• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມຄັ້ງ​ທີ 37 ຂອງ​ຄະ​ນະ​ປະ​ຈຳ​​ສະ​ພາ​ແຫ່ງ​ຊາດ

ຕອນເຊົ້າວັນທີ 9 ກັນຍາ, ຢູ່ ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດໄດ້ຈັດຕັ້ງກອງປະຊຸມຄັ້ງທີ 37, ເຊິ່ງດຳເນີນໃນລະຫວ່າງວັນທີ 9 – 21 ກັນຍາ.

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມຫງວຽນທິກິມເງິນກ່າວຄຳເຫັນໄຂ ກອງປະຊຸມຄັ້ງທີ 37 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ: Quochoi.vn)

ລາຍການຄາດຄະເນວ່າ, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນ, ອະທິບາຍ, ຮັບຟັງ, ປັບປຸງບັນດາຮ່າງກົດໝາຍຄື: ກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານໄພພິບັດທຳມະຊາດ ແລະ ກົດໝາຍວ່າດ້ວຍລະບົບຄັນຄູ…ນອກຈາກນັ້ນ, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນກ່ຽວກັບບັນດາຮ່າງມະຕິຕ່າງໆຄື:ມະຕິຂອງສະພາແຫ່ງຊາດກ່ຽວກັບການແກ້ໄຂເງິນພາສີຕິດໜີ້ສຳລັບຜູ້ເສຍພາສີອາກອນທີ່ບໍ່ສາມາດມອບເຂົ້າງົບປະມານແຫ່ງລັດຕໍ່ອີກ,ມະຕິຂອງສະພາແຫ່ງຊາດໃນການອະນຸມັດຜ່ານແຜນຮ່າງສັງລວມຂອງການລົງທຶນພັດທະນາເສດຖະກິດ - ສັງຄົມຢູ່ເຂດຊົນເຜົ່າສ່ວນໜ້ອຍ, ເຂດພູສູງ ແລະ ເຂດທີ່ມີເງື່ອນໄຂເສດຖະກິດສັງຄົມຫຍຸ້ງຍາກພິເສດໄລຍະ 2021 – 2025…
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top