ເຖິງວ່າ ໄລຍະເວລາໄດ້ຜ່ານພົ້ນໄປເປັນເວລາເຄິ່ງສະຕະວັດກໍ່ຕາມ ແຕ່ສຳລັບພັນຕີ ນັກຮົບເກົ່າ ຫວູດິ່ງມ່ວນ ແລ້ວ, ການບຸກໂຈມຕີ ແລະ ລຸກຮື້ຂຶ້ນຂະໜາດໃຫຍ່ເມື່ອລະດູບານໃໝ່ປີ 1975 ພິເສດແມ່ນການບຸກໂຈມຕີສະໜາມບິນ ເຕິນເຊີນເຍິດ ເຊິ່ງແມ່ນການບຸກໂຈມຄັ້ງສຸດທ້າຍຍັງຝັງເລິກໃນຄວາມຊົງຈຳຂອງທ່ານ.
ກອງທັບປົດປ່ອຍບຸກໂຈມຕີສະໜາມບິນເຕີນເຊີນເຍິດ
ເມື່ອໄດ້ຍິນສຽງເຮືອບິນເທິງທ້ອງຟ້ານະຄອນ ໂຮ່ຈີມິນ ໃນຊຸມວັນສະເຫຼີມສະຫຼອງ 50 ປີ ແຫ່ງວັນປົດປ່ອຍພາກໃຕ້, ຄວາມຊົງຈຳຫຼາຍຢ່າງຂອງພັນຕີນັກຮົບເກົ່າ ຫວູດິ່ງມ່ວນ ພັດຖືກບຸກລຸກ. ນັ້ນແມ່ນວັນທີ່ກ່ອນນີ້ 50 ປີ, ກົມກອງຂອງທ່ານໄດ້ຮັບຄຳສັ່ງຈາກສະໜາມຮົບເຂດ ເຕິຍງວຽນ ເຄື່ອນທັບຢ່າງວ່ອງໄວ ເພື່ອເຂົ້າຮ່ວມບັ້ນຮົບ ໂຮ່ຈີມິນ ປະຫວັດສາດ ດ້ວຍຈິດໃຈຕັດສິນໃຈສູ້ຮົບ ແລະ ຕັດສິນໃຈເອົາຊະນະຢ່າງສົມບຸນ. ຄາວນັ້ນ ຫວູດິ່ງມ່ວນ ພວມແມ່ນຮອງຫົວໜ້າກອງຮ້ອຍເລກ 5, ກອງພັນ 5, ກອງພັນໃຫຍ່ 24, ກອງພົນ 10. ພັນຕີ ຫວູດິ່ງມ່ວນ ຫວນຄືນວ່າ:
“ບົນເສັ້ນທາງເຄື່ອນທັບບຸກເຂົ້າ ໄຊງ່ອນ, ພວກຂ້າພະເຈົ້າບໍ່ເດີນຕາມທາງໃຫຍ່ ເພື່ອຫຼີກເວນກໍລະນີສັດຕູຫ້າງລະເບີດຢູ່ຕາມທາງຫຼວງ. ເມື່ອເຄື່ອນທັບປະຊາຊົນຢູ່ແຫ່ງທີ່ພວກຂ້າພະເຈົ້າເດີນຜ່ານກໍ່ໄດ້ນຳເອົາໝາກໄມ້ຫຼາຍຊະນິດຂຶ້ນໃສ່ລົດພວກຂ້າພະເຈົ້າເພື່ອມອບໃຫ້ອ້າຍນ້ອງທະຫານເປັນຂອງຂວັນ”
ສຽງປືນໃຫຍ່ໄດ້ດັງຂຶ້ນຢູ່ສະໜາມບິນ ເຕິນເຊີນເຍິດ ເຊິ່ງໄດ້ເປີດສາກໃຫ້ແກ່ການບຸກໂຈມຕີຂອງກອງທັບປົດປ່ອຍເຂົ້າຖານທີ່ໝັ້ນທີ່ສຳຄັນຂອງອຳນາດການປົກຄອງ ໄຊງ່ອນ. ກອພັນໃຫຍ່ 24 ຂອງພັນຕີ ຫວູດິ່ງມ່ວນ ໄດ້ຮັບໜ້າທີ່ບຸກໂຈມຕີສະໜາມບິນ ເຕິນເຊີນເຍິດ ແລະ ກອງບັນຊາການທະຫານຫຸ່ນຈາກທິດໃຕ້ ແລະ ທິດຕາເວັນຕົກພາກໃຕ້. ຮອດຕອນທ່ຽງວັນທີ 30 ເມສາ ກອງທັບປົດປ່ອຍໄດ້ເປັນເຈົ້າສະໜາມບິນ ເຕິນເຊີນເຍິດ ຢ່າງສິ້ນເຊີງ. ທຸງປົດປ່ອຍໄດ້ປິວສະບັດຢູ່ສະໜາມບິນໃນທ່າມກາງຄວາມເບີກບານມ່ວນຊື່ນຂອງບັນດາອ້າຍທະຫານ. ພັນຕີ ຫວູດິ່ງມ່ວນ ຫວນຄືນວ່າ :
“ພະນັກງານນັກຮົບທັງໝົດ ລ້ວນແຕ່ກຳນົດໜ້າທີ່ຄວາມຮັບຜິດຊອບຂອງຕົນ ແລະ ມີຄາມເອກອ້າງທະນົງໃຈ ເມື່ອໄດ້ເຂົ້າຮ່ວມການປຸກໂຈມຕີສຸດທ້າຍ ເພື່ອປົດປ່ອຍພາກໃຕ້. ດັ່ງນັ້ນອ້າຍນ້ອງກໍ່ເບີກບານໃຈ. ຈິດໃຈສູ້ຮົບຢ່າງພິລະອາດຫານຂອງເຮົາເອງ ແລະ ເພື່ອນຮ່ວມກົມກອງ ໄດ້ຕີຢຶດຄອງເປົ້າໝາຍສຸດທ້າຍນັ້ນແມ່ນສະໜາມບິນ ເຕິນເຊີນເຍິດ”.
