ໃນບັນຍາກາດເຄັ່ງຂຶມ ແລະ ຕື້ນຕັນໃຈຂອງພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວັກຢຸງ ເນັ້ນໜັກຄວາມໝາຍປະຫວັດສາດອັນຍິ່ງໃຫຍ່ຂອງ ໄຊຊະນະວັນທີ 30 ເມສາ, ຂີດໝາຍສິ້ນສຸດສົງຄາມ, ເປີດສັງກາດໃໝ່ໃຫ້ແກ່ຊາດ ຫວຽດນາມ: ສັນຕິພາບ, ເອກະພາບ ແລະ ພັດທະນາ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວັກຢຸງ ກ່າວຄຳເຫັນໃນພິທີ
ວັນທີ 30 ເມສາ (ຕາມເວລາທ້ອງຖິ່ນ) ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ໄດ້ຈັດພິທີສະເຫຼີມສະຫຼອງ 50 ປີ ແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025) ຂຶ້ນຢ່າງສົມກຽດ. ໃນບັນຍາກາດເຄັ່ງຂຶມ ແລະ ຕື້ນຕັນໃຈຂອງພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວັກຢຸງ ເນັ້ນໜັກຄວາມໝາຍປະຫວັດສາດອັນຍິ່ງໃຫຍ່ຂອງ ໄຊຊະນະວັນທີ 30 ເມສາ, ຂີດໝາຍສິ້ນສຸດສົງຄາມ, ເປີດສັງກາດໃໝ່ໃຫ້ແກ່ຊາດ ຫວຽດນາມ: ສັນຕິພາບ, ເອກະພາບ ແລະ ພັດທະນາ.
ທ່ານເອກອັກຄະລັດຖະທູດ ກໍຢັ້ງຢືນ ການພັດທະນາຢ່າງກະໂດດຂັ້ນໃນການພົວພັນ ຫວຽດນາມ - ອາເມລິກາ, ຈາກການສູ້ຢັນກັນໄປສູ່ການເຈລະຈາ, ຈາກສັດຕູກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ນີ້ແມ່ນຜົນງານຂອງວິວັດການຮ່ຳບາດແຜສົງຄາມ, ມານະພະຍາຍາມ ແລະ ເຈດຈຳນົງຢ່າງບໍ່ຢຸດຢັ້ງຈາກທັງສອງຝ່າຍ. ທ່ານເອກອັກຄະລັດຖະທູດ ຫງວຽນກວັກຢຸງ ຖືວ່າ ພິທີສະເຫຼີມສະຫຼອງກໍແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ລຸ້ນພໍ່ລຸ້ນອ້າຍທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດຂອງຊາດ, ພ້ອມທັງເນັ້ນໜັກເຖິງຄວາມຮັບຜິດຊອບຂອງຄົນລຸ້ນປັດຈຸບັນ.
(ແຫຼ່ງຄັດຈາກ VOV)