ພາຍໃຕ້ການເປັນປະທານຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ, ກົມການເມືອງ, ຄະນະເລຂາທິການ ໄດ້ໂຮມປະຊຸມ, ປະກອບຄຳເຫັນກ່ຽວກັບສະພາບການ, ຄວາມຄືບໜ້າປະຕິບັດມະຕິກອງປະຊຸມສູນກາງຄັ້ງທີ 11 ຂອງພັກຄອມມູນິດ ຫວຽດນາມ ຊຸດທີ XIII, ບັນດາບົດສະຫຼຸບຂອງກົມການເມືອງ, ຄະນະເລຂາທິການ ກ່ຽວກັບການສັບຊ້ອນກົງຈັກການຈັດຕັ້ງ ແລະ ຫົວໜ່ວຍບໍລິຫານທຸກຂັ້ນ.
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ເປັນປະທານກອງປະຊຸມ
ວັນທີ 03 ພຶດສະພາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ, ກົມການເມືອງ, ຄະນະເລຂາທິການ ໄດ້ໂຮມປະຊຸມ, ປະກອບຄຳເຫັນກ່ຽວກັບສະພາບການ, ຄວາມຄືບໜ້າປະຕິບັດມະຕິກອງປະຊຸມສູນກາງຄັ້ງທີ 11 ຂອງພັກຄອມມູນິດ ຫວຽດນາມ ຊຸດທີ XIII, ບັນດາບົດສະຫຼຸບຂອງກົມການເມືອງ, ຄະນະເລຂາທິການ ກ່ຽວກັບການສັບຊ້ອນກົງຈັກການຈັດຕັ້ງ ແລະ ຫົວໜ່ວຍບໍລິຫານທຸກຂັ້ນ. ເຂົ້າຮ່ວມກອງປະຊຸມ ມີທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ, ທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດ ຫວຽດນາມ. ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີວ່າ:
“ຂ້າພະເຈົ້າສະເໜີໃຫ້ຄະນະພັກທຸກຂັ້ນ, ອົງການຈັດຕັ້ງພັກ ຊີ້ນຳນຳພາ ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກຂັ້ນຮາກຖານ, ຂັ້ນເທິງໂດຍກົງຂອງອົງການຈັດຕັ້ງພັກຂັ້ນຮາກຖານ ແລະ ກະກຽມຈັດກອງປະຊຸມໃຫຍ່ອົງຄະນະພັກຂັ້ນແຂວງ ໃຫ້ຮັບປະກັນຖືກຕ້ອງຕາມຄວາມຄືບໜ້າ, ຄວາມຮຽກຮ້ອງຂອງຄຳສັ່ງເລກທີ 45 – CT/TW ຂອງກົມການເມືອງ, ໃສ່ໃຈປະຕິບັດວຽກງານສ້າງເອກະສານ ແລະ ບຸກຄະລາກອນຢູ່ບ່ອນປັບປຸງກົງຈັກ, ການໂຮມເຂົ້າກັນໃຫ້ເປັນຢ່າງດີ. ປະຕິບັດວຽກງານການເມືອງແນວຄິດສຳລັບພະນັກງານ, ລັດຖະກອນ, ພາລະກອນ, ຜູ້ອອກແຮງງານໃນສຳນັກງານ, ອົງການໃຫ້ເປັນຢ່າງດີ; ປະຕິບັດຂໍ້ກຳນົດນະໂຍບາຍສຳລັບພະນັກງານ, ລັດຖະກອນ, ພາລະກິດ, ຜູ້ອອກແຮງງານທີ່ຖືກຜົນກະທົບຈາກການສັບຊ້ອນຢ່າງເຂັ້ມງວດ, ຖືກຕ້ອງ ແລະ ຄົບຖ້ວນ”.
(ແຫຼ່ງຄັດຈາກ VOV)