ຂ່າວສານ
ເລຂາທິການໃຫຍ່ ໂຕເລິມ: ອົງຄະນະພັກລັດຖະບານຕ້ອງເປັນແບບຢ່າງກ່ຽວກັບຄຸນນະທາດການເມືອງ, ພູມປັນຍາ, ການປ່ນແປງໃໝ່
ຕອນເຊົ້າວັນທີ 13 ຕຸລາ, ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກລັດຖະບານຄັ້ງທີ 1, ອາຍຸການ 2025 – 2030, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມໂຕເລິມ ໄດ້ຕີລາຄາວ່າໃນອາຍຸການ 2020 – 2025, ຄະນະພັກລັດຖະບານໄດ້ສະແດງໃຫ້ເຫັນຄຸນນະທາດ, ຄວາມສາມັກຄີ, ຫົວຄິດປະດິດສ້າງ, ຂ້ຽວຂາດໃນການຊີ້ນຳ, ບໍລິຫານ, ບຸກທະລຸໃນການກະທຳ, ຈັດຕັ້ງປະຕິບັດຢ່າງມີຈຸດສຸມ, ຕິດແທດກັບຕົວຈິງ ແລະ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ຮອບດ້ານພໍສົມຄວນ, ມີຫຼາຍຈຸດພົ້ນເດັ່ນ.ນີ້ແມ່ນພື້ນຖານ, ກຳລັງໜູນໃໝ່ເພື່ອໃຫ້ອົງຄະນະພັກລັດຖະບານ ກ້າວເຂົ້າສູ່ໄລຍະໃໝ່. ທ່ານໃຫ້ຮູ້ວ່າ:
ສືບຕໍ່ກໍ່ສ້າງອົງຄະນະພັກ ແລະ ອົງຄະນະພັກທຸກຂັ້ນໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ເດັດດ່ຽວປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຄວາມຟຸ່ມເຟືອຍ ໄພຫຍໍ້ທໍ້ ດ້ວຍທິດນຳ “ບໍ່ມີເຂດມືດ” “ບໍ່ມີບ່ອນຫວ່າງ, ຈຸດມົວ” ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ. ສ້າງຖັນແຖວພະນັກງານ, ສະມາຊິກພັກ, ເປັນຕົ້ນແມ່ນຜູ້ນຳທີ່ມີຄວາມເກັ່ງກ້າສາມາດ, ທຽບເທົ່າລະດັບໜ້າທີ່. ສ້າງລັດຖະບານ ສ້າງສັນພັດທະນາ, ໂປ່ງໄສ, ມີການກະທຳຂ້ຽວຂາດ, ຮັບໃຊ້ປະຊາຊົນ. ປະສິດທິຜົນການເຄື່ອນໄຫວ ຂອງລັດຖະບານແມ່ນໄມ້ວັດແທກໃຫ້ແກ່ກຳລັງຄວາມສາມາດ, ກຳລັງແຮງຕໍ່ສູ້ຂອງອົງຄະນະພັກລັດຖະບານ.