• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້​ມີ​ສິດ​ເລືອກ​ຕັ້ງ ສິງ​ກະ​ໂປ ປ່ອນ​ບັດ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທີ 14

ນີ້ແມ່ນການເລືອກຕັ້ງຄັ້ງທີ 14 ຂອງ ສິງກະໂປ ນັບແຕ່ເມື່ອຍາດໄດ້ເອກະລາດ ແລະ ຮັບຖືວ່າ ນີ້ແມ່ນການທົດສອບທີ່ສຳຄັນສຳລັບທ່ານນາຍົກລັດຖະມົນຕີ Lawrence Wong, ຜູ້ສືບທອດຕຳແໜ່ງຈາກທ່ານ ຫຼີຊຽນຫຼົງ ແຕ່ປີ 2024.
ຜູ້ມີສິດເລືອກຕັ້ງປະມານ 2,75 ລ້ານຄົນ ໄປສະແດງວິໄສທັດຂອງຕົນ ເມື່ອໄປປ່ອນບັດເລືອກຕັ້ງ (ພາບ: TTXVN)

ວັນທີ 3 ພຶດສະພາ, ຜູ້ມີສິດເລືອກຕັ້ງປະມານ 2,75 ລ້ານຄົນ ໄດ້ສະແດງວິໄສທັດຂອງຕົນເມື່ອປ່ອນບັດສະໜັບສະໜູນໃຫ້ບັນດາການນຳໃນອະນາຄົດຂອງປະເທດຊາດ. ນີ້ແມ່ນການເລືອກຕັ້ງຄັ້ງທີ 14 ຂອງ ສິງກະໂປ ນັບແຕ່ເມື່ອຍາດໄດ້ເອກະລາດ ແລະ ຮັບຖືວ່າ ນີ້ແມ່ນການທົດສອບທີ່ສຳຄັນສຳລັບທ່ານນາຍົກລັດຖະມົນຕີ Lawrence Wong, ຜູ້ສືບທອດຕຳແໜ່ງຈາກທ່ານ ຫຼີຊຽນຫຼົງ ແຕ່ປີ 2024. ໃນການເລືອກຕັ້ງຄັ້ງນີ້, ບັນດາພັກ ຈະແຂ່ງຂັນກັນເພື່ອຍາດໄດ້ 97 ບ່ອນນັ່ງຢູ່ສະພາແຫ່ງຊາດ, ແບ່ງເປັນ 33 ເຂດເລືອກຕັ້ງ, ລວມມີ 15 ເຂດເລືອກຕັ້ງຍ່ອຍ ແລະ 18 ເຂດເລືອກຕັ້ງເປັນກຸ່ມ.

ໃນ 9 ວັນຂົນຂວາຍຫາສຽງເລືອກຕັ້ງຜ່ານມາ, ປະຊາຊົນ ສິງກະໂປ ໄດ້ຮັບຟັງຫຼາຍນະໂຍບາຍຂອງແຕ່ລະພັກຜ່ານບັນດາໂຄງການຫາສຽງເລືອກຕັ້ງ, ການໂຮມຊຸມນຸມມິດຕິງ, ບັນດາການພົບປະຜູ້ມີສິດເລືອກຕັ້ງ, ດ້ວຍຈິດໃຈແກ້ງແຍ້ງຢ່າງເຄັ່ງຕຶງລະຫວ່າງບັນດາພັກການເມືອງ. ການເລືອກຕັ້ງທົ່ວປະເທດໃນປີນີ້ຂອງ ສິງກະໂປ ໄດ້ຮັບຖືວ່າ ແມ່ນການເລືອກຕັ້ງແຫ່ງວິໄສທັດ.

(ແຫຼ່ງຄັດຈາກ VOV)

ເວ​ເນ​ຊູ​ເອ​ລາ ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ

ເວ​ເນ​ຊູ​ເອ​ລາ ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ

ພິທີໂຮມຊຸມນຸມມິດຕິງ ສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ 1975 – 30 ເມສາ 2025) ໄດ້ຈັດຂຶ້ນໃນວັນທີ 2 ພຶດສະພາ ຢູ່ໂຮງຮຽນບຳລຸງສ້າງພະນັກງານການນຳຊາວໜຸ່ມສາກົນ Antonio Jose de Sucre, ນະຄອນຫຼວງ Caracas ຂອງເວເນຊູເອລາ.

Top