• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ພາກ​ພື້ນ (RCEP) ຄັ້ງ​ທີ 5

ຫວຽດນາມ ສະໜັບສະໜູນ ແລະ ຈະສືບຕໍ່ປະຕິບັດບັນດາຄຳໝັ້ນສັນຍາໃນສັນຍາ RCEP ຢ່າງເຂັ້ມງວດ ແລະ ຄົບຖ້ວນ, ພ້ອມທັງເປັນເຈົ້າການ, ຕັ້ງໜ້າສົມທົບກັບບັນດາປະເທດເພື່ອເປີດກວ້າງ ແລະ ຍົກສູງຄຸນນະພາບການຮ່ວມມືໃນຂອບເຂດ RCEP.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນກອງປະຊຸມ (ພາບ: VGP)

ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢູ່ ກົວລາ ລຳເປີ, ມາເລເຊຍ, ວັນທີ 27 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍການນຳບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມື (ອົດສະຕາລີ, ນິວຊີແລນ, ຍີ່ປຸ່່ນ, ສ.ເກົາຫຼີ, ຈີນ) ເຂົ້າຮ່ວມກອງປະຊຸມສຸດຍອດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຄັ້ງທີ 5 ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim (ປະເທດປະທານ ອາຊຽນ 2025).

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ບົດບາດຂອງ ສັນຍາ RCEP ໃນການພັດທະນາເສດຖະກິດພາກພື້ນ ອາຊີ - ປາຊີຟິກ, ບັນດາຜົນປະໂຫຍດຈະແຈ້ງ ເຊິ່ງສົນທິສັນຍານຳມາເຊິ່ງແກ່ຂະແໜງການຄ້າ, ການລົງທຶນ ແລະ ລະບົບສະໜອງຂອງພາກພື້ນ, ສ້າງພື້ນຖານໃຫ້ແກ່ບັນດາປະເທດສະມາຊິກພັດທະນາແບບຍືນຍົງ ແລະ ຍົກສູງກຳລັງຄວາມສາມາດແກ້ງແຍ້ງ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ຫວຽດນາມ ສະໜັບສະໜູນ ແລະ ຈະສືບຕໍ່ປະຕິບັດບັນດາຄຳໝັ້ນສັນຍາໃນສັນຍາ RCEP ຢ່າງເຂັ້ມງວດ ແລະ ຄົບຖ້ວນ, ພ້ອມທັງເປັນເຈົ້າການ, ຕັ້ງໜ້າສົມທົບກັບບັນດາປະເທດເພື່ອເປີດກວ້າງ ແລະ ຍົກສູງຄຸນນະພາບການຮ່ວມມືໃນຂອບເຂດ RCEP.

        ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງບັນດາການນຳກ່ຽວກັບສົນທິສັນຍາ RCEP, ໃນນັ້ນ ຢັ້ງຢືນວ່າ ບັນດາປະເທດສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ແລະ ຄຳໝັ້ນສັນຍາຊຸກຍູ້ການເຊື່ອມໂຍງເສດຖະກິດພາກພື້ນຢ່າງເປີດເຜີຍ, ກວມລວມ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ມຸ່ງໄປເຖິງອະນາຄົດ.

        ສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ກັບບັນດາຄູ່ຮ່ວມມື, ຕອນເຊົ້າວັນທີ 27 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບການນຳບັນດາປະເທດ ອາຊຽນ, ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ + 3 ຄັ້ງທີ 28 ຢູ່ນະຄອນຫຼວງ ກົວລາ ລຳເປີ, ມາເລເຊຍ. ການນຳບັນດາປະເທດ ອາຊຽນ +3 ໄດ້ຮັບຮອງເອົາຖະແຫຼງການກ່ຽວກັບການເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ ແລະ ການເງິນພາກພື້ນ.

 

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top