ຄ່ຳຄືນທຳອິດຂອງວັນປະເທດຊາດໂຮມເຂົ້າກັນເປັນເອກະພາບ, ພັນຕີ ຫວູດິ່ງມ່ວນ ພ້ອມກັບເພື່ອຮ່ວມກົມກອງໄດ້ຈັດງານລ້ຽງເພື່ອຮັບຕ້ອນວັນພາກໃຕ້ໄດ້ຮັບການປົດປ່ອຍ ປະເທດຊາດໄດ້ໂຮມເຂົ້າກັນເປັນປຶກໜຶ່ງແຜ່ນດຽວ. ພັນຕີ ຫວູດິ່ງມ່ວນ ໃຫ້ຮູ້ວ່າ:
“ພາຍຫຼັງວັນປົດປ່ອຍ, ພວກຂ້າພະເຈົ້າສືບຕໍ່ດຳເນີນການລາດຕະເວນ ເພື່ອປ້ອງກັນສະໜາມບິນ ເຕິນເຊີນເຍິດ ກໍ່ຄືປ້ອງກັນວຄາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຢູ່ບໍລິເວນທີ່ໄດ້ຮັບການມອບໝາຍ”.
ໄລຍະເຄິ່ງສະຕະວັດໄດ້ຜ່ານພົ້ນໄປ ແຕ່ເມື່ອເວົ້າເຖິງການບຸກໂຈມຕີສະໜາມບິນ ເຕິນເຊີນເຍິດ ນັ້ນ, ພ້ອມກັບຄວາມມ່ວນຊື່ນ ກໍ່ແມ່ນຄວາມຄິດຮອດຄິດເຖິງບັນດາເພື່ອນຮ່ວມກົມກອງທີ່ເສຍສະຫຼະຊີວິດໃນຈຸດເວລາກ່ອນທີ່ໄດ້ຮັບການປົດປ່ອຍ. ທ່ານ ດິງຈ້ອງຄ໋າຍ ຜູ້ເຂົ້າຮ່ວມການບຸກໂຈມຕີສະໜາມບິນ ເຕິນເຊີນເຍິດ ໃຫ້ຮູ້ວ່າ:
“ຂ້າພະເຈົ້າພ້ອມກັບອ້າຍ ມ່ວນ ຍັງຮັກແພງກັນຄືເມື່ອກ່ອນນີ້. ຢູ່ສະໜາມຮົບອ້າຍນ້ອງກໍ່ຮັກແພງກັນປຽບເໝືອນອ້າຍນ້ອງຄີງ. ປະເທດຊາດມີສັນຕິພາບແມ່ນມ່ວນຊື່ນທີ່ສຸດ ແຕ່ພັດຄິດເຖິງບັນດາອ້າຍນ້ອງເພື່ອນຮ່ວມກົມກອງຍັງລ່ວງລັບໄປຢູ່ສະໜາມຮົບ”.
ບັນດານັກຮົບຄືພັນຕີ ຫວູດິ່ງມ່ວນ ແມ່ນພະຍານຫຼັກຖານທີ່ມີຊີວິດໃນປະຫວັດສາດກ່ຽວກັບຈິດໃຈຮັກຊາດ.ບັນດາເລື່ອງລາວທີ່ເຂົາເຈົ້າປະໄວ້ໄດ້ຊ່ວຍໃຫ້ລຸ້ນໄວໜຸ່ມເຂົ້າໃຈຫຼາຍກວ່າກ່ຽວກັບໄວໜຸ່ມລຸ້ນກ່ອນທີ່ໄດ້ລືມເນື້ອລືມຕົວຍອມເສຍສະຫຼະເລືອດເນື້ອ ເພື່ອພາລະກິດທ້ອນໂຮມປະເທດຊາດເປັນເອກະພາບ.
(ແຫຼ່ງຄັດຈາກ VOV)