ການທ່ອງທ່ຽວຊີວະພາບໄດ້ຊ່ວຍປົກປັກຮັກສາສິ່ງແວດລ້ອມ ຜ່ານການສ້າງແຫຼ່ງການເງິນໂດຍກົງໃຫ້ແກ່ການປົກປັກຮັກສາລະບົບຊີວະພາບ, ຊີວະສາດນາໆພັນ.
(ທ່ານນາງ Tatiana Pugh, ຮອງລັດຖະມົນຕີການຕ່າງປະເທດ ເວເນຊູເອລາ ຖ່າຍຮູບພ້ອມກັບຄະນະຜູ້ແທນ ຫວຽດນາມ)
ເມື່ອກ່າວບົດປະກອບຄຳເຫັນໃນວາລະອັດກອງປະຊຸມໃຫຍ່ໂລກຄັ້ງທີ 1 ກ່ຽວກັບການທ່ອງທ່ຽວຄົ້ນຫາຊີວິດຂອງນົກໃນປາ (Congreso Mundial de Aviturismo) ຢູ່ເວນາຊູເອລາ ໃນວັນທີ 12 ຕຸລາ, ຜູ້ຕາງໜ້າຄະນະຜູ້ແທນ ຫວຽດນາມ, ນັກຄົ້ນຄວ້າກ່ຽວກັບນົກ ຫງວຽນຮວາຍບາວ, ເນັ້ນໜັກເຖິງບົດບາດຂອງເຂດທ່ອງທ່ຽວຊີວະພາບໃນວິວັດການຊຸກຍູ້ພັດທະນາເສດຖະກິດ - ສັງຄົມ, ນຳມາເຊິ່ງແຫຼ່ງລາຍຮັບເປັນປົກກະຕິໃຫ້ແກ່ຊາວທ້ອງຖິ່ນ.
ຕາມທ່ານ ຫງວຽນຮວ່າຍບາວ, ການທ່ອງທ່ຽວຊີວະພາບໄດ້ຊ່ວຍປົກປັກຮັກສາສິ່ງແວດລ້ອມ ຜ່ານການສ້າງແຫຼ່ງການເງິນໂດຍກົງໃຫ້ແກ່ການປົກປັກຮັກສາລະບົບຊີວະພາບ, ຊີວະສາດນາໆພັນ ແລະ ຍົກສູງຄວາມຮັບຮູ້ຂອງປະຊາຄົມກ່ຽວກັບການປົກປັກຮັກສາຊັບພະຍາກອນ. ຫວຽດນາມ ພ້ອມແລ້ວຈະແບ່ງປັນກັບປະຊາຄົມທ່ອງທ່ຽວຊີວະພາບທົ່ວໂລກກ່ຽວກັບບົດຮຽນການພັດທະນາທ່ອງທ່ຽວ “ສີຂຽວ", ທ່ອງທ່ຽວມີຄວາມຮັບຜິດຊອບ, ການເຄື່ອນໄຫວອີງໃສ່ທຳມະຊາດ ແລະ ວັດທະນະທຳທ້ອງຖິ່ນ ເພື່ອມຸ່ງໄປເຖິງເປົ້າໝາຍການພັດທະນາແບບຍືນຍົງ.
(ແຫຼ່ງຄັດຈາກ VOV)