ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ບັນດາສະມາຊິກສະພາແຫ່ງຊາດຖືວ່າ ນີ້ແມ່ນຮ່າງກົດໝາຍທີ່ໄດ້ສົ່ງຜົນກະທົບເຖິງຫຼາກຫຼາຍເປົ້າໝາຍ, ຫຼາຍອົງການຈັດຕັ້ງ, ມີລັກສະນະພິເສດສະເພາະໃນລະບອບການເມືອງ, ກົດໝາຍຂອງ ຫວຽດນາມ.
ສະພາແຫ່ງຊາດຫວຽດນາມ ຊຸດທີ XV (ພາບ: quochoi.vn)
“ຖ້າຫາກປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານໄດ້ເປັນຢ່າງດີ, ເປີດເຜີຍ, ໂປ່ງໃສເພື່ອໃຫ້ປະຊາຊົນໄດ້ຮັບຮູ້ຂໍ້ມູນຂ່າວສານ, ກຳໄດ້ທຸກການເຄື່ອນໄຫວຂອງອົງການຄຸ້ມຄອງລັດໃນການນຳໃຊ້ແຫຼ່ງກຳລັງສາທາລະນະໃນບັນດາການຕັດສິນທີ່ກ່ຽວຂ້ອງເຖິງປະຊາຊົນ, ເຖິງວົງຄະນະຍາດ, ແນ່ນອນວ່າ ພວກເຮົາຈະໄດ້ຮັບຄຳເຫັນຈາກປະຊາຊົນເປັນຈຳນວນຫຼາຍເພື່ອໃຫ້ການຕັດສິນນັ້ນໄດ້ດີກວ່າ”.
ກໍໃນວັນທີ 14 ມິຖຸນາ, ບັນດາສະມາຊິກສະພາແຫ່ງຊາດໄດ້ລົງຄະແນນສຽງ ຮັບຮອງເອົາມະຕິວ່າດ້ວຍການສ້າງຕັ້ງຄະນະຕິດຕາມກວດກາຕາມຫົວເລື່ອງປີ 2023 ກ່ຽວກັບການລະດົມ, ຄຸ້ມຄອງ ແລະ ນໍາໃຊ້ບັນດາແຫຼ່ງກຳລັງຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19; ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການແພດຂັ້ນຮາກຖານ, ການແພດປ້ອງກັນ.
(ແຫຼ່ງຄັດຈາກ VOV)