ຂ່າວສານ
ເວເນຊູເອລາ ຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີ ແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ
ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ເວເລຊູເອລາ Tatiana Pugh ເນັ້ນໜັກວ່າ ການຊີ້ນຳນຳພາອັນສະຫຼາດສ່ອງໃສ, ຖືກຕ້ອງຂອງພັກຄອມມູນິດ ຫວຽດນາມ ແລະ ແນວຄິດ ປະທານ ໂຮ່ຈີມິນ ແມ່ນປັດໄຈແຖວໜ້າຕັດສິນທຸກໄຊຊະນະຂອງການປະຕິວັດ ຫວຽດນາມ. ທ່ານຮອງລັດຖະມົນຕີ ເນັ້ນໜັກວ່າ ໄຊຊະນະລະດູບານໃໝ່ປີ 1975 ໄດ້ນຳ ຫວຽດນາມ ກ້າວເຂົ້າສູ່ສັງກາດເອກະລາດຊົນຊາດ ແລະ ສັງຄົມນິຍົມ.
ສ່ວນທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເວເນຊູເອລາ ຫວູຈູງໝີ ເນັ້ນໜັກວ່າ ພາຍຫຼັງ 50 ປີ ແຫ່ງວັນຍາດໄດ້ໄຊຊະນະ ແລະ ເກືອບ 40 ປີແຫ່ງການປະຕິບັດພາລະກິດປ່ຽນແປງໃໝ່, ປັດຈຸບັນ ຫວຽດນາມ ພວມກ້າວເຂົ້າສູ່ສັງກາດໃໝ່, ສັງກາດບຸກບືນຂອງຊາດ, ຮັ່ງມີເຂັ້ມແຂງ, ສີວິໄລ, ວັດທະນາຖາວອນ.
ເນື່ອງໃນໂອກາດນີ້ ກໍໄດ້ດຳເນີນງານວາງສະແດງ ພາບຖ່າຍ “ຫວຽດນາມ, ປະເທດຊາດ, ຊາວຫວຽດນາມ ແລະ ຜົນງານພາລະກິດແຫ່ງການປ່ຽນແປງໃໝ່ຢູ່ ຫວຽດນາມ.