ໂຄງການດັ່ງກ່າວຈະກໍ່ສ້າງສຳເລັດໃນເດືອນ ທັນວາ 2026 ປະກອບສ່ວນສ້າງພື້ນຖານ ແລະ ພັດທະນາຕາໜ່າງກະຈາຍສຽງ, ໂທລະພາບໃນດິນແດນລາວ.
ພິທີເລີ່ມລົງມືກໍ່ສ້າງ “ສະຖານີຖ່າຍທອດວິທະຍຸກະຈາຍສຽງ ແລະ ໂທລະພາບແຂວງ ຫົວພັນ”
ຕອນເຊົ້າວັນທີ 27 ຕຸລາ, ຢູ່ແຂວງ ຫົວພັນ, ລາວ, ໄດ້ດຳເນີນພິທີເລີ່ມລົງມືກໍ່ສ້າງ “ສະຖານີຖ່າຍທອດວິທະຍຸກະຈາຍສຽງ ແລະ ໂທລະພາບແຂວງ ຫົວພັນ”. ນີ້ແມ່ນໂຄງການໂດຍລັດຖະບານ ຫວຽດນາມ ມອບໃຫ້ສະຖານີໂທລະພາບແຫ່ງຊາດ ຫວຽດນາມ ປະຕິບັດ ດ້ວຍ 3 ກຸ່ມໜ້າວຽກຕົ້ນຕໍ, ລວມມີ: ກຸ່ມໜ້າວຽກຖ່າຍທອດກະຈາຍສຽງ, ໂທລະພາບ; ຜະລິດ, ກະກຽມບັນດາເນື້ອໃນລາຍການກະຈາຍສຽງ ແລະ ບັນດາກິດຈະກຳຊ່ວຍໜູນ.
ຄາດວ່າ, ໂຄງການດັ່ງກ່າວຈະກໍ່ສ້າງສຳເລັດໃນເດືອນ ທັນວາ 2026 ປະກອບສ່ວນສ້າງພື້ນຖານ ແລະ ພັດທະນາຕາໜ່າງກະຈາຍສຽງ, ໂທລະພາບໃນດິນແດນລາວ; ພ້ອມທັງຖ່າຍທອດຄື້ນບັນດາລາຍການຂອງສະຖານີໂທລະພາບ ຫວຽດນາມ ເພື່ອຮັບໃຊ້ປະຊາຄົມຊາວ ຫວຽດນາມ ແລະ ຊາວ ລາວ ຮູ້ພາສາ ຫວຽດນາມ ຢູ່ແຂວງ ຫົວພັນ ອີກດ້ວຍ.
(ແຫຼ່ງຄັດຈາກ VOV)