• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານ​ບຸນ Carnaval ຮະ​ລອງ 2025: ງານ​ລາ​ຕີ​ຂອງ​ມໍ​ລະ​ດົກ, ສີ​ສັນ ແລະ ແຜ່​​ລັດ​ສະ​ໝີ

ຕອນຄ່ຳວັນທີ 01 ພຶດສະພາ, ງານບຸນ Carnaval ຮະລອງ 2025 ດ້ວຍຫົວຂໍ້ “ເຊື່ອມຕໍ່ມໍລະດົກ - ປະຈັນບານແຜ່ລັດສະໝີ” ດຳເນີນໃນຕາແສງ ບ໊າຍໄຈ, ນະຄອນ ຮະລອງ, ແຂວງ ກວ໋າງນິງ.
ມີນັກສະແດງເປັນມືອາຊີບ ແລະ ບໍ່ເປັນມືອາຊີບປະມານ 1.000 ຄົນ ໄດ້ເລົ່າຄືນເລື່ອງລາວປະຫວັດສາດ, ວັດທະນະທຳທີ່ເປັນເອກະລັກຂອງ ກວ໋າງນິງ

ທີ່ພິທີໄຂງານບຸນ Carnaval ຮະລອງ 2025, ບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງ 3 ພາກເໜືອ - ກາງ - ໃຕ້ ໂດຍອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ຮັບຮອງເອົານັ້ນ ກໍໄດ້ວາດພາບຄືນ ແລະ ເຮັດໃໝ່ຜ່ານ 3 ລາຍການສະແດງສິລະປະ. ມີນັກສະແດງເປັນມືອາຊີບ ແລະ ບໍ່ເປັນມືອາຊີບປະມານ 1.000  ຄົນ ໄດ້ເລົ່າຄືນເລື່ອງລາວປະຫວັດສາດ, ວັດທະນະທຳທີ່ເປັນເອກະລັກຂອງ ກວ໋າງນິງ, ຂອງປະເທດຊາດຜ່ານບັນດາລາຍການສະແດງສິລະປະ, ປະກອບສ່ວນຢັ້ງຢືນເຄື່ອງໝາຍການຄ້າ ງານບຸນ Carnaval ຮະລອງ ດ້ວຍຄວາມຄາດຫວັງ ນຳ ກວ໋າງນິງ ກາຍເປັນສູນວັດທະນະທຳ, ທ່ອງທ່ຽວ, ງານບຸນທີ່ມີລະດັບສາກົນ. ທ່ານຮວ່ງກົງເກື່ອງ, ຫົວໜ້າກຳກັບງານບຸນ Carnaval ຮະລອງ ປີ 2025, ແບ່ງປັນວ່າ:

        “ເວທີ Carnaval 2025 ມີການປ່ຽນແປງໃໝ່ຫຼາຍຢ່າງ, ນັ້ນແມ່ນ ພວກເຮົານຳເອົານ້ຳໃຈຂອງບັນດາງານບຸນ Carnaval ໃຫຍ່ໃນໂລກມານີ້ ເພື່ອສະແດງບັນດາຮູບພາບງາມທີ່ສຸດຂອງ ຫວຽດນາມ ເວົ້າລວມ ແລະ ກວ໋າງນິງ ເວົ້າສະເພາະ  ສົ່ງເຖິງບັນດາເພື່ອນມິດ ແລະ ແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນ.”

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປັນ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳສູນ​ກາງ ກ່ຽວ​ກັບ​ການ​ສ້າງ​ລະ​ບອບ​ລະ​ບຽບ​ການ, ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປັນ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳສູນ​ກາງ ກ່ຽວ​ກັບ​ການ​ສ້າງ​ລະ​ບອບ​ລະ​ບຽບ​ການ, ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ

ກົມການເມືອງ ຫາກໍປະກາດໃຊ້ຂໍ້ຕົກລົງສະບັບເລກທີ 288 – NQ/TW ວ່າດ້ວຍການສ້າງຕັ້ງຄະນະຊີ້ນຳສູນກາງກ່ຽວກັບການສ້າງລະບອບລະບຽບການ, ກົດໝາຍໃຫ້ສົມບູນແບບ.

Top