ຂ່າວສານ

ເວ​ທີ​ປາ​ໄສ​ສາ​ກົນ​ແບ່ງ​ປັນ​ປະ​ສົບ​ການ​ໃນ​ການ​ສ້າງ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍ​​ ພັ​ດ​ທະ​ນາ​ຊາວ​ໜຸ່ມ

ວັນທີ 29 ພະຈິກ ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ໄດ້ຈັດເວທີປາໄສສາກົນແບ່ງປັນປະສົບການສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມ. ເຂົ້າຮ່ວມເວທີປາໄສທີ່ຈັດຂຶ້ນແບບເຊິ່ງໜ້າ ແລະ ເຊື່ອມຕໍ່ທາງໄກມີການນຳບັນດາກະຊວງ, ຄະນະ, ຂະແໜງການຂັ້ນສູນກາງຂອງ ຫວຽດນາມ, ບັນດາປະເທດ ອາຊຽນ ກັບຄູ່ຮ່ວມມື ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ.
  ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ ເວທີປາໄສ (ພາບ: TTXVN)  

ໃນເວທີປາໄສ, ຕາງໜ້າການນຳຮັບຜິດຊອບວຽກງານຊາວໜຸ່ມຂອງບັນດາປະເທດ ອາຊຽນ ແລະ ຈີນ ໄດ້ແບ່ງປັນປະສົບການໃນການສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມຂອງບັນດາປະເທດໃນຂົງເຂດຕ່າງໆ; ສະເໜີກົນໄກສົມທົບໃນການສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມ; ເພີ່ມທະວີການຮ່ວມມືລະຫວ່າງຊາວໜຸ່ມ ອາຊຽນ - ຈີນ. ກ່າວຄຳເຫັນທີ່ເວທີປາໄສ,  ທ່ານ ຫງວຽນເຕື່ອງເລິມ ເລຂາສູນກາງຄະນະຊາວໜຸ່ມ, ຮອງປະທານຜູ້ປະຈຳການຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ເນັ້ນໜັກວ່າ:

“ພວກຂ້າພະເຈົ້າຄິດວ່າ ສົ່ງສຳຄັນທີ່ສຸດແມ່ນຕ້ອງເພີ່ມທະວີການເຄື່ອນໄຫວພົວພັນແລກປ່ຽນບົດຮຽນປະສົບການໃນວິວັດທະນາການສ້າງ ແລະ ປະຕິບັດນະໂຍບາຍກົດໝາຍສຳລັບຊາວໜຸ່ມ, ລະຫວ່າງສຳນັກງານ, ກົມກອງ, ອົງການຈັດຕັ້ງຕ່າງໆຂອງ ຫວຽດນາມ ກັບບັນດາປະເທດ. ຍູ້ແຮງການຮ່ຳຮຽນ, ແບ່ງປັນປະສົບການໃນການສ້າງ ແລະ ປະຕິບັດນະໂຍບາຍຊາວໜຸ່ມ; ສືບຕໍ່ສະເໜີບັນດາຂໍ້ລິເລີ່ມ, ມາດຕະການເພື່ອເພີ່ມທະວີການຮ່ວມມືຂອງຊາວໜຸ່ມ ອາຊຽນ, ອາຊຽນ +.”


top