• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຄສະນາ, ສົ່ງ​ເສີມ​ການທ່ອງທ່ຽວ​​ແຂວງ​ນິງບິງ

ວັນທີ 13 ກໍລະກົດ, ຢູ່ນະຄອນ ລ່າວກາຍ, ພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວແຂວງ ນິງບິ່ງ ໄດ້ສົມທົບກັບ ພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຂວງ ລ່າວກາຍ ຈັດຕັ້ງກອງປະຊຸມສົ່ງເສີມ, ເຊື່ອມຕໍ່ການທ່ອງທ່ຽວລະຫວ່າງສອງທ້ອງຖິ່ນ. 

ກອງປະຊຸມສົ່ງເສີມ, ເຊື່ອມຕໍ່ການທ່ອງທ່ຽວລະຫວ່າງແຂວງ  ນິງບິ່ງ ແລະ ລ່າວກາຍ (ພາບ: baolaocai.vn)

ຜູ້ຕາງໜ້າຂອງສອງແຂວງ  ນິງບິ່ງ ແລະ ລ່າວກາຍ ໄດ້ແນະນໍາກ່ຽວກັບບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກຂອງແຕ່ລະທ້ອງຖິ່ນ.

        ກໍທີ່ກອງປະຊຸມ, ບັນດາວິສາຫະກິດທ່ອງທ່ຽວ ທີ່ມາຈາກແຂວງຕ່າງໆ  ໄດ້ສະເໜີຕໍ່ການນໍາສອງແຂວງດັ່ງກ່າວ ແລະ ຂະແໜງຄຸ້ມຄອງລັດ ກ່ຽວກັບການທ່ອງທ່ຽວ ເພື່ອຊອກຫາມາດຕະການພັດທະນາການທ່ອງທ່ຽວຂອງສອງແຂວງ ນິງບິ່ງ ແລະ ລ່າວກາຍ. ບັນດາວິສາຫະກິດ ມີຄວາມສົນໃຈເປັນພິເສດເຖິງຄວາມສາມາດບົ່ມຊ້ອນ, ກົນໄກນະໂຍບາຍບຸລິມະສິດ ເພື່ອດຶງດູດແຂກທ່ອງທ່ຽວ, ຟື້ນຟູຂະແໜງທ່ອງທ່ຽວ ພາຍຫຼັງໂລກລະບາດໂຄວິດ - 19.

        ມາຮອດຈຸດເວລານີ້, ບັນດາສະຖານທີ່ພັກເຊົາຢູ່ ນິງບິ່ງ ໄດ້ ແລະ ກໍາລັງຜັນຂະຫຍາຍຜະລິດຕະພັນໃໝ່ຫຼາຍຢ່າງ ເພື່ອກະຕຸ້ນການທ່ອງທ່ຽວຢູ່ພາຍໃນປະເທດ. ທາງແຂວງນິງບິ່ງ ຍັງສຸມໃສ່ຜັນຂະຫຍາຍບັນດາມາດຕະການພັດທະນາການທ່ອງທ່ຽວຢ່າງຄົບຊຸດ. 

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top