ໜັງສືພິມ El Economista ຂອງ ເມກຊີໂກ ໃຫ້ຂໍ້ສັງເກດວ່າ ເລື່ອງຫຼາຍປະເທດພ້ອມກັນລົງນາມໃນສົນທິສັນຍາ ຮ່າໂນ້ຍ ໄດ້ສ້າງຂີດໝາຍສຳຄັນໃນການມຸ່ງໄປເຖິງການສ້າງກອບນິຕິກຳລວມເພື່ອເພີ່ມທະວີການຮ່ວມມືສາກົນ ໃນການຕໍ່ສູ້ກັບອາດຊະຍາກຳເຕັກນິກດີຈີຕອນ - ຈາກການສໍ້ໂກງທາງອອນໄລ…
ໜ້າຈໍໜັງສືພິມ El Economista ຂອງເມັກຊີໂກ (ພາບ: TTXVN)
ສື່ມວນຊົນພາກພື້ນ ອາເມລິກາ ລາຕິນໃນຊຸມວັນຜ່ານມາໄດ້ພ້ອມກັນລົງຂ່າວຍ້ອງຍໍສັນລະເສີນຄວາມໝາຍຂອງພິທີເປີດການລົງນາມ ແລະ ກອງປະຊຸມສຸດຍອດ ສົນທິສັນຍາຂອງ ສປຊ ກ່ຽວກັບອາດຊະຍາກຳທາງອິນເຕີເນັດ ທີ່ຫາກໍດຳເນີນຢູ່ຮ່າໂນ້ຍ, ຖືນີ້ແມ່ນຂີດໝາຍປະຫວັດສາດ ໃນການຮ່ວມມືສາກົນ ເພື່ອແນໃສ່ຮັບປະກັນຄວາມປອດໄພທາງອິນເຕີເນັດ, ພ້ອມທັງຢັ້ງຢືນຖານະບົດບາດ, ອິດທິພົນຊື່ສຽງ ແລະ ຄວາມສາມາດໃນການຈັດຕັ້ງຂອງ ຫວຽດນາມ ເມື່ອໄດ້ຮັບການເລືອກເອົາເປັນປະເທດເຈົ້າພາບຂອງເຫດການທີ່ມີຂອບຂະໜາດທົ່ວໂລກນີ້.ໃນບົດຂຽນທີ່ມີຫົວຂໍ້ “ສປຊ ຮຽກຮ້ອງການປົກປ້ອງປະຊາຊົນໃນເຄືອຂ່າຍອິນເຕີເນັດ”, ຊ່ອງສື່ມວນຊົນຫຼາຍປະເພດ teleSUR ຂອງ ເວເນຊູເອລາ ໄດ້ຢັ້ງຢືນວ່າ ເລື່ອງ ຫວຽດນາມ ຈັດຕັ້ງເຫດການທີ່ມີລັກສະນະທົ່ວໂລກນີ້ໄດ້ສະແດງໃຫ້ເຫັນບົດບາດຕັ້ງໜ້າຂອງປະເທດເຈົ້າພາບໃນວິວັດການຊຸກຍູ້ລັດທິຫຼາຍຝ່າຍ, ສ້າງພື້ນທີ່ໂອ້ລົມສົນທະນາ ແລະ ການຮ່ວມມືຢ່າງແທ້ຈິງລະຫວ່າງບັນດາປະເທດ.
ໜັງສືພິມ El Economista ຂອງ ເມກຊີໂກ ໃຫ້ຂໍ້ສັງເກດວ່າ ເລື່ອງຫຼາຍປະເທດພ້ອມກັນລົງນາມໃນສົນທິສັນຍາ ຮ່າໂນ້ຍ ໄດ້ສ້າງຂີດໝາຍສຳຄັນໃນການມຸ່ງໄປເຖິງການສ້າງກອບນິຕິກຳລວມເພື່ອເພີ່ມທະວີການຮ່ວມມືສາກົນ ໃນການຕໍ່ສູ້ກັບອາດຊະຍາກຳເຕັກນິກດີຈີຕອນ - ຈາກການສໍ້ໂກງທາງອອນໄລ…
(ແຫຼ່ງຄັດຈາກ VOV)