• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວັບໄຊ Foreignpolicy ໄດ້ຕີລາຄາສູງຄວາມສາມາດນຳພາຂອງຫວຽດນາມໃນ ອາຊຽນ.

      ເວັບໄຊ Foreignpolicy ຂອງ ອາເມລິກາ ໄດ້ລົງບົດຂຽນໃນວັນທີ 31 ກໍລະກົດ ດ້ວຍຫົວຂໍ້ວ່າ: ຫວຽດນາມ ສາມາດຮັບປະກັນບົດບາດນຳພາ ອາຊຽນ”. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທິ 36  (ພາບປະກອບ: TTXVN)
      ຕາມບົດຂຽນແລ້ວ, ສະພາບຕົວຈິງໄດ້ສະແດງໃຫ້ເຫັນວ່າ ບັນດາມາດຕະການຮັບມືຢ່າງປະທັບໃຈຂອງຫວຽດນາມ ຕໍ່ໂລກລະບາດໂຄວິດ - 19 ມາຮອດຈຸດເວລານີ້ແມ່ນໄດ້ຮັບຄວາມເຄົາລົບ ແລະ ຢັ້ງຢືນຈາກບັນດາປະເທດໃນໂລກ. ບັນດານັກເສດຖະກິດຈາກທະນາຄານໂລກ, ກອງທຶນເງິນຕາສາກົນ ແລະ ທະນາຄານພັດທະນາ ອາຊີ ໄດ້ຄາດຄະເນວ່າ ຫວຽດນາມ ມີບັນດາໂອກາດດີທີ່ສຸດໃນພາກພື້ນເພື່ອຫຼຸດພົ້ນອອກຈາກວິກິດການເສດຖະກິດໃນໄລຍະຫຼັງໂຄວິດ - 19. ນີ້ແມ່ນການຫັນປ່ຽນທີ່ສຳຄັນກ່ຽວກັບທີ່ຕັ້ງບົດບາດຂອງຫວຽດນາມ ໃນ ອາຊຽນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ​ພັດ​ທະ​ນາ​ສັງ​ຄົມ​ຍຸດ​ຕິ​ທຳ ແລະ ກວມ​ລວມ​ຢູ່ ສ​ປ​ຊ

ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ​ພັດ​ທະ​ນາ​ສັງ​ຄົມ​ຍຸດ​ຕິ​ທຳ ແລະ ກວມ​ລວມ​ຢູ່ ສ​ປ​ຊ

ແຕ່ວັນທີ 2-10 ກຸມພາ, ກອງປະຊຸມຄັ້ງທີ 64 ຂອງຄະນະກຳມະການພັດທະນາສັງຄົມ ສປຊ (CSocD) ດ້ວຍຫົວຂໍ້ “ຊຸກຍູ້ການພັດທະນາສັງຄົມ ແລະ ຄວາມຍຸດຕິທຳສັງຄົມ ຜ່ານບັນດານະໂຍບາຍສົມທົບກັນ, ຍຸດຕິທຳ ແລະ ກວມລວມ” ຈັດຂຶ້ນຢູ່ສຳນັກງານ ສປຊ ທີ່ ນິວຢອກ ປະເທດ ອາເມລິກາ.

Top