• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດ ດີຈີຕອນ - ກຳລັງຫນູນເຕີບໂຕຂອງເສດຖະກິດນະຄອນໂຮ່ຈີມິນ

ນະຄອນ ໂຮ່ຈີມິນ ແມ່ນທ້ອງຖິ່ນນຳຫນ້າໃນທົ່ວປະເທດປະຕິບັດການພັດທະນາເສດຖະກິດ ດິຈິຕອນ. ນະຄອນ ວາງຄາດໝາຍຮອດປີ 2025, ເສດຖະກິດ ດິຈິຕອນ ຈະກວມເອົາອັດຕາ 25% ໃນ GRDP ແລະ ຮອດປີ 2030 ແມ່ນ 40%. ເພື່ອບັນລຸຄາດໝາຍນັ້ນໃຫ້ໄດ້, ນະຄອນ ໄດ້ ແລະ ພວມສ້າງຫລາຍນະໂຍບາຍຊຸກຍູ້ການພັດທະນາເສດຖະກິດ ດິຈິຕອນ.
  ທ່ານນາງ ດັ້ງທິໝີເຈົາ, ຮອງຜູ້ອຳນວຍການໃຫຍ່ ສູນປ່ຽນແປງໃຫມ່ປະດິດຄິດສ້າງ Viet Locus.ພາບ: Vinh Quang  

 ບໍລິສັດ ຢາອານ ຈຳກັດ ຢູ່ ເມືອງ ບີ່ງເຕີນ, ແມ່ນບໍລິສັດຜະລິດກະແຈ ເອເລັກໂຕນິກ ກັນຂະໂມຍ ແລະ ອຸປະກອນ  GPS ຕິດຕາມລົດ. ຍ້ອນມີການຫັນເປັນ ດິຈິຕອນ ຢູ່ຂອດຜະລິດ ແລະ ບັນຊີ ຈຶ່ງເຮັດໃຫ້ວິສາຫະກິດນີ້ຫລຸດຜ່ອນລາຍຈ່າຍໄດ້ຫລາຍພໍສົມຄວນ ພ້ອມທັງເຮັດໃຫ້ ປະສິດທິຜົນການຜະລິດດຳເນີນທຸລະກິດເພີ່ມຂຶ້ນ ແຕ່ 25 – 30% ເມື່ອທຽບໃສ່ໄລຍະກ່ອນນີ້. ວິສາຫະກິດແຫ່ງນີ້ ພວມສືບຕໍ່ຫັນເປັນດິຈິຕອນຢູ່ ຂອດຂາຍເຄື່ອງ online . ທ່ານນາງ ຟ້າມທູຍອານ, ຜູ້ອຳນວຍການບໍລິສັດ ຢາອານ ຈຳກັດ ແບ່ງປັນ: ໃນວິວັດການຫັນເປັນດິຈິຕອນ ບໍລິສັດຕ້ອງການການຫນູນຊ່ວຍ, ໃຫ້ຄຳປຶກສາກ່ຽວກັບມາດຕະການດ້ານເຕັກໂນໂລຊີໃຫ້ເໝາະສົມ.

ຍຸກປະຈຸບັນ ຖ້າພວກເຮົາບໍ່ມີການຫັນເປັນ ດິຈິຕອນ ພວກເຮົາຈະບໍ່ໄປທັດທຽມກັບຕະຫລາດໄດ້ສຳລັບບໍລິສັດເຕັກໂນໂລຊີ ຄືພວກຂ້າພະເຈົ້າເລື່ອງຫັນເປັນດິຈິຕອນ ແມ່ນມີຄວາມສຳຄັນ ແລະ ຈຳເປັນທີ່ສຸດພວກຂ້າພະເຈົ້າຕ້ອງການຫົວຫນ່ວຍໃຫ້ຄຳປຶກສາເໝາະສົມກັບຄວາມສາມາດກຳລັງແຮງພາຍໃນ ເພື່ອຊອກຫາມາດຕະການຫັນເປັນດິຈິຕອນເໝາະສົມກັບດ້ານການເງິນຊັບພະຍາກອນມະນຸດ.”

ການຫັນເປັນ ດິຈິຕອນ ແມ່ນຄວາມຕ້ອງການຂອງວິສາຫະກິດຫລາຍແຫ່ງຢູ່ ນະຄອນ ໂຮ່ຈິມິນ ແຕ່ເຂົາເຈົ້າບໍ່ຮູ້ວ່າຈະເລີ່ມຕົ້ນຄືແນວໃດ. ຕໍ່ຫນ້າຄວາມຫຍຸ້ງຍາກຂອງວິສາຫະກິດ, ນະຄອນ ໄດ້ສ້າງຕັ້ງ ສູນຫນູນຊ່ວຍ ແລະ ໃຫ້ຄຳປຶກສາການຫັນເປັນ ດິຈິຕອນ. ຄຽງຄູ່ກັນນັ້ນ ມີຫລາຍບໍລິສັດສະຫນອງບໍລິການຫັນເປັນ ດິຈິຕອນກໍ່ມີຫລາຍມາດຕະການ, ເຄື່ອງມືໃຫ້ແກ່ແຕ່ລະຂະແຫນງ, ວິຊາສະເພາະ, ການບໍລິການຂອງແຕ່ລະວິສາຫະກິດ.

