາຍ​ໃນ​ 1,5 ລ້ານ​ເທື່ອ​ຄົນ. ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງ​ການ​ດ້ານ​ການ​ທ່ອງ​ທ່ຽວເພີ່ມ​ຂຶ້ນ​ສູງ​ໃນຍາມ​ພັກ​ແລ້ງເວົ້າ​ລວມ, ພິ​ເສດ​ແມ່ນ​ໂອ​ກາດ​ວັນ​ພັກ​ ບຸນ​ໄຫ້​ວ​ບູ​ຊາ​ເຈົ້າ​ຊີ​ວິດ ຮຸ່ງ 30 ເມ​ສາ ແລະ 1 ພຶດ​ສະ​ພາ, ຂະ​ແໜງ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ​ໄດ້​ຜັນ​ຂະ​ຫຍາຍຫຼາຍ​ໂຄງ​ການ​ກະ​ຕຸກ​ຊຸກ​ຍູ້, ແນະ​ນຳ​ຜະ​ລິດ​ຕະ​ພັນ, ການ​ບໍ​ລິ​ການ​ທ່ອ​ງ​ທ່ຽວ​ໃໝ່​ເດືອບ 1000 ຢ່າງ. ພົ້ນ​ເດັ່ນ​ແມ່ນ​ວັນ​ບຸນ​ທ່ອງ​ທ່ຽວ​ນະ​ຄອນ ໂຮ່​ຈີ​ມິນ ຄັ້ງ​ທີ 22 ດ້ວຍ​ຫົວ​ຂໍ້ “ລະ​ດູ​ຮ້ອນ​ວຽນ​ມາ​ຢ່າງ​ຟົດ​ຟື້ນ” ແລະ ວັນ​ບຸນ​ເຂົ້າ​ຈີ 2026 ເຊິ່ງ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນຫຼາຍ.

(ແຫຼ່ງຄັດຈາກ VOV)

ໜຶ່ງ​​ປີ​ແຫ່ງ​ການຜັ​ນ​ຂະ​ຫຍາຍ​ມະ​ຕິ​ເລກ​ທີ 68: ຫັນ​ບັນ​ດາ​ກົນ​ໄກ​ພິ​ເສດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ເອ​ກະ​ຊົນ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

ໜຶ່ງ​​ປີ​ແຫ່ງ​ການຜັ​ນ​ຂະ​ຫຍາຍ​ມະ​ຕິ​ເລກ​ທີ 68: ຫັນ​ບັນ​ດາ​ກົນ​ໄກ​ພິ​ເສດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ເອ​ກະ​ຊົນ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

ພາຍຫຼັງ​ມະ​ຕິ​ມີ​ຜົນ​ບັງ​ຄັບ​ໃຊ້, ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໄດ້​ປະ​ກາດ​ໃຊ້ ເອ​ກະ​ສານ​ເພື່ອ​ໃຫ້​ມະ​ຕິ​ເຂົ້າ​ຊີ​ວິດ​ປະ​ຈຳ​ວັນ.

Top