• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອິນເດີຍ ແລະ ອາຊຽນ - ຍີ່ປຸ່ນ

ຫວຽດນາມ ສະໜັບສະໜູນ ອິນເດຍ ສືບຕໍ່ຜັນຂະຫຍາຍນະໂຍບາຍ “ການກະທຳມຸ່ງໄປສູ່ທິດຕາເວັນອອກ”, ເພີ່ມທະວີການຮ່ວມມືຢ່າງຮອບດ້ານ, ແທດຈິງກັບ ອາຊຽນ.
ກອງປະຊຸມສຸດຍອດ ອາຊຽນ - ອິນເດຍ ຄັ້ງທີ 22 (ພາບ: TTXVN)

ຕອນບ່າຍວັນທີ 26 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ພ້ອມກັບການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອິນເດຍ ຄັ້ງທີ 22 ຢູ່ນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ ຫວຽດນາມ ສະໜັບສະໜູນ ອິນເດຍ ສືບຕໍ່ຜັນຂະຫຍາຍນະໂຍບາຍ “ການກະທຳມຸ່ງໄປສູ່ທິດຕາເວັນອອກ”, ເພີ່ມທະວີການຮ່ວມມືຢ່າງຮອບດ້ານ, ແທດຈິງກັບ ອາຊຽນ.

        ເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ອາຊຽນ - ອິນເດຍ ໃຫ້ເລິກເຊິ່ງກວ່າເກົ່າ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ສະເໜີການກຳນົດທິດໃຫຍ່ຈຳນວນໜຶ່ງ, ຄື: ເພີ່ມທະວີການເຊື່ອມຕໍ່ດ້ານເສດຖະກິດ, ສ້າງໂຄງປະກອບສະພາວິສາຫະກິດ ອາຊຽນ - ອິນເດຍ ຄືນໃໝ່; ຍູ້ແຮງການລົງທຶນເຂົ້າເຕັກໂນໂລຊີສູງ, logistics, AI ແລະ ເຄິ່ງຊັກນຳໄຟຟ້າ; ເປີດກວ້າງການພົວພັນແລກປ່ຽນປະຊາຊົນ, ຮ່ວມມືດ້ານການສຶກສາ, ສາທາລະນະສຸກ, ວັດທະນະທຳ, ທ່ອງທ່ຽວ; ສືບຕໍ່ສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະ ແກ້ໄຂການຂັດແຍ້ງກັນໃຫ້ສອດຄ່ອງກັບກົດໝາຍສາກົນ…

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 28 ພ້ອມກັບບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນຈະຮ່ວມມືຢ່າງແໜ້ນແຟ້ນພ້ອມກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ເພື່ອຊຸກຍູ້ບັນດາບຸລິມະສິດຮ່ວມ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top