  ພາບປະກອບ: bao quoc te  

 ນະຄອນ ໂຮ່ຈີມິນ ແມ່ນສະຖານທີ່ມີອັດຕາພົນລະເມືອງນຳໃຊ້ smartphone ຫລາຍກວ່າໝູ່ໃນທົ່ວປະເທດ. ເຖິງຢ່າງໃດກໍຕາມ ເລື່ອງຫັນເປັນ ດິຈິຕອນ ຄວນມີຖັນແຖວແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພື້ນຖານໂຄງລ່າງເຕັກໂນໂລຊີຫັນເປັນ ດິຈິຕອນ. ທ່ານນາງ ດັ້ງທິໝີເຈົາ, ຮອງຜູ້ອຳນວຍການໃຫຍ່ ສູນປ່ຽນແປງໃຫມ່ປະດິດຄິດສ້າງ Viet Locus ຖືວ່າ:

 “ນະຄອນ ໂຮ່ຈີມິນ ຄວນສ້າງບັນດາກົນໄກພິເສດສະຫງວນໃຫ້ບັນດາວິສາຫະກິດເຂົ້າຮ່ວມການຫັນເປັນ ດິຈິຕອນບັນດາໂຄງການຂະຫນາດໃຫຍ່ນ້ອຍໃນລະດັບເສດຖະກິດມະຫາພາກ ອາດຈະໃຫ້ບຸລິມະສິດແກ່ວິສາຫະກິດ ຖ້າຫາກເຂົາເຈົ້າມີຄວາມສາມາດ ແລະ ເຕັກໂນໂລຊີໝູນໃຊ້ໄດ້ຫັນເປັນ ດິຈິຕອນ                     

ການຫັນເປັນ ດິຈິຕອນ, ພັດທະນາເສດຖະກິດ ດິຈິຕອນ ແມ່ນທ່າອ່ຽງທີ່ຈຳເປັນ ເຖິງຢ່າງໃດກໍຕາມ ເພື່ອບັນລຸໃຫ້ໄດ້ຄາດໝາຍທີ່ວາງອອກ, ທາງນະຄອນ ພວມສືບຕໍ່ເອົາໃຈໃສ່ເຖິງການລົງທຶນພັດທະນາພື້ນຖານໂຄງລ່າງດິຈິຕອນໃນຂົງເຂດອຸດສາຫະກຳ ແລະ ການບໍລິການ, ສ້າງຖານຂໍ້ມູນ, ອຸປະກອນນຳໃຊ້ລວມ, ຍູ້ໄວການຫັນເປັນ ດິຈິຕອນ. ນະຄອນ ຄວນສ້າງກົນໄກຫນູນຊ່ວຍພິເສດ ບຸລິມະສິດການຮ່ວມມືຄົ້ນຄ້ວາໝູນໃຊ້ ດິຈິຕອນ ລະຫວ່າງ ເຂດຄົ້ນຄ້ວາ ແລະ ເຂດອຸດສາຫະກຳ. ທ່ານ ຫວໍວັນຮວານ, ຮອງປະທານ ຄະນະກຳມະການ ປະຊາຊົນ ນະຄອນ ໂຮ່ຈິມິນ ໃຫ້ຮູ້ວ່າ:

ນະຄອນ ໂຮ່ຈີມິນ ສ້າງກົນໄກນະໂຍບາຍຫນູນຊ່ວຍວິສາຫະກິດຫັນເປັນ ດິຈິຕອນໃນນັ້ນ ມີລັດເຂົ້າຮ່ວມນຳພິເສດ ວິສາຫະກິເຕັກໂນໂລຊີຂໍ້ມູນຂ່າວສານ ໂທລະຄົມມະນາຄົມ ຕ້ອງເຂົ້າຮ່ວມນອກນັ້ນ ກົນໄກນະໂຍບາຍໃດຂຶ້ນກັບສິດອຳນາດຂອງນະຄອນທາງນະຄອນ ຈະປະຕິບັດຢ່າງທັນທີສ່ວນຍັງເຫລືອທີ່ບໍ່ນອນໃນຂອບເຂດສິດອຳນາດນະຄອນຈະລາຍງານເຖິງສູນກາງ

ເສດຖະກິດ ດິຈິຕອນ ກ່ຽວຂ້ອງເຖິງເຕັກໂນໂລຊີ, ສະນັ້ນ ນະຄອນ ພວມຫັນປ່ຽນຢ່າງວ່ອງໄວກວ່າອີກ ແລະ ສ້າງກົນໄກນະໂຍບາຍໃຫ້ສຳເລັດສົມບູນ, ຍົກລະດັບພື້ນຖານໂຄງລ່າງ ແລະ ສ້າງລະບົບຊີວະພາບທີ່ສະດວກໃຫ້ແກ່ວິສາຫະກິດພັດທະນາເສດຖະກິດ ດິຈິຕອນ. ນັ້ນແມ່ນກຳລັງຫນູນ ແລະ ສ້າງບາດກ້າວບຸກທະລຸໃຫ້ແກ່ເສດຖະກິດ ນະຄອນ ໂຮ່ຈີມິນ ເຕີບໂຕວ່ອງໄວກວ່າໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top