• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດ Covid-19: ຫວຽດນາມ ມີ 34 ຄົນທີ່ຕິດເຊື້ອ SARS-CoV-2

ຕາມຂໍ້ມູນຈາກກະຊວງສາທາລະນະສຸກ ຫວຽດນາມ, ວັນທີ 10 ມີນາ, ຫວຽດນາມ ໄດ້ກວດພົບຜູ້ຕິດພະຍາດ Covid-19 ຕື່ມອີກ 3 ຄົນ. ຜູ້ຕິດເຊື້ອຄົນທີ່ 32 ແມ່ນເພດຍິງ, ອາຍຸ 24 ປີ, ສັນຊາດ ຫວຽດນາມ ໄດ້ສຳຜັດກັບຜູ້ຕິດເຊື້ອທີ 17 ຢູ່ ລອນດອນ, ປະເທດ ອັງກິດ ໃນວັນທີ 27 ກຸມພາ.

ພາບປະກອບ/TTXVN

ຕາມຂໍ້ມູນຂ່າວຈາກສະຖາບັນ Pasteur ຍາຈາງ, ຜູ້ຕິດເຊື້ຶ້ອ Covid-19 ຄົນທີ 33, ແມ່ນເພດຊາຍ, ອາຍຸ 58 ປີ, ສັນຊາດ ອັງກິດ, ແມ່ນຜູ້ໂດຍສານທີ່ເດີນທາງມາພ້ອມກັບຖ້ຽວບິນ VN0054 ພວມພັກເຊົາຢູ່ນະຄອນ ໂຫ້ຍອານ, ແຂວງ ກ໋ວາງນາມ. ສູນຄວບຄຸມເຊື້ອພະຍາດແຂວງ ກ໋ວາງນາມ ໄດ້ເອົາຕົວຢ່າງພະຍາດຂອງຜູ້ດັ່ງກ່າວ ສົ່ງໄປວິໄຈ ຜົນອອກມາວ່າ ຜູ້ກ່ຽວໄດ້ຕິດເຊື້ອໄວຣັດ SARS-CoV-2.

        ຜູ້ຕິດເຊື້ອຄົນທີ 34 ແມ່ນເພດຍິງ, ອາຍຸ 51 ປີ, ສັນຊາດ ຫວຽດນາມ, ວັນທີ 22 ກຸມພາ, ຜູ້ນີ້ໄດ້ຂີ່ຍົນ ຈາກ ຫວຽດນາມ ໄປ ນິວຢອກ, ປະເທດ ອາເມລິກາ ແລະ ໄດ້ປ່ຽນຍົນຢູ່ສະໜາມບິນ Incheon, ສ.ເກົາຫຼີ. ວັນທີ 02 ມີນາ, ແມ່ຍິງຄົນນີ້ໄດ້ກັບເມືອ ຫວຽດນາມ.

        ໄລ່ຮອດຈຸດເວລານີ້, ຫວຽດນາມ ໄດ້ມີຜູ້ຕິດພະຍາດ Covid-19 34 ຄົນ, ໃນນັ້ນ 16 ຄົນໄດ້ປິ່ນປົວຫາຍດີ ແລະ ອອກຈາກໂຮງໝໍໝົດແລ້ວ, ຍັງເຫຼືອ 18 ຄົນພວມແຍກຕົວປິ່ນປົວຢູ່ ໂຮງໝໍ.

 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top