ຂ່າວສານ
ເວທີປາໄສສາກົນແບ່ງປັນປະສົບການໃນການສ້າງ ແລະ ປະຕິບັດນະໂຍບາຍ ພັດທະນາຊາວໜຸ່ມ
ໃນເວທີປາໄສ, ຕາງໜ້າການນຳຮັບຜິດຊອບວຽກງານຊາວໜຸ່ມຂອງບັນດາປະເທດ ອາຊຽນ ແລະ ຈີນ ໄດ້ແບ່ງປັນປະສົບການໃນການສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມຂອງບັນດາປະເທດໃນຂົງເຂດຕ່າງໆ; ສະເໜີກົນໄກສົມທົບໃນການສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມ; ເພີ່ມທະວີການຮ່ວມມືລະຫວ່າງຊາວໜຸ່ມ ອາຊຽນ - ຈີນ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຫງວຽນເຕື່ອງເລິມ ເລຂາສູນກາງຄະນະຊາວໜຸ່ມ, ຮອງປະທານຜູ້ປະຈຳການຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ເນັ້ນໜັກວ່າ:
“ພວກຂ້າພະເຈົ້າຄິດວ່າ ສົ່ງສຳຄັນທີ່ສຸດແມ່ນຕ້ອງເພີ່ມທະວີການເຄື່ອນໄຫວພົວພັນແລກປ່ຽນບົດຮຽນປະສົບການໃນວິວັດທະນາການສ້າງ ແລະ ປະຕິບັດນະໂຍບາຍກົດໝາຍສຳລັບຊາວໜຸ່ມ, ລະຫວ່າງສຳນັກງານ, ກົມກອງ, ອົງການຈັດຕັ້ງຕ່າງໆຂອງ ຫວຽດນາມ ກັບບັນດາປະເທດ. ຍູ້ແຮງການຮ່ຳຮຽນ, ແບ່ງປັນປະສົບການໃນການສ້າງ ແລະ ປະຕິບັດນະໂຍບາຍຊາວໜຸ່ມ; ສືບຕໍ່ສະເໜີບັນດາຂໍ້ລິເລີ່ມ, ມາດຕະການເພື່ອເພີ່ມທະວີການຮ່ວມມືຂອງຊາວໜຸ່ມ ອາຊຽນ, ອາຊຽນ +.”