• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາ​ງ​ລັດ​ຖະ​ກິດ​ປະ​ເທດ ກາ​ຊັກ​ສະ​ຖານ, ເອ​ເຊັກ​ໄບ​ຢານ, ເບ​ລາ​ຣຸດ ແລະ ຢ້ຽມ​ຢ້າມ​ສະ​ຫະ​ພັນ ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການ

ການເດີນທາງຢ້ຽມຢາມຕ່າງປະເທດຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ໂຕເລິມ ດຳເນີນແຕ່ວັນທີ 05 ພຶດສະພາ ຫາວັນທີ 12 ພຶດສະພາ.
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ (

ວັນທີ 02 ພຶດສະພາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການ ໂດຍໃຫ້ຮູ້ວ່າ: ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີ ສ. ກາຊັກສະຖານ, Kassym-Jormat Tokayev; ທ່ານປະທານາທິບໍດີ ອາເຊັກໄບຢານ Ilham Aliyev; ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ສ. ເບລາຣຸດ,  Aleksandr Lukashenko, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເດີນທາງໄປຢ້ຽມຢາມທາງລັດຖະກິດ ສ. ກາຊັກສະຖານ, ສ.ອາເຊັກໄບຢານ ແລະ ຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີ ແຫ່ງວັນໄຊຊະນະໃນສົງຄາມປ້ອງກັນປະເທດອັນຍິ່ງໃຫຍ່ (1945-2025), ຢ້ຽມຢາມທາງລັດຖະກິດ ສ.ເບລາຣຸດ. ການເດີນທາງຢ້ຽມຢາມຕ່າງປະເທດຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ໂຕເລິມ ດຳເນີນແຕ່ວັນທີ 05 ພຶດສະພາ ຫາວັນທີ 12 ພຶດສະພາ.

 

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປັນ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳສູນ​ກາງ ກ່ຽວ​ກັບ​ການ​ສ້າງ​ລະ​ບອບ​ລະ​ບຽບ​ການ, ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປັນ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳສູນ​ກາງ ກ່ຽວ​ກັບ​ການ​ສ້າງ​ລະ​ບອບ​ລະ​ບຽບ​ການ, ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ

ກົມການເມືອງ ຫາກໍປະກາດໃຊ້ຂໍ້ຕົກລົງສະບັບເລກທີ 288 – NQ/TW ວ່າດ້ວຍການສ້າງຕັ້ງຄະນະຊີ້ນຳສູນກາງກ່ຽວກັບການສ້າງລະບອບລະບຽບການ, ກົດໝາຍໃຫ້ສົມບູນແບບ.

Top