ຂ່າວສານ

ເສີມ​ຂະ​ຫຍາຍ​ປະ​ຊ​າ​ທິ​ປະ​ໄຕ​​ໃນ​ການ​ເປັນ​ຕົວ​ແທນ, ເປີດກວ້າງ​ປະ​ຊາ​ທິ​ປະ​ໄຕ​ໂດຍ​ກົງ

ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ບັນດາສະມາຊິກສະພາແຫ່ງຊາດຖືວ່າ ນີ້ແມ່ນຮ່າງກົດໝາຍທີ່ໄດ້ສົ່ງຜົນກະທົບເຖິງຫຼາກຫຼາຍເປົ້າໝາຍ, ຫຼາຍອົງການຈັດຕັ້ງ, ມີລັກສະນະພິເສດສະເພາະໃນລະບອບການເມືອງ, ກົດໝາຍຂອງ ຫວຽດນາມ.

ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ບັນດາສະມາຊິກສະພາແຫ່ງຊາດຖືວ່າ ນີ້ແມ່ນຮ່າງກົດໝາຍທີ່ໄດ້ສົ່ງຜົນກະທົບເຖິງຫຼາກຫຼາຍເປົ້າໝາຍ, ຫຼາຍອົງການຈັດຕັ້ງ, ມີລັກສະນະພິເສດສະເພາະໃນລະບອບການເມືອງ, ກົດໝາຍຂອງ ຫວຽດນາມ. 

    

ສະພາແຫ່ງຊາດຫວຽດນາມ ຊຸດທີ XV (ພາບ: quochoi.vn)

ປືກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານໃນຕອນເຊົ້າວັນທີ 14 ມິຖຸນາ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ບັນດາສະມາຊິກສະພາແຫ່ງຊາດຖືວ່າ ນີ້ແມ່ນຮ່າງກົດໝາຍທີ່ໄດ້ສົ່ງຜົນກະທົບເຖິງຫຼາກຫຼາຍເປົ້າໝາຍ, ຫຼາຍອົງການຈັດຕັ້ງ, ມີລັກສະນະພິເສດສະເພາະໃນລະບອບການເມືອງ, ກົດໝາຍຂອງ ຫວຽດນາມ. ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານ ຮວ່າງວັນເກື່ອງ, ສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ຖືວ່າ:

        “ຖ້າຫາກປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານໄດ້ເປັນຢ່າງດີ, ເປີດເຜີຍ, ໂປ່ງໃສເພື່ອໃຫ້ປະຊາຊົນໄດ້ຮັບຮູ້ຂໍ້ມູນຂ່າວສານ, ກຳໄດ້ທຸກການເຄື່ອນໄຫວຂອງອົງການຄຸ້ມຄອງລັດໃນການນຳໃຊ້ແຫຼ່ງກຳລັງສາທາລະນະໃນບັນດາການຕັດສິນທີ່ກ່ຽວຂ້ອງເຖິງປະຊາຊົນ, ເຖິງວົງຄະນະຍາດ, ແນ່ນອນວ່າ ພວກເຮົາຈະໄດ້ຮັບຄຳເຫັນຈາກປະຊາຊົນເປັນຈຳນວນຫຼາຍເພື່ອໃຫ້ການຕັດສິນນັ້ນໄດ້ດີກວ່າ”.

        ກໍໃນວັນທີ 14 ມິຖຸນາ, ບັນດາສະມາຊິກສະພາແຫ່ງຊາດໄດ້ລົງຄະແນນສຽງ ຮັບຮອງເອົາມະຕິວ່າດ້ວຍການສ້າງຕັ້ງຄະນະຕິດຕາມກວດກາຕາມຫົວເລື່ອງປີ 2023 ກ່ຽວກັບການລະດົມ, ຄຸ້ມຄອງ ແລະ ນໍາໃຊ້ບັນດາແຫຼ່ງກຳລັງຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19; ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການແພດຂັ້ນຮາກຖານ, ການແພດປ້ອງກັນ.

(ແຫຼ່ງຄັດຈາກ VOV)